ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​​ຢ່າງ​ນ້ອຍ 15 ຄົນ ເສຍ​ຊີ​ວິດ ຍ້ອນ​ຝົນ​ຕົກ​ໜັກ ໃນ​ລະ​ດູ​ມໍ​ລະ​ສຸມ ທີ່​ອິນ​ເດຍ


ພວກ​ກູ້​ໄພ ພ​າ​ກັນ​ອອກ​ຊອກ​ຄົ້ນ​ຫາ​ພວກ​ທີ່​ອາດລອດ​ຊີ​ວິດ​ມາ​ໄດ້ ຈາກກຳ​ແພງ​ທີ່​ຫັກ​ພັງ​ລົງ ໃນ​ນະ​ຄອນມຸມ​ບາຍ, ອິນ​ເດຍ, 2 ​ກໍ​ລະ​ກົດ 2019.
ພວກ​ກູ້​ໄພ ພ​າ​ກັນ​ອອກ​ຊອກ​ຄົ້ນ​ຫາ​ພວກ​ທີ່​ອາດລອດ​ຊີ​ວິດ​ມາ​ໄດ້ ຈາກກຳ​ແພງ​ທີ່​ຫັກ​ພັງ​ລົງ ໃນ​ນະ​ຄອນມຸມ​ບາຍ, ອິນ​ເດຍ, 2 ​ກໍ​ລະ​ກົດ 2019.

ມີ​ຢ່າງ​ນ້ອຍ 15 ຄົນ ເສຍ​ຊີ​ວິດ ຫຼັງ​ຈາກ​ທີ່​ກຳ​ແພງທີ່​ອ່ອນ​ແອ​ຍ້ອນ​ຝົນ​ຕົກ​ໜັກ ແລະ​ພັງລົງ ໃສ່ເຮືອນ​ຫ້ອງແຖວຂອງ​ພວກ​ຄົນ​ທຸກໃນນະ​ຄອນ​ມຸມ​ບາຍ​ ຊຶ່ງ​ເປັນ​ເມືອງ​ຫຼວງ​ທາງ​ການ​ເງິນ​ນັ້ນ. ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ​ຫຼາຍກວ່າ 60 ຄົນ ໄດ້​ຮັບ​ບາດ​ເຈັບ ໃນ​ເຊົ້າ​ວັນ​ອັງ​ຄານ​ມື້​ນີ້ ຈາກ​ໄພ​ຫາ​ຍະ​ນະດັ່ງ​ກ່າວ.

ໄພ​ພິ​ບັດ​ຄັ້ງ​ນີ້ ໄດ້ເກີດ​ຂຶ້ນ​ທີ່​ນະຄອນ​ມຸມ​ບາຍ​ ​ເປັນ​ມື້​ທີ​ສອງຕິດ​ຕໍ່​ກັນ ຈາກ​ການ​ມີ​ຝົນ​ຕົກ​ໜັກ​ໃນ​ລະ​ດູ​ມໍ​ລະ​ສຸຸມ​ນີ້. ​ພວກພະ​ຍາ​ກອນ​ອາ​ກາດ ກ່າວ​ວ່າ ບາງ​ພາກ​ສ່ວນ​ຂອງ​ເມືອງ ໄດ້​ຮັບ​ນ້ຳ​ຝົນ ​ຫຼາຍກວ່າ 300 ມີລລີແມັດ ໃນ​ໄລ​ຍະ 24 ຊົ່ວ​ໂມງ​ຜ່​ານ​ມາ, ​ໂດຍ​ມີ​ນ້ຳ​ຖ້ວມ​ຖະ​ໜົນ​ຫົນ​ທາງແລະ​ທາງ​ລົດ​ໄຟ ພາ​ໃຫ້​ພວກເຈົ້າ ​ໜ້າ​ທີ່ທີ່​ໄດ້​ປະ​ກາດ​ ໃນວັນ​ອັງ​ຄານ ມື້​ນີ້ ເປັນ​ວັນ​ພັກ​ລາດ​ຊະ​ການ​.

​ຕາມ​ປົກ​ກະ​ຕິ​ແລ້ວ ອິນ​ເດຍ ​ຈະ​ມີ​ຝົນ​ຕົກ​ໜັກ ໃນຊ່ວງ​ລະ​ດູລົມມໍ​ລະ​ສຸຸມ​ປະ​ຈຳ​ປີ​ ທີ່​ໄດ້ຍືດ​ເຍື້ອ​ເຖິງ​ເດືອນ​ກັນ​ຍາ​ຈະ​ມາ​ເຖິງ​ນີ້. ຕຶກ​ອາ​ຄານ​ທີ່​ພັງ​ລົງ ແມ່ນ​ເປັນ​ເລື້ອງປົກ​ກະ​ຕິ ໃນລະ​ດູ​ມໍ​ລະ​ສຸຸມ​ ໃນ​ຂະ​ນະ​ທີ່​ຝົນໄດ້​ເຮັດ​ໃຫ້​ໂຄງສ້າງ​ຂອງ​ຕຶກ ​ທີ່​ກໍ່​ສ້າງ​ແບບ​ບໍ່​ໄດ້​ມາດ​ຕະ​ຖານ​ນັ້ນ ​ອ່ອນ​ແອ​ລົງ.

ໃກ້ໆເມືອງ Pune ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ມີ 15 ຄົນແມ່ນ​ໄດ້​ເສຍຊີ​ວິດ
ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ຕອນ​ທີ່​ກຳ​ແພງ ໄດ້​ພັງລົງ​ໃສ່​ຫ້ອງ​ແຖວ ຊຶ່ງ​ເປັນທີ່​ຢູ່​ອາ​ໄສ​ຂອງ
​ພວກ​ແຮງ​ງານເຄື່ອນ​ທີ່ ແລະ​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ ໃນ​ຄຸ້ມ​ຄົນທຸກ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG