ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍປະເທດ ມອດໄຟ ເປັນສັນຍາລັກ ວັນ Earth Hour


ປະຊາຊົນ ຖືປູມເປົ້າແສງໄຟ ໃນຂະນະທີ່ພວກເຂົາເຈົ້າເຕົ້າ
ໂຮມກັນ ເພື່ອສະເຫຼີມສະຫຼອງວັນ Earth Hour ໃນນະ
ຄອນຫຼວງ ມາດຣິດ, ປະເທດ ສເປນ. 25 ມີນາ, 2017.
ປະຊາຊົນ ຖືປູມເປົ້າແສງໄຟ ໃນຂະນະທີ່ພວກເຂົາເຈົ້າເຕົ້າ ໂຮມກັນ ເພື່ອສະເຫຼີມສະຫຼອງວັນ Earth Hour ໃນນະ ຄອນຫຼວງ ມາດຣິດ, ປະເທດ ສເປນ. 25 ມີນາ, 2017.

ມີການມອດໄຟຟ້າໃນປະມານ 170 ປະເທດວັນເສົາວານນີ້ ໃນຂະນະທີ່ປະຊາຊົນຈາກ
ຫຼາຍ ສິບພັນຕົວເມືອງ ໄດ້ເຂົ້າຮ່ວມໃນການສະເຫຼີມສະຫຼອງວັນ Earth Hour ຊົ່ວໂມງ ຂອງແຜ່ນດິນ ເຊິ່ງເປັນຄວາມພະຍາຍາມທົ່ວໂລກທີ່ຈະດຶງດູດຄວາມສົນໃຈ ກ່ຽວກັບ ສະພາບອາກາດປ່ຽນແປງ.

ອົງການກອງທຶນສັດປ່າສາກົນ ໄດ້ຈັດວັນ Earth Hour ຂຶ້ນຄັ້ງທຳອິດໃນປີ 2007 ຢູ່ປະ
ເທດ ອອສເຕຣເລຍ. ຄວາມພະຍາຍາມຂອງສາກົນໄດ້ເລີ່ມຂຶ້ນວ່າໃຫ້ເປັນງານລະດັບ
ພື້ນຖານ ເພື່ອຮຽກຮ້ອງໃຫ້ປະຊາຊົນຫຼຸດຜ່ອນການນຳໃຊ້ພະລັງງານໄຟຟ້າ ເປັນວິທີ
ໜຶ່ງ ເພື່ອຊ່ວຍເຫຼືອໃນການຕໍ່ສູ້ກັບສະພາບອາກາດປ່ຽນແປງ.

ອານຸສາວະລີ ແລະ ຕຶກທີ່ມີຊື່ສຽງຫຼາຍສິບແຫ່ງ ນັບຈາກຈະຕຸລັດແດງໃນນະຄອນຫຼວງ
ມົສກູ ຫາ ຫໍລະຄັງໃຫຍ່ Big Ben ໃນນະຄອນຫຼວງ ລອນດອນ ຫາ ໂຮງລະຄອນ
ໂອປຣາ ໃນນະຄອນ Sydney ຈົນຮອດຕຶກ Burj Khalifa ເຊິ່ງເປັນຕຶກທີ່ສູງທີ່ສຸດຂອງ
ໂລກໃນ ດູບາຍ ໄດ້ເຂົ້າຮ່ວມມອດໄຟຂອງພວກເຂົາເຈົ້າເປັນເວລາ 60 ນາທີຍາມ 8:30 ຕອນແລງຕາມເວລາໃນທ້ອງຖິ່ນ.

ຜູ້ປະສານງານ ຂອງອົງການ WWF ທ່ານ Siddarth Das ໄດ້ກ່າວຕໍ່ອົງການຂ່າວ
ຝຣັ່ງ ວ່າ “ພວກເຮົາໄດ້ເລີ່ມວັນ Earth Hour ໃນປີ 2007 ເພື່ອສະແດງໃຫ້ບັນດາຜູ້
ນຳໄດ້ຮູ້ວ່າ ສະພາບອາກາດປ່ຽນແປງແມ່ນບັນຫາທີ່ປະຊາຊົນ ມີຄວາມເປັນຫ່ວງ. ສຳລັບເວລາທີ່ເປັນເຄື່ອງໝາຍ ທີ່ຈະປ່ຽນມາເປັນການເຄື່ອນໄຫວທົ່ວໂລກດັ່ງທີ່ມັນ
ເປັນໃນມື້ນີ້ ມັນແມ່ນຄວາມອ່ອນນ້ອມ ແລະ ມີຄວາມໝາຍຢ່າງຫຼວງຫຼາຍ ກ່ຽວກັບ ບົດບາດທີ່ມີອຳນາດຂອງປະຊາຊົນ ໃນບັນຫາທີ່ສົ່ງຜົນກະທົບຕໍ່ຊີວິດຂອງພວກເຂົາ
ເຈົ້າ.”

ໄດ້ມີການຈັດງານຫຼາຍແຫ່ງ ເພື່ອສ້າງຈິດສຳນຶກຕໍ່ການທີ່ກິດຈະກຳຕ່າງໆຂອງມະນຸດ ໄດ້ປະກອບສ່ວນເຂົ້າໃນສະພາບອາກາດປ່ຽນແປງແນວໃດ.

ໃນປະເທດ ອິນເດຍ, ນັກປັ່ນລົດຖີບຫຼາຍຮ້ອຍຄົນ ໄດ້ເຂົ້າຮ່ວມໃນງານ “ປັ່ນລົດຖີບ
ເພື່ອໂລກ”
ຫຼື “Pedal for the planet” ເຊິ່ງເປັນສ່ວນໜຶ່ງຂອງການໂຄສະນາ ເພື່ອ ສົ່ງເສີມໃຫ້ປະຊາຊົນ ຮັກສາພະລັງງານ ແລະ ຫຼຸດຜ່ອນການນຳໃຊ້ນໍ້າມັນເຊື້ອໄຟ
ຟອສຊິລ.

ຜູ້ຈັດງານ ທ່ານ Anuj Mathur ໄດ້ກ່າວຕໍ່ອົງການຂ່າວ Reuters ວ່າ “ນີ້ແມ່ນສັງຄົມ
ຂອງພວກເຮົາ, ນີ້ແມ່ນຄວາມຢູ່ເຢັນເປັນສຸກຂອງໂລກ ຂອງພວກເຮົາ ແລະ ນີ້ແມ່ນ
ສິ່ງໜຶ່ງທີ່ພວກເຮົາຕ້ອງການເພື່ອມອບໃຫ້ລູກຫຼານຂອງພວກເຮົາ, ຕໍ່ຄົນລຸ້ນໃໝ່ຂອງ
ພວກເຮົາ. ດັ່ງນັ້ນ ພວກເຮົາຈຶ່ງເຮັດເພື່ອໂລກ, ແລະ ນີ້ແມ່ນການເລີ່ມຕົ້ນທີ່ນ້ອຍ ເພື່ອ
ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງພວກເຮົາ ຕໍ່ປະເທດ ແລະ ສັງຄົມຂອງພວກເຮົາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG