ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄະດີ ລີງຖ່າຍຮູບ selfie ໄດ້ຮັບ ການແກ້ໄຂ ຮຽບຮ້ອຍແລ້ວ


ລີງກັງໃນເກາະ ຊູລາເວຊີ ຊື່ວ່າ ນາຈີ ນັ່ງຢູ່ທາງຂ້າງລູກນ້ອຍ ຂອງມັນຊື່ວ່າ ນິນ່າ ຢູ່ຄອກຂອງມັນທີ່ສວນສັດໃນນະຄອນຫຼວງ ເທລອາວີຟ, ປະເທດ ອິສຣາແອລ. 31 ຕຸລາ, 2012.
ລີງກັງໃນເກາະ ຊູລາເວຊີ ຊື່ວ່າ ນາຈີ ນັ່ງຢູ່ທາງຂ້າງລູກນ້ອຍ ຂອງມັນຊື່ວ່າ ນິນ່າ ຢູ່ຄອກຂອງມັນທີ່ສວນສັດໃນນະຄອນຫຼວງ ເທລອາວີຟ, ປະເທດ ອິສຣາແອລ. 31 ຕຸລາ, 2012.

ນັກຖ່າຍພາບຊາວ ອັງກິດ ທ້າວ David Slater ໄດ້ບັນລຸຂໍ້ຕົກລົງສະບັບນຶ່ງກັບອົງການ
PETA ທີ່ເປັນກຸ່ມປົກປ້ອງສິດທິຂອງສັດ ກ່ຽວກັບ ການຖ່າຍຮູບ Selfie ໂດຍໂຕລີງກັງ.

ທ້າວ Slater ໄດ້ປະກ້ອງຖ່າຍຮູບຂອງລາວໄວ້ໂດຍບໍ່ມີຄົນເບິ່ງ ໃນເວລາທີ່ລາວເດີນ
ທາງໄປປະເທດ ອິນໂດເນເຊຍ ເມື່ອລີງໂຕນຶ່ງທີ່ມີຊື່ວ່າ Naruto ໄດ້ຈັບກ້ອງມາຖ່າຍຮູບ
ມັນເອງ. ຮູບຕາສີເຫຼືອງທີ່ຈ້້ອງເບິ່ງເລນກ້ອງ ພ້ອມກັບຍິ້ມຍິ່ງແຂ້ວ ໄດ້ກາຍເປັນຮູບທີ່
ເປັນຂວັນໃຈຂອງຄົນໃນອິນເຕີແນັດ ແລະ ເປັນຮູບທີ່ໂດດເດັ່ນໃນເວັບໄຊທຸລະກິດຂອງ
ທ້າວ Slater.

ໃນປີ 2015 ອົງການ PETA ທີ່ຕໍ່ສູ້ເພື່ອສິດທິຂອງສັດ ໄດ້ຍື່ນຟ້ອງທີ່ອ້າງວ່າ ລີງ
Naruto ເປັນເຈົ້າຂອງລິຂະສິດ ຂອງຮູບທີ່ມັນໄດ້ຖ່າຍດ້ວຍກ້ອງຂອງນັກຖ່າຍຮູບນັ້ນ.
ກຸ່ມດັ່ງກ່າວໄດ້ພະຍາຍາມຄວບຄຸມດ້ານການເງິນຕາງໜ້າໃຫ້ລີງ ໃນການນຳໃຊ້ຮູບໃບ
ນັ້ນ.

ສ່ວນຝ່າຍຂອງທ້າວ Slater ໄດ້ໂຕ້ຖຽງລິຂະສິດຂອງ ອັງກິດ ທີ່ລາວໄດ້ຮັບສຳລັບການ
ຖ່າຍຮູບໂດຍບໍລິສັດຂອງລາວນັ້ນວ່າ, ບຸກຂະລິກສ່ວນຕົວຂອງສັດປ່າ ຄວນໄດ້ຮັບການ
ເຄົາລົບໃນທົ່ວໂລກ.

ໃນວັນຈັນວານນີ້, ທະນາຍຄວາມາຂອງອົງການ PETA ແລະ ທ້າວ Slater ໄດ້ປະກາດ
ຂໍ້ຕົກລົງສະບັບໜຶ່ງ, ໂດຍທີ່ທ້າວ Slater ຈະບໍລິຈາກ 25 ເປີເຊັນຂອງລາຍຮັບຈາກພາບ
ດັ່ງກ່າວ ໃນອະນາຄົດໃຫ້ການກຸສົນທີ່ອຸທິດໃຫ້ການປົກປ້ອງລີງກັງໃນປະເທດ ອິນໂດເນ
ເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG