ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລັດ​ຖະ​ມົນ​ຕີ​ກະ​ຊວງຍຸ​ຕິ​ທຳ ມອນ​ເຕ​ເນ​ໂກ​ຣ ກ່າວ​ວ່າ ເກົາຫຼີ​ໃຕ້ ແລະ ສະ​ຫະ​ລັດ ຕ້ອງ​ການ​ໂຕ ​ທ້າວ ໂດ ຄວອນ


ຕຳຫຼວດ ມອນ​ເຕ​ເນ​ໂກ​ຣ ຄຸ້ມ​ກັນ​ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ເຊື່ອ​ວ່າ​ເປັນ​ຜູ້ຫຼົບ​ໜີ​ໂທດ ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ Terraform Labs ທ່ານ ໂດ ຄວອນ, ສັນ​ຊາດ ເກົາຫຼີ​ໃຕ້, ໃນ​ນະ​ຄອນຫຼວງ ພອດ​ໂກ​ຣີ​ກາ, ປະ​ເທດ ມອນ​ເຕ​ເນ​ໂກ​ຣ, 24 ມີ​ນາ 2023.
ຕຳຫຼວດ ມອນ​ເຕ​ເນ​ໂກ​ຣ ຄຸ້ມ​ກັນ​ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ເຊື່ອ​ວ່າ​ເປັນ​ຜູ້ຫຼົບ​ໜີ​ໂທດ ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ Terraform Labs ທ່ານ ໂດ ຄວອນ, ສັນ​ຊາດ ເກົາຫຼີ​ໃຕ້, ໃນ​ນະ​ຄອນຫຼວງ ພອດ​ໂກ​ຣີ​ກາ, ປະ​ເທດ ມອນ​ເຕ​ເນ​ໂກ​ຣ, 24 ມີ​ນາ 2023.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ປະ​ເທດ ມອນ​ເຕ​ເນ​ໂກ​ຣ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ແລະ ເກົາຫຼີ​ໃຕ້ ໄດ້​ຂໍ​ໃຫ້​ປະ​ເທດ​ທີ່​ຕັ້ງ​ແຫຼມ ບາ​ລ​ກັງ ນັ້ນ ສົ່ງ​ຕົວ​ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ Terraform Lab ຂອງ​ເກົາຫຼີ​ໃຕ້, ຜູ້​ທີ່​ຖືກ​ສົງ​ໄສ​ໃນ​ບັນ​ດ​າປະ​ເທດ​ທີ່​ວ່າ​ນັ້ນ​ ກ່ຽວ​ກັບ ການ​ສໍ້​ໂກງ​ສະ​ກຸນ​ເງິນ​ຄ​ຣິບ​ໂຕ ຈຳ​ນວນຫຼາຍກວ່າ 40 ຕື້​ໂດ​ລາ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ມອນ​ເຕ​ເນ​ໂກ​ຣ ທ່ານ ມາ​ໂກ ໂຄ​ແວຈ (Marko Kovac) ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ເມື່​ອ​ວັນ​ພຸດ​ທີ່​ຜ່ານ​ມາວ່າ “ຊາວ​ເກົາຫຼີ​ໃຕ້​ສອງ​ຄົນ​ທີ່​ຖືກ​ຕ້ອງ​ການ​ຕົວ​ຄື ທ້າວ ໂດ ຄວອນ ແລະ ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ການ​ເງິນ​ຂອງ​ບໍ​ລິ​ສັດ ທ່ານ ຮານ ແຊງ-ຈູນ (Han Chang-Joon), ແມ່ນ​ຖືກ​ຄວບ​ຄຸມ​ຕົວ​ເວ​ລາ​ທີ່​ເຂົາ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະ​ຂ້າມ​ເຂດ​ຊາຍ​ແດນ​ປະ​ເທດ​ດ້ວຍ ​ໜັງ​ສື​ເດີນ​ທາງ​ທີ່​ຖືກ​ສົງ​ໄສ​ຢ່າງ​ມີ​ເຫດ​ຜົນ​ວ່າ​ຖືກ​ປອມ​ແປງ,” ໂດຍ​ກ່າວ​ຕື່ມ​ວ່າ ສະ​ຫະ​ລັດ ຍັງ​ໄດ້​ຂໍ​ໃຫ້​ສົ່ງ​ຕົວ​ທ່ານ ໂດ ຄວອນ (Do Kwon) ຈາກ ມອນ​ເຕ​ເນ​ໂກ​ຣ.

ທ່ານ ໂຄ​ແວັ​ຈ ໄດ້​ກ່າວ​ວ່າ “ການ​ປະ​ຊຸມ​ຈະ​ຖືກ​ຈັດ​ຂຶ້ນ ​ກັບ​ບັນ​ດາ​ຜູ້​ແທນ​ທາງ​ການ​ທູດຂອງ​ສາ​ທາ​ລະ​ນະ​ລັດ ເກົາຫຼີ ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ກະ​ຊວງ​ຍຸ​ຕິ​ທຳ​ແຫ່ງ ມອນ​ເຕ​ເນ​ໂກ​ຣ, ຫຼັງ​ຈາກ​ຄຳ​ຮ້ອງ​ສຳ​ລັບ​ການ​ສົ່ງ​ຕົວ​ສອງ​ຄົນ​ທີ່​ວ່ານີ້​ຖືກມອບ​ໃຫ້​ໂດຍ ສາ​ທາ​ລະ​ນະ​ລັດ ເກົາຫຼີ, ໃນ​ຂະ​ນະ​ທີ່​ການ​ສົ່ງ​ຕົວ​ທ່ານ ໂດ ຄວອນ ກໍ​ຖືກ​ຮຽກ​ຮ້ອງ​ໂດຍ ສະ​ຫະ​ລັດ.”

ທ່ານ ໂຄ​ແວັ​ຈ ກ່າວ​ວ່າ “ສະ​ຫະ​ລັດ ໄດ້​ຂໍ​ການ​ສົ່ງ​ຕົວທ່ານ ໂດ ຄວອນ ຜ່ານ​ຊ່ອງ​ທາງ​ການ​ທູດ, ໃນ​ວິ​ທີ​ດຽວ​ກັບທີ່​ການ​ຈັບ​ກຸມ​ຊົ່ວ​ຄາວ​ຖືກ​ຮ້ອງ​ຂໍ.” ທ່ານ​ກ່າວຕື່ມ​ວ່າ​ທັງ​ສອງ​ປະ​ເທດ​ຍັງ​ໄດ້​ຂໍ​ອຸ​ປະ​ກອນ​ທີ່​ຖືກ​ພົບ​ກັບ​ຜູ້​ຖືກ​ຄວບ​ຄຸ​ມ​ຕົວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG