ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຕ້ວາທີ ລະຫວ່າງ ທ່ານ Trump ກັບ ທ່ານນາງ Clinton ອາດເປັນ ເວລາສຳຄັນ ໃນການໂຄສະນາຫາສຽງ ຂອງພວກເພິ່ນ


Trump-Clinton Debate Showdown Looms as Key Campaign Moment
please wait

No media source currently available

0:00 0:02:28 0:00

ຜູ້ສະໝັກ ແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກຳລັງຍ່າງຂຶ້ນເວທີ ຊຸມນຸມໂຄສະນາ ຫາສຽງເລືອກຕັ້ງ.

ຜູ້ສະໝັກ ແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ແລະ ຜູ້ສະໝັກ ຈາກພັກຣີພັບບລີກັນ ທ່ານ Donald Trump ຈະປະເຊີນ ໜ້າກັນ ຢູ່ໃນການໂຕ້ວາທີ ເທື່ອທຳອິດ ໃນ ຈຳນວນ 3 ເທື່ອ ທີ່ຈະຖືກຖ່າຍທອດ ຜ່ານທາງໂທລະພາບ ທົ່ວປະເທດ ໃນວັນຈັນມື້ນີ້ ຢູ່ທີ່ເມືອງ Hempstead ລັດ New York. ການປະເຊີນໜ້າກັນລະຫວ່າງ ທ່ານນາງ Clinton ກັບ ທ່ານ Trump ເບິ່ງຄືວ່າ ຈະເປັນລາຍການໜຶ່ງ ທີ່ມີຜູ້ຊົມຫຼາຍທີ່ສຸດ ຂອງການແຂ່ງຂັນ ເປັນປະທານາທິບໍດີ ສະຫະລັດ ແລະ ອາດສົ່ງຜົນສະທ້ອນ ຕໍ່ຜົນທີ່ຈະອອກມາ ຂອງອັນທີ່ກາຍມາເປັນ ການແຂ່ງຂັນເອົາຕຳແໜ່ງ ໃນທຳນຽບຂາວ ທີ່ສູສີກັນຫຼາຍ. ນັກຂ່າວແຫ່ງຊາດ ຂອງ ວີໂອເອ Jim Malone ມີລາຍງານໃຫ້ຊາບ ກ່ອນໜ້າການໂຕ້ວາທີ ຈາກວໍຊິງຕັນ.

ການໂຕ້ວາທີ ເທື່ອທີໜຶ່ງ ຈະເປັນຊ່ວງເວລາ ທີ່ສຳຄັນ ສຳລັບ ທ່ານ Donald Trump ຈາກພັກຣີພັບບລີກັນ ຜູ້ທີ່ໄດ້ຍັບໃກ້ເຂົ້າຫາ ທ່ານນາງ Hillary Clinton ຕື່ມອີກ ຈາກ ຊ່ອງຫວ່າງ ໃນເມື່ອກ່ອນ ໃນການຢັ່ງຫາງສຽງ ເມື່ອສອງສາມສັບປະດາແລ້ວນີ້.

ທ່ານ Trump ເວົ້າວ່າ “ພວກເຮົາຈະເຮັດໃຫ້ ອາເມຣິກາ ເຂັ້ມແຂງ ອີກເທື່ອໜຶ່ງ. ພວກເຮົາຈະເຮັດໃຫ້ ອາເມຣິກາ ປອດໄພ ອີກເທື່ອໜຶ່ງ ແລະ ພວກເຮົາຈະເຮັດໃຫ້ ອາເມຣິກາ ຍິ່ງໃຫຍ່ ອີກເທື່ອໜຶ່ງ! ຂອບໃຈ ແລະ ຂໍພະເຈົ້າໃຫ້ພອນທ່ານ. ຂອບໃຈ!”

ຜູ້ສະໝັກ ແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ກ່າວຖະແຫລງ ໃນລະຫວ່າງ ການຢຸດແວ່ໂຄສະນາຫາສຽງ ໃນເມືອງ Orlando ລັດ Florida, ວັນທີ 21 ກັນຍາ 2016.
ຜູ້ສະໝັກ ແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ກ່າວຖະແຫລງ ໃນລະຫວ່າງ ການຢຸດແວ່ໂຄສະນາຫາສຽງ ໃນເມືອງ Orlando ລັດ Florida, ວັນທີ 21 ກັນຍາ 2016.

ທ່ານນາງ Clinton ມອງເຫັນການໂຕ້ວາທີເທື່ອນີ້ວ່າ ຈະເປັນການເຮັດໃຫ້ ພວກສະໜັບ ສະໜູນທ່ານນາງ ມີຄວາມໝັ້ນໃຈຂຶ້ນຕື່ມ ແລະ ເພື່ອລົນນະລົງເນື້ອໃນໃຈຄວາມ ທີ່ທ່ານ ນາງຢາກສ້າງສາ ເສດຖະກິດ ທີ່ກວມລວມໝົດທຸກຄົນ ໃຫ້ຫຼາຍຂຶ້ນ.

ທ່ານນາງ Clinton ເວົ້າວ່າ “ພວກເຮົາມີຄຸນຄ່າທັງໝົດ. ຢູ່ໃນ ສະຫະລັດ ອາເມຣິກາ ປະເທດທີ່ຍິ່ງໃຫຍ່ທີ່ສຸດ ໃນໂລກ ພວກເຮົາເຊື່ອແນ່ວ່າ ໝົດທຸກຄົນ ເກີດຂຶ້ນມາດ້ວຍ ຄວາມສະເໝີພາບ!”

ທ່ານ Matthew Dallek ອາຈານສອນ ລັດຖະສາດ ຢູ່ທີ່ມະຫາວິທະຍາໄລ George Washington ກ່າວວ່າ ການໂຕ້ວາທີທັງຫຼາຍ ອາດບົ່ມຊ້ອນ ການປ່ຽນແປງຢ່າງໃດ ຢ່າງໜຶ່ງ.

ທ່ານ Dallek ເວົ້າວ່າ “ໃນປັດຈຸບັນນີ້ ການເລືອກຕັ້ງແມ່ນສູສີກັນ ຫຼາຍກວ່າ ທີ່ຫຼາຍໆຄົນ ໄດ້ຄາດຄິດກັນໄວ້ ແລະ ສະນັ້ນ ມັນຈຶ່ງເປັນເລື່ອງອັນຍິ່ງໃຫຍ່ ສຳລັບ ທັງສອງທ່ານ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Young Voters from Hofstra University
please wait

No media source currently available

0:00 0:00:38 0:00

XS
SM
MD
LG