ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກ​ຄົ້ນ​ຄວ້າ​​ຈີນ ​​ປະສົບຜົນ​ສຳ​ເລັດ ​ໃນ​ການໂຄລນ ​ລີງ​ນ້ອຍ 2 ​ໂຕ


ຊົງໆ ​ແລະ​ຮົ່ວໆ, ພວກ​ລີງ​ນ້ອຍ 2 ​ໂຕ ທີ່ເກີດຂຶ້ນຈາກທຳການ
ໂຄລນ ຢູ່ສະ​ຖາ​ບັນ​ວິທະຍາສາດ​ນະຄອນຊຽງ​ໄຮ້, ປະເທດຈີນ, 10 ມັງກອນ 2018.
ຊົງໆ ​ແລະ​ຮົ່ວໆ, ພວກ​ລີງ​ນ້ອຍ 2 ​ໂຕ ທີ່ເກີດຂຶ້ນຈາກທຳການ ໂຄລນ ຢູ່ສະ​ຖາ​ບັນ​ວິທະຍາສາດ​ນະຄອນຊຽງ​ໄຮ້, ປະເທດຈີນ, 10 ມັງກອນ 2018.

ພວກ​ນັກ​ຄົ້ນ​ຄວ້າ​ຊາວ​ຈີນ ​ໄດ້​ປະກາດ​ໃນ​ວັນພຸດວານ​ນີ້ວ່າ ພວກ​ເຂົາ​ເຈົ້າ​ປະສົບຜົນ
​ສຳ​ເລັດໃນ​ການໂຄລນ (Cloned) ພວກ​ລີງ​ນ້ອຍ 2 ​ໂຕ ທີ່ມີສຸຂະພາບ ແຂງແຮງດີ
ຊຶ່ງ​ເປັນ​ຂັ້ນ​ຕອນການດຳ​ເນີນ​ງານ​ຄັ້ງ​ທຳ​ອິດ ທີ່​ນຳ​ໃຊ້ໃນ​ສັດ​ຈຳພວກລີງ.

ວາລະສານ ​ແຊລ (Cell) ​ລາຍ​ງານ​ວ່າ ​ລີງ ທັງ​ສອງ ຊື່ ຊົງໆ ​ແລະ​ຮົ່ວໆ ​ແມ່ນ​ໄດ້​ເກີດ​
ໃນ​ສະ​ຖາ​ບັນ​ວິທະຍາສາດ​ນະຄອນຊຽງ​ໄຮ້.

ລີງທັງສອງ​ແມ່ນ​ໄດ້ຮັບການພັດທະນາມາ​ຈາກ​ແຊ​ລລູກອ່ອນ ​ໃນ​ແຜ່ນ​ທົດ​ລອງ ​ຕາມ
​ວິທີ​ຂັ້ນ​ຕອນການ​ປະຕິບັດ​ງານ ທີ່​ໃຊ້​ໃນ​ການໂຄລນ ຄັ້ງ​ທຳ​ອິດ​ຂອງ​ສັດ​ທີ່​ລ້ຽງລູກ​ດ້ວຍ
​ນົມໃນ​ປີ 1996 ​ແກະ​ທີ່​ຊື່ວ່າ ດອລລີ​ນັ້ນ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ ​ໄດ້​ມີ​ສັດຫຼາຍກວ່າ 20 ຊະນິດ ​ໄດ້​ຖືກ​ໂຄລນ ທີ່​ຮວມທັງ ​ພວກແມວ
ໝາ ​ກະຕ່າຍ ​ງົວ ​ແລະມ້າ​.

​ແຕ່​ວ່າ ນີ້​ແມ່ນພວກລີງຈຸທຳອິດ ທີ່​ຖືກ​ໂຄລນ ​ແລະ​ພວກ​ຊ່ຽວຊານ​ກ່າວ​ວ່າ ນີ້​ແມ່ນ​ເຮັດ​
ໃຫ້​ພວກ​ນັກວິທະຍາສາດ ຫຍັບ​ໃກ້​ເຂົ້າ​ໄປ​ຕື່ມອີກ ໃນການທີ່ຈະ​ສາມາດ​ໂຄລ​ນພວກ​
ມະນຸດ​ໄດ້ແລ້ວ.

ຊັນ ກຽງ, ກາງ, ຜູ້ອຳນວຍການສະຖານທີ່ ສັດລ້ຽງລູກດ້ວຍນົມ ທີ່ບໍ່ແມ່ນມະນຸດ ຫຼື Nonhuman Primate Facility of the Instituteຂອງສະຖາບັນວິທະນາສາດຈີນ, ກ່າວໃນຂະນະທີ່ ທ່ານມູມິງ ຟູ Muming Poo, ຊ້າຍ, ຜູ້ອຳນວຍການຂອງສະຖາບັນ ວິທະຍາສາດດ້ານປະສາດ, ແລະທ່ານລຽວເຊັນ (Liu Zhen), ຂວາ, ນັກວິທະຍາສາດເໜືອກວ່າປະລິນຍາເອກ ໃນສະຖາບັນ ວິທະຍາສາດດ້ານປະສາດ ຫຼື Institute of Neurosciences, ນັ່ງຮັບຟັງ ໃນກອງປະຊຸມຖະແຫຼງຂ່າວ ຂອງສະຖາບັນການວິທະຍາສາດຈີນ ໃນປັກກິ່ງ, 24 ມັງກອນ 2018.
ຊັນ ກຽງ, ກາງ, ຜູ້ອຳນວຍການສະຖານທີ່ ສັດລ້ຽງລູກດ້ວຍນົມ ທີ່ບໍ່ແມ່ນມະນຸດ ຫຼື Nonhuman Primate Facility of the Instituteຂອງສະຖາບັນວິທະນາສາດຈີນ, ກ່າວໃນຂະນະທີ່ ທ່ານມູມິງ ຟູ Muming Poo, ຊ້າຍ, ຜູ້ອຳນວຍການຂອງສະຖາບັນ ວິທະຍາສາດດ້ານປະສາດ, ແລະທ່ານລຽວເຊັນ (Liu Zhen), ຂວາ, ນັກວິທະຍາສາດເໜືອກວ່າປະລິນຍາເອກ ໃນສະຖາບັນ ວິທະຍາສາດດ້ານປະສາດ ຫຼື Institute of Neurosciences, ນັ່ງຮັບຟັງ ໃນກອງປະຊຸມຖະແຫຼງຂ່າວ ຂອງສະຖາບັນການວິທະຍາສາດຈີນ ໃນປັກກິ່ງ, 24 ມັງກອນ 2018.

ພວກ​ນັກ​ວິ​ທະຍາ​ສາດ​ຈີນ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຄິດ​ວ່າ ວິທີ​ທີ່​ນຳ​ໃຊ້ໃນ​ການ​ໂຄລນ
ພວກ​ລີງ​ນີ້ ສາມາດ​ນຳ​ໄປ​ໝູນ​ໃຊ້ ​ເພື່ອ​ທີ່​ຈະ​ໂຄລນພວກ​ສັດ​ທັງຫຼາຍ​ ເພື່ອ​ການ​ທົດ​ລອງ
ໃນ​ການ​ຄົ້ນຄ້ວາທາງດ້ານການ​ແພດ, ຊຶ່ງ​ເປັນສິ່ງທີ່ໄດ້​ຖືກ​ປະນາມ ​ໂດຍ​ພວກ​ຜູ້​ຄົນ ທີ່ມີການປະຕິບັດແບບມີສິນທຳ​ຕໍ່​ພວກ​ສັດ​ທັງຫຼາຍ​ ທີ່ເອີ້ນຫຍ້ໍວ່າ PETA ນັ້ນ.

“ການ​ໂຄລນ ​ແມ່ນ​ເປັນເລື່ອງ​ທີ່​ໜ້າຢ້ານ. ການ​ສູນ​ເສຍ​ຊີວິດ, ​ເວລາ ​ແລະ​ເງິນ​ຄຳ... ​
ແລະ​ການເຈັບປວດທໍລະມານ​ໃນ​ການ​ທົດ​ລອງ ທີ່​ບໍ່​ສາມາດວາດມະໂນພາບ​ໄດ້,”
ນັ້ນຄືຄຳເວົ້າ ຂອງ​ທ່ານນາງ​ແຄັດ​ຕີ ກິລ​ເລີຣ໌ມໍ (Kathy Guillermo) ຮອງປະທານ​
ອົງການ PETA.

​ໃນ​ກໍລະນີ​ຂອງ​ການ​ໂຄລນມະນຸດ​ນັ້ນ ບໍ່​ມີ​ຜູ້​ໃດ​ຈະ​ກັ້ນ​ໃຈ​ໄວ້, ລະບຽບການ​ຂອງ​ລັດຖະ
ບານກາງສະຫະລັດ ໃນ​ປະຈຸ​ບັນ​ນີ້ ແມ່ນ​ໄດ້​ເກືອດ​ຫ້າມ ​ການ​ປະຕິບັດ​ວຽກ​ງານ​ທີ່​ວ່າ​ນີ້ ​
ແລະ​ພວກ​ນັກວິທະຍາສາດ​ຫຼາຍໆ​ຄົນ ​ໃນ​ທົ່ວ​ໂລກ ​ໄດ້​ຄັດຄ້ານ​ທາງ​ດ້ານ​ຈັນ​ຍາ​ບັນ ຕໍ່​ວີ​ທີ​
ກຳ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG