ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການເລືອກຕັ້ງ ໃນມົງເຕເນໂກຣ ບໍ່ໄດ້ ມີຜົນອອກມາ ຢ່າງຈະແຈ້ງ


ພວກສະໜັບສະໜຸນພັກຝ່າຍຄ້ານ ທີ່ນິຍົມເຊີເບຍ ແລະຣັດເຊຍພາກັນສະເຫລີມສະຫລອງພາຍຫລັງການປ່ອນບັດເລືອກຕັ້ງຂອງສະພາໃນມົງເຕເນໂກຣປິດລົງ ຢູ່ນະຄອນຫລວງ Podgorica ໃນຕອນເຊົ້າໆຂອງວັນຈັນທີ 31 ສິວຫາ 2020.
ພວກສະໜັບສະໜຸນພັກຝ່າຍຄ້ານ ທີ່ນິຍົມເຊີເບຍ ແລະຣັດເຊຍພາກັນສະເຫລີມສະຫລອງພາຍຫລັງການປ່ອນບັດເລືອກຕັ້ງຂອງສະພາໃນມົງເຕເນໂກຣປິດລົງ ຢູ່ນະຄອນຫລວງ Podgorica ໃນຕອນເຊົ້າໆຂອງວັນຈັນທີ 31 ສິວຫາ 2020.

ຢູ່ໃນປະເທດມົງເຕເນໂກຣ ນັ້ນ, ບໍລິສັດ ຢັ່ງຫາງສຽງ CEMI ໄດ້ທໍານາຍວ່າ ມີໂລ ຈູກາໂນວິກ (Milo Djukanovic), ປະທານພັກປະຊາທິປະໄຕສັງຄົມນິຍົມ ຫລື DPS, ທີ່ນິຍົມຝ່າຍຕາເວັນຕົກ ໄດ້ຮັບຄະແນນນໍາໜ້າແບບສູສີກັນກັບ ພັກຄວາມ ຫວັງໃໝ່ທີ່ນິຍົມເຊີເບຍ ແລະ ຣັດເຊຍ, ພັນທະມິດມົງເຕເນໂກຣນັ້ນ ຫລັງຈາກມີ ການເລືອກຕັ້ງຂັ້ນຕົ້ນທີ່ຈັດຂຶ້ນໃນວັນອາທິດວານນີ້ ແລ້ວ.

ເນື່ອງຈາກວ່າ ບໍ່ມີພັກໃດໃນຈໍານວນສອງພັກການເມືອງໃຫຍ່ນັ້ນຈະຮັບປະກັນ ໃຫ້ໄດ້ຮັບສຽງສ່ວນຫລາຍທີ່ມີຜູ້ແທນ 41 ທ່ານຢູ່ໃນສະພາທີ່ມີ 81 ບ່ອນນັ່ງນັ້ນ ເພື່ອຈະປົກຄອງປະເທດໂດຍພັກດຽວໄດ້ ພວກເຂົາເຈົ້າຈະຕ້ອງໄດ້ຫາສຽງສະໜັບສະໜຸນຈາກພັກອື່ນໆ ດ້ວຍຄວາມຫວັງວ່າຈະຕັ້ງລັດຖະບານປະສົມຂຶ້ນ.

ໃນຂະນະທີ່ເວົ້າລົມກັບພວກສະໜັບສະໜຸນທ່ານຢູ່ນັ້ນ, ທ່ານ ຈູກາໂນວິກ ເວົ້າວ່າ ພັກ DPS ຍັງເປັນພັກທີ່ເຂັ້ມແຂງທ່ສຸດຢູ່ໃນສະພາຢູ່.

ທ່ານກ່າວດັ່ງນີ້: “ຜົນການເລືອກຕັ້ງເຊັ່ນນັ້ນ ໝາຍຄວາມວ່າ ພັກເສລີສັງຄົມນິຍົມ ເປັນພັກທີ່ເຂັ້ມແຂງທີ່ສຸດຢູ່ໃນຂອງມົງເຕເນໂກຣ ແລະຢູ່ໃນການເລືອກຕັ້ງ ເຫລົ່ານີ້ - ບໍ່ແມ່ນພຽງແຕ່ຢູ່ໃນເລື້ອງໄດ້ຮັບຄະແນນສຽງເທົ່ານັ້ນ ທັງຍັງໃນເລື້ອງ ອໍານາດທີ່ໄດ້ຮັບການມອບໝາຍອີກດ້ວຍ.”

ທ່ານ ຈູກາໂນວິກເວົ້າວ່າ ພັກ DPS ກໍາລັງລໍຖ້າຜົນການເລືອກຕັ້ງຢ່າງເປັນທາງ ການອອກມາ ແລະຈະ ປະຕິບັດຕາມຜົນການເລືອກຕັ້ງນັ້ນ “ຢ່າງບໍ່ມີເງື່ອນໄຂ ໃດໆເລີຍ.”

ຂະນະດຽວກັນ, ຜູ້ນໍາ ພັກຄວາມຫວັງໃໝ່ ຂອງພັນທະມິດມົງເຕເນໂກຣ ທ່ານ ສດຣັບໂກ ກຣີໂວກັບປິກ (Zdravko Krivokapic) ກັບກ່າວອ້າງວ່າ ຕົນໄດ້ຮັບໄຊຊະນະ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG