ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານມົງໂກເລຍ ຕັດສິນຈໍາຄຸກ ອະດີດປະທານາທິບໍດີ Enkhbayer


ແຜນທີ່ປະເທດມົງໂກເລຍ
ແຜນທີ່ປະເທດມົງໂກເລຍ

ສານມົງໂກເລຍໄດ້ຕັດສິນຈໍາຄຸກ
ອະດີດປະທານາທິບໍດີ Nambar
Enkhbayer ເຖິງ 4 ປີ ລຸນຫລັງ
ທີ່ໄດ້ຕັດສິນວ່າທ່ານມີຄວາມຜິດ
ໃນຖານສໍ້ລາດບັງຫລວງ.

ສານໄດ້ຕັດສິນວ່າ ອະດີດນາຍົກ
ລັດຖະມົນຕີ ທັງ​ເປັນອະດີດປະ
ທານາທິບໍດີຜູ້​ນີ້ມີຄວາມຜິດ ໃນ
ວັນພະຫັດວານນີ້ ໃນຂໍ້ຫາການ
ຮັບເອົາຂອງຂວັນຢ່າງບໍ່ເໝາະສົມ
ແລະຂໍ້ຫາໃນການສໍ້ລາດບັງ
ຫລວງອັນອື່ນໆອີກ.

ທ່ານ Enkhbayer ທີ່ໄດ້ຖືກເກືອດຫ້າມໃຫ້ລົງສະໝັກເລືອກຕັ້ງ​ໃນສະພາແຫ່ງຊາດຂອງ
ມົງໂກເລຍ ທີ່ຈັດຂຶ້ນໃນເດືອນມິຖຸນາຜ່ານມານີ້ ໄດ້ເອີ້ນການກ່າວຫານັ້ນວ່າ ບໍ່ມີມູນຄວາມ
ຈິງຫຍັງທັງນັ້ນ ແລະວ່າ ທ່ານຈະຂໍອຸທອນ ຄໍາຕັດສິນລົງໂທດດັ່ງກ່າວ.

XS
SM
MD
LG