ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີ ທາງອາກາດ ສ້າງຄວາມເສຍ ຫາຍຢ່າງໃຫຍ່ ໃຫ້ໂຮງໝໍ ໃນພາກເໜືອ ຊີເຣຍ


ແຜນທີ່ຂອງແຂວງ Idlib ປະເທດ ຊີເຣຍ.
ແຜນທີ່ຂອງແຂວງ Idlib ປະເທດ ຊີເຣຍ.

ພວກນັກເຄື່ອນໄຫວ ທີ່ຕິດຕາມສົງຄາມກາງເມືອງຂອງ ຊີເຣຍ ທີ່ຍັງສືບຕໍ່ມາເປັນເວລາ
ດົນນານ ກ່າວວ່າ ການໂຈມຕີທາງອາກາດໄດ້ສ້າງຄວາມເສຍຫາຍໃຫ້ກັບສູນການແພດ ທີ່ຕັ້ງຢູ່ໃຕ້ດິນໃນແຂວງ Idlib ຢ່າງໜັກ​ໜ່ວງ, ພຽງບໍ່ເທົ່າໃດກິໂລແມັດຫ່າງຈາກສະຖານ
ທີ່ຂອງການໂຈມຕີດ້ວຍອາວຸດເຄມີທີ່ຮ້າຍແຮງ ເຊິ່ງໄດ້ສ້າງຄວາມໂມໂຫ ໃຫ້ແກ່ສາກົນ
ແລະ ການແກ້ແຄ້ນໂດຍການຍິງລູກສອນໄຟນຳວິຖີຂອງ ສະຫະລັດ ​ໂຈມ​ຕີໃນຕົ້ນເດືອນ
ນີ້.

ອົງການສິ້ງຊອມສິດທິມະນຸດ ຊີເຣຍ ໄດ້ກ່າວວ່າ ການໂຈມຕີທາງອາ ກາດ ໄດ້ແນເປົ້າໃສ່
ຖໍ້າແຫ່ງໜຶ່ງທີ່ໄດ້ເປັນບ່ອນຫຼົບລີ້ໃຫ້ກັບສະຖານທີ່ການແພດ Abdin ທີ່ຖືກຄວບຄຸມໂດຍ
ພວກກະບົດ, ເຮັດໃຫ້ຢ່າງ ໜ້ອຍໜຶ່ງຄົນເສຍຊີວິດ ແລະ ໄດ້ຮັບບາດເຈັບຫຼາຍກວ່າສິບ
ຄົນ. ເວັບໄຊຝ່າຍຄ້ານ Aleppo Today, ໄດ້ກ່າວວ່າ ພະນັກງານແພດສາມຄົນໄດ້ຖືກ
ສັນນິຖານວ່າເສຍຊີວິດ.

ພວກຜູ້ເຫັນເຫດການໄດ້ກ່າວວ່າ ມັນບໍ່ມີຄວາມຊັດເຈນວ່າ ແມ່ນເຮືອ ບິນຮົບ ຊີເຣຍ ຫຼື
ຂອງ ຣັດເຊຍ ທີ່ເປັນພັນທະມິດ ໄດ້ແນເປົ້າໃສ່ສະ ຖານທີ່ດັ່ງກ່າວ.

ແພດການກຸສົນເພື່ອສິດທິມະນຸດໄດ້ກ່າວວ່າ ການໂຈມຕີທາງອາກາດ ຫຼາຍກວ່າ 400 ຄັ້ງທີ່ເຊື່ອມໂຍງກັບເຮືອບິນຮົບ ຣັດເຊຍ ຫຼື ຊີເຣຍ ໄດ້ຖິ້ມລະເບີດໃສ່ສະຖານທີ່ພະຍາ
ບານ

ຫຼາຍກວ່າ 300 ແຫ່ງ ໃນລະ ຫວ່າງປີ 2011 ຫາທ້າຍປີກາຍນີ້. ພະນັກງານການແພດ
ເກືອບ 800 ຄົນແມ່ນໄດ້ຖືກຂ້າຕາຍ.

ສະຖານທີ່ການແພດ Abdin ແມ່ນຕັ້ງຢູ່ພຽງບໍ່ເທົ່າໃດກິໂລແມັດທາງ ພາກເໜືອຂອງ
ເມືອງ Khan Sheikhoun, ເຊິ່ງເປັນເມືອງທີ່ຖືກໂຈມ ຕີດ້ວຍອາວຸດເຄມີ ທີ່ໄດ້ສັງຫານ
ພົນລະເຮືອນປະມານ 100 ຄົນເຊິ່ງ ມີ​ການສົງໄສວ່າ ເປັນການໂຈມຕີ ທີ່ສັ່ງໂດຍລັດ
ຖະບານໃນວັນທີ 4 ເມສາທີ່ຜ່ານມາ. ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ ຕອບໂຕ້ ໂດຍການສັ່ງໃຫ້ທຳການໂຈມຕີດ້ວຍລູກສອນໄຟນຳວິຖີ ໃສ່ຖານທັບແຫ່ງໜຶ່ງ
ໃນພາກຕາເວັນຕົກຂອງ ຊີເຣຍ.

ນອກຈາກນັ້ນໃນວັນເສົາວານນີ້, ພວກສັງເກດການໄດ້ກ່າວວ່າ ເຮືອ ບິນຮົບທີ່ເຊື່ອວ່າ
ເປັນຂອງພວກ​ແນວ​ໂຮມນຳພາໂດຍ ສະຫະລັດ ທີ່ຕໍ່ສູ້ກັບພວກຫົວຮຸນແຮງລັດອິສລາມ ໄດ້ແນເປົ້າໃສ່ຕົ້ນແມ່ນໍ້າ ຢູຟຣັດ, 40 ກິໂລແມັດຫ່າງຈາກ​ເມືອງ Raqqa ທີ່ພວກລັດອິສ
ລາມປະກາດເປັນ​ເມືອງ​ຫຼວງຂອງ​ຕົນ​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG