ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນຈັນມື້ນີ ເປັນຂີດໝາຍ ວັນຄົບຮອບ 72 ປີ ຂອງ D-Day ທີ່ປະຕິບັດການ ຍົກພົນຂຶ້ນບົກໃນ ນໍມັງດີ


ທະຫານພັນທະມິດ ໝອບລົງ ຢູ່ດ້ານຫຼັງຂອງເຮືອ ນຳສົ່ງ
ທະຫານຂຶ້ນບົກ ໃນຂະນະທີ່ມັນ ແລ່ນເຂົ້າໃກ້ຫາດຊາຍ Omaha ໃນລະຫວ່າງ ການຍົກພົນຂຶ້ນບົກທີ່ Normandy ຂອງຝຣັ່ງ, ວັນທີ 6 ມິຖຸນາ 1944.
ທະຫານພັນທະມິດ ໝອບລົງ ຢູ່ດ້ານຫຼັງຂອງເຮືອ ນຳສົ່ງ ທະຫານຂຶ້ນບົກ ໃນຂະນະທີ່ມັນ ແລ່ນເຂົ້າໃກ້ຫາດຊາຍ Omaha ໃນລະຫວ່າງ ການຍົກພົນຂຶ້ນບົກທີ່ Normandy ຂອງຝຣັ່ງ, ວັນທີ 6 ມິຖຸນາ 1944.

ວັນຈັນມື້ນີ້ ເປັນຂີດໝາຍ ຄົບຮອບ 72 ປີ ຂອງວັນຍົກພົນຂຶ້ນບົກ ຂອງກອງກຳລັງ ພັນທະມິດ ຫຼື D-Day ຕາມແຄມຝັ່ງທະເລ ຂອງ

ຝຣັ່ງ ທີ່ຍາວຢຽດເຖິງ 80 ກິໂລແມັດ ທີ່ໄດ້ຊ່ອຍຜາບແພ້ Nazi ໃນສົງຄາມໂລກ ຄັ້ງທີ ສອງ.

ພົນທະຫານ ພັນທະມິດ ຈຳນວນ 160,000 ຄົນ ໄດ້ໂຕນຈ້ອງ ຫຼື ໄດ້ລຸຍນ້ຳ ຂຶ້ນຫາດຊາຍ ຂອງ Normandy ເມື່ອວັນທີ 6 ເດືອນມິຖຸນາ ປີ 1944 ໃນອັນທີ່ເປັນການບຸກຂຶ້ນຝັ່ງ ທາງ ທະເລ ທີ່ໃຫຍ່ທີ່ສຸດ ໃນປະຫວັດສາດ ທາງທະຫານ. ເຖິງແມ່ນວ່າ ປະມານ 4,500 ຄົນ ໄດ້ເສຍຊີວິດ ໃນຕອນທ້າຍຂອງມື້ ການປະຕິບັດການນັ້ນ ໃນທີ່ສຸດກໍໄດ້ນຳໄປສູ່ ການໄດ້ ຮັບໄຊຊະນະ ຂອງພັນທະມິດ ທົ່ວຢູໂຣບ.

ກໍ່າປັ່ນລົບຫຼາຍກວ່າ 5,000 ລຳ ແລະ ເຮືອບິນ 13,000 ລຳ ໄດ້ໃຫ້ການສະໜັບສະໜູນ ວັນຍົກພົນຂຶ້ນບົກ D-Day ນັ້ນ.

ການຍົກທັບຂຶ້ນບົກ ໄດ້ເລີ້ມຕົ້ນຂຶ້ນ ບໍ່ດົນ ຫຼັງຈາກທ່ຽງຄືນ ໂດຍມີການປະຕິບັດການ ທາງອາກາດ ທີ່ເຕັມດ້ວຍໄພອັນຕະລາຍ ຊຶ່ງນຳພາໂດຍ ກອງທະຫານໂຕນຈ້ອງ ຂອງ “Screaming Eagles” ໜ່ວຍທີ 101 Airborne ແລະ ກອງພັນທີ 82 ຂອງ Airborne. ເມື່ອຕອນຕາເວັນນັ້ນ ທະຫານພັນທະມິດ ຫຼາຍພັນຄົນ ໄດ້ໂຕນຈ້ອງລົງ ຈາກ ເຮືອບິນ ເພື່ອຈູ່ໂຈມຊາຍຫາດ ພາຍໃຕ້ການຍິງປ້ອງກັນ ຢ່າງໜັກໜ່ວງ ຂອງພວກ ທະຫານ ເຢຍຣະມັນ.

ນາຍພົນ ສະຫະລັດ Dwight D. Eisenhower ໃນເວລານັ້ນ ເປັນຜູ້ບັນຊາການ ທະຫານສູງສຸດ ຂອງກອງກຳລັງພັນທະມິດ ທົ່ວຢູໂຣບຕາເວັນຕົກ ໄດ້ຮ້ອງການປະຕິບັດ ການດັ່ງກ່າວ ວ່າ ເປັນສົງຄາມປາບໃຫ້ຮາບກ້ຽງ ຊຶ່ງ “ພວກເຮົາຈະບໍ່ຮັບ ເອົາຫຍັງ ທັງໝົດ ທີ່ໜ້ອຍໄປກວ່າ ໄຊຊະນະ ຢ່າງຄົບຖ້ວນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG