ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕິດຕາມສົງຄາມກ່າວວ່າ: ການໂຈມຕີຂອງອິສຣາແອລ ໃກ້ກັບນະຄອນຫຼວງ ດາມາສກັສ ໄດ້ສັງຫານ 6 ຄົນ


ແຜນທີ່ ທີ່ສະແດງໃຫ້ເຫັນປະເທດຊີເຣຍ ແລະນະຄອນຫຼວງດາມາສກັສຂອງປະເທດ.
ແຜນທີ່ ທີ່ສະແດງໃຫ້ເຫັນປະເທດຊີເຣຍ ແລະນະຄອນຫຼວງດາມາສກັສຂອງປະເທດ.

ທະຫານຊີເຣຍ 4 ຄົນ ແລະນັກລົບທີ່ອີຣ່ານໜຸນຫຼັງສອງຄົນ ໄດ້ຖືກສັງຫານໃນ ວັນຈັນມື້ນີ້ ໃນເຫດການໂຈມຕີອິສຣາແອລ ຂອງຕອນເຊົ້າມືດ ໃກ້ກັບນະ​ຄອນຫຼວງ ດາມາສຄັສ (Damascus), ອີງຕາມຜູ້ຕິດຕາມສົງຄາມກ່າວ, ເຊິ່ງເປັນການໂຈມຕີທາງອາກາດຮຸນແຮງຮອບຫຼ້າສຸດຂອງອິສຣາແອລ ໃສ່ເມືອງຫຼວງທີ່ຖືກທໍາລາຍຈາກສົງຄາມຂອງ ຊີເຣຍ, ອີງຕາມອົງການຂ່າວ AFP.

ການໂຈມຕີທາງອາກາດ ມີເປົ້າໝາຍແນໃສ່ກອງກໍາລັງທະຫານບົກຂອງຊີເຣຍ ແລະຄ້າຍທະຫານ ພ້ອມທັງຄັງອາວຸດທີ່ນໍາໃຊ້ໂດຍກຸ່ມຕິດອາວຸດ ທີ່ສະໜັບສະ ໜຸນໂດຍເຕຫະຣ່ານ, ອີງຕາມອົງການສັງເກດການເພື່ອສິດທິມະນຸດຂອງຊີເຣຍ.

ໃນຊ່ວງສົງຄາມເປັນເວລາຫຼາຍກວ່ານຶ່ງທົດສະວັດຢູ່ໃນຊີເຣຍ, ປະເທດເພື່ອນ ບ້ານອິສຣາແອລ ໄດ້ດໍາເນີນການໂຈມຕີທາງອາກາດໃສ່ດິນແດນຂອງພວກເຂົາ ເຈົ້າຫຼາຍຮ້ອຍຄັ້ງ, ໂດຍມີເປົ້າໝາຍຫຼັກໃສ່ກອງກໍາລັງທີ່ມີ ອີຣ່ານ ໜຸນຫຼັງ ແລະ ພວກນັກລົບ ເຮສໂບລລາ (Hezbollah) ພ້ອມດ້ວຍຖານທີ່ໝັ້ນຂອງ ກອງທັບຊີເຣຍ.

ທ່ານຣາມີ ອັບເດລ ຣະມານ (Rami Abdel Rahman), ຫົວໜ້າໜ່ວຍສັງ ເກດການກ່າວຕໍ່ອົງການຂ່າວ AFP ວ່າ “ທະຫານຊີເຣຍ 4 ຄົນ ລວມທັງເຈົ້າ ໜ້າທີ່ຄົນນຶ່ງ, ພ້ອມດ້ວຍນັກລົບທີ່ອີຣ່ານໜຸນຫຼັງ ໄດ້ຖືກສັງຫານໃນການໂຈມຕີ ທາງອາກາດ ພ້ອມດ້ວຍຖານທີ່ໝັ້ນຂອງກຸ່ມທີ່ໄດ້ຮັບການສະໜັບສະໜຸນໂດຍ ເຕຫະຣ່ານ, ຄັງແສງສໍາລັບລູກປືນ ແລະອາວຸດຕ່າງໆ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG