ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີ ທາງອາກາດ ສັງຫານ ປະຊາຊົນ ຢ່າງນ້ອຍ 33 ຄົນ ໃນຊີເຣຍ


ໃນພາບນີ້ ທີ່ໄດ້ຖືກເປີດເຜີຍ ໂດຍອົງການຂ່າວ SANA ຂອງທາງການຊີເຣຍ, ສະແດງໃຫ້ເຫັນ ຄວາມເສຍຫາຍ ແລະ ຂອບເຂດຂອງຕຶກຫ້ອງແຖວ ບ່ອນການປະທະກັນ ໄດ້ລະເບີດຂຶ້ນ ລະຫວ່າງກຳລັງ ຂອງລັດຖະບານຊີເຣຍ ແລະ ພວກຕໍ່ຕ້ານລັດຖະບານ, ຢູ່ໃກ້ກັບຈະຕຸລັດ Abbassiyin, ທາງທິດຕາເວັນອອກຂອງນະຄອນຫຼວງ Damascus, ຂອງຊີເຣຍ, ວັນທີ 20 ມີນາ 2017.
ໃນພາບນີ້ ທີ່ໄດ້ຖືກເປີດເຜີຍ ໂດຍອົງການຂ່າວ SANA ຂອງທາງການຊີເຣຍ, ສະແດງໃຫ້ເຫັນ ຄວາມເສຍຫາຍ ແລະ ຂອບເຂດຂອງຕຶກຫ້ອງແຖວ ບ່ອນການປະທະກັນ ໄດ້ລະເບີດຂຶ້ນ ລະຫວ່າງກຳລັງ ຂອງລັດຖະບານຊີເຣຍ ແລະ ພວກຕໍ່ຕ້ານລັດຖະບານ, ຢູ່ໃກ້ກັບຈະຕຸລັດ Abbassiyin, ທາງທິດຕາເວັນອອກຂອງນະຄອນຫຼວງ Damascus, ຂອງຊີເຣຍ, ວັນທີ 20 ມີນາ 2017.

ກຸ່ມສິ້ງຊອມ​ສິດທິ​ມະນຸດ ທີ່​ຕິດຕາມ​ເບິ່ງ ສົງຄາມ​ໃນຊີເຣຍ ໄດ້ກ່າວໃນວັນພຸດມື້ນີ້ວ່າ
ພວກເຂົາເຊື່ອວ່າ ການໂຈມຕີທາງອາກາດຂອງກຳລັງປະສົມ ທີ່ນຳພາໂດຍສະຫະລັດ
ໄດ້ສັງຫານ ຢ່າງນ້ອຍ 33 ຄົນ ຢູ່ທີ່ໂຮງຮຽນແຫ່ງນຶ່ງ ໃກ້ກັບເມືອງ Raqqa ທີ່ເປັນ
ເມືອງສຳຄັນ ນັ້ນ.

ກຸ່ມສິ້ງຊອມສິດທິມະນຸດ​ຊີເຣຍ ໄດ້ລາຍງານວ່າ ການໂຈມຕີທາງອາກາດທີ່​ມີຂຶ້ນ
ໃນຕອນເຊົ້າ ວັນອັງຄານວານນີ້ ຢູ່ນອກບ້ານ al-Mansoura ແລະວ່າ ໂຮງຮຽນ
ດັ່ງກ່າວ ໄດ້ຖືກໃຊ້ເປັນບ່ອນຫລົບໄພ ຂອງພວກປະຊາຊົນທີ່ຖືກຍົກ ຍ້າຍອອກ
ຈາກເຮືອນຊານຂອງພວກເຂົາເຈົ້າ ຍ້ອນການສູ້ລົບກັນ ໃນຊີເຣຍ.

ເມືອງ Raqqa ແມ່ນໄດ້ຖືກປະກາດໃຫ້ເປັນເມືອງຫລວງຂອງກຸ່ມລັດອິສລາມ ແລະ
ການຍຶດເອົາເມືອງນີ້ ແມ່ນເປັນເປົ້າໝາຍຫລັກ ສຳລັບກອງກຳລັງຕ່າງໆ ທີ່ກຳລັງ
ຕໍ່ສູ້ກັບພວກຫົວຮຸນແຮງ.

ກຸ່ມແນວໂຮມທີ່ນຳພາໂດຍສະຫະລັດ ຊຶ່ງປະກອບມີ ຫຼາຍກວ່າ ສິບປະເທດ ທີ່
ປະຕິບັດ ການໂຈມຕີທາງອາກາດ ຕໍ່ຕ້ານກຸ່ມລັດອິສລາມໃນຊີເຣຍ ໄດ້ຖະຫລົ່ມ
ເມືອງ Raqqa ​ໃນ​ໄລຍະສອງສາມມື້ຜ່ານ​ມານີ້. ຂໍ້ມູນຂອງກຸ່ມແນວໂຮມ ໄດ້ສະແດງ
ໃຫ້ເຫັນວ່າ ໄດ້ມີການໂຈມຕີທາງອາກາດ ເກືອບ 20 ຖ້ຽວ ຕໍ່ມື້ ຢູ່ທີ່ເມືອງດັ່ງກ່າວ ​
ໃນ​ວັນເສົາ ວັນອາທິດ ແລະ ວັນຈັນຜ່ານ​ມານີ້.

ການໂຈມຕີທາງອາກາດ ໃນຊີເຣຍ ໂດຍລວມແລ້ວ ແມ່ນໄດ້ເພີ້ມຂຶ້ນຢ່າງຫຼວງຫຼາຍ
ໃນປີນີ້ ໂດຍມີປະມານ 550 ຖ້ຽວຕໍ່ເດືອນ ໃນເດືອນມັງກອນ ແລະ ເດືອນກຸມພາ
ເມື່ອທຽບໃສ່ ສະເລ່ຍ​ແລ້ວປະມານ 350 ຖ້ຽວ ໃນ 6 ເດືອນທີ່ຜ່ານມາ ຂອງປີກາຍນີ້.
ພວກເຮືອບິນລົບ ຂອງສະຫະລັດ ແມ່ນຮັບຜິດຊອບ ເປັນສ່ວນໃຫຍ່ ຕໍ່ການໂຈມຕີ
ທາງອາກາດຂອງແນວໂຮມໃນຊີເຣຍ.

ການໂຈມຕີທາງອາກາດເຫຼົ່ານັ້ນ ແລະ ການ​ໂຈມ​ຕີ​ທາງ​ອາກາດ ໂດຍກຳລັງຊີເຣຍ
ແລະ ພັນທະມິດຂອງພວກເຂົາເຈົ້າ ຄື ຣັດເຊຍ ໄດ້ນຳມາ ຊຶ່ງຄວາມກັງວົນ ກ່ຽວກັບ
ການລົ້ມຕາຍຂອງພົນລະເຮືອນ ໃນສົງຄາມທີ່ໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ
400,000 ຄົນ ເສຍຊີວິດ ແລະ ຫຼາຍລ້ານຄົນ ຕ້ອງໄດ້ຖືກ​ ອົບພະຍົບໜີ​ອອກຈາກ
ເຮືອນຊານບ້ານຊ່ອງ ຂອງພວກເຂົາເຈົ້າ.

ເມື່ອຕົ້ນເດືອນນີ້ ກຸ່ມແນວໂຮມ ໄດ້ເປີດເຜີຍ ບົດລາຍງານການເສຍຊີວິດ ຄັ້ງຫຼ້າສຸດ
ໂດຍກ່າວວ່າ ນັບຕັ້ງແຕ່ໄດ້ເລີ່ມຕົ້ນປະຕິບັດການ ໃນເດືອນສິງຫາ ປີ 2014 ເປັນ
ຕົ້ນມາ ຕົນໄດ້ພົບເຫັນວ່າ “ເປັນໄປໄດ້ສູງ” ທີ່ການໂຈມຕີທາງອາ ກາດຂອງຕົນ
ໄດ້ສັງຫານພົນລະເຮືອນ ຢ່າງນ້ອຍ 220 ຄົນ. ອັນນັ້ນລວມທັງ ການໂຈມຕີທາງ
ອາກາດ ທັງໃນ ຊີເຣຍ ແລະ ອີຣັກ.

ບັນດາກຸ່ມ​ປົກ​ປ້ອງສິດທິມະນຸດ ແລະ ກຸ່ມສັງເກດການ​ເບິ່ງບັນຫາຂັດແຍ້ງກ່າວ ວ່າ
ຈຳນວນຜູ້ເສຍຊີວິດ ແມ່ນ ຫຼາຍກວ່ານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG