ທາງການສະຫະປະຊາຊາດເວົ້າວ່າ ກໍາລັງຮັກສາສັນຕິພາບ
ຢູເເອັນທັງໝົດ 21 ຄົນ ທີ່ຖືກຄຸມຕົວໃນເຂດ Golan Heights
ໂດຍກຸ່ມກະບົດຊີເຣຍນັ້ນ ໄດ້ຖືກປ່ອຍຕົວແລ້ວເມື່ອວັນເສົາ
ວານນີ້ ແລະໄດ້ສົ່ງມອບໃຫ້ທາງການປະເທດຈໍແດນ.
ທ່ານ Mokhtar Lamani ຜູ້ຕາງໜ້າປະຈໍາດາມັສກັສຂອງທູດ
ສັນຕິພາບພິເສດສໍາລັບ ຊີເຣຍ ຄືທ່ານ Lakhdar Brahimi ທີ່
ລຖືກແຕ່ງຕັ້ງ ໂດຍສະຫະປະຊາຊາດ ແລະສັນນິບາດອາຣັບ
ຢືນຢັນວ່າ ໜ່ວຍຮັກສາສັນຕິພາບຢູເເອັນ ຊຶ່ງທັງໝົດເປັນຊາວ
ຟິລິບປິນນັ້ນ ໄດ້ຂ້າມຊາຍແດນເຂົ້າໄປຍັງປະເທດຈໍແດນແລ້ວ.
ພວກເຂົາເຈົ້າໄດ້ຖືກກັກຕົວໄວ້ເມື່ອວັນພຸດຜ່ານມານີ້.
ທ່ານ ພັນຄີມູນ ເລຂາທິການຢູເເອັນ ສະແດງຄວາມຍິນດີນໍາຂ່າວ
ການປ່ອຍຕົວພວກກໍາລັງຮັກສາສັນຕິພາບ ແລະໄດ້ຮຽກຮ້ອງໃຫ້ໝົດທຸກພັກຝ່າຍ ຈົ່ງເຄົາລົບຕໍ່ຄວາມປອດ ໄພຂອງເຂົາເຈົ້າແລະເສລີພາບໃນການເດີນທາງໄປມາ.
ການເຈລະຈາກັນກ່ຽວກັບການປ່ອຍຕົວພວກເຂົາເຈົ້າ ໄດ້ສໍາເລັດລົງເມື່ອວັນສຸກຜ່ານມານີ້ ແຕ່ກ່ວາຂະບວນລົດຂອງຢູເເອັນຈະໄປເຖິງໜ່ວຍຮັກສາສັນຕິພາບ ທີ່ ບ້ານ Jamla ໃນເຂດ Golan Heights ນັ້ນ ກໍເປັນເວລາກາງຄືນແລ້ວ ຈຶ່ງບໍ່ສາມາດນໍາສົ່ງ ພວກເຂົາເຈົ້າໃຫ້ເຖິງ
ຈຸດປອດໄພ ໃນຈໍແດນໄດ້.
ທີມຮັກສາສັນຕິພາບຟິລິບປິນດັ່ງກ່າວນີ້ ເປັນພາກສ່ວນນຶ່ງຂອງໜ່ວຍຮັກສາສັນຕິ ພາບ ໄລຍະຍາວ ຂອງຢູເເອັນ ຈໍານວນ 1000 ຄົນ ທີ່ລາດຕະເວນຢູ່ຂົງເຂດ Golan Heights ລະຫວ່າງທະຫານອີສຣາແອລ ແລະຊີເຣຍ. ກຸ່ມກະບົດຊີເຣຍ ທີ່ບອກຊື່ຕົນເອງວ່າ ເປັນ ກຸ່ມ Martyrs Yarmouk ເປັນຜູ້ກັກຕົວໜ່ວຍຮັກສາສັນຕິພາບດັ່ງກ່າວໄວ້.
ທັງຢູເເອັນ ແລະຟິລິບປິນ ປະນາມການຈັບກຸມນີ້ ຢ່າງແຂງຂັນ.