ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງກົດດັນເພີ້ມຂຶ້ນຢູ່ໃນສະຫະລັດ ຕໍ່ການຫ້າມນໍາເຂົ້ານໍ້າມັນຈາກ ຣັດເຊຍ


ແຟ້ມຮູບ-ສະມາຊິກສະພາສູງຈາກພັກເດໂມແຄຣັດ ທ່ານດິກ ເດີບິນ, ອອກສຽງຢ່າງຈິງຈັງ ໂດຍຮ່ວມກັບສະມາຊິກສະພາສູງສຽງສ່ວນໃຫຍ່ ທ່ານຊັກ ຊູມເມີ ທີ່ຢືນຢູ່ດ້ານຂວາ ຈາກພັກເດໂມແຄຣັດປະຈໍາລັດນິວຢອກ, ຕອບຄໍາຖາມທີ່ການຖະແຫຼງຂ່າວທີ່ຕຶກສະພາ ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 2 ກຸມພາ 2021.
ແຟ້ມຮູບ-ສະມາຊິກສະພາສູງຈາກພັກເດໂມແຄຣັດ ທ່ານດິກ ເດີບິນ, ອອກສຽງຢ່າງຈິງຈັງ ໂດຍຮ່ວມກັບສະມາຊິກສະພາສູງສຽງສ່ວນໃຫຍ່ ທ່ານຊັກ ຊູມເມີ ທີ່ຢືນຢູ່ດ້ານຂວາ ຈາກພັກເດໂມແຄຣັດປະຈໍາລັດນິວຢອກ, ຕອບຄໍາຖາມທີ່ການຖະແຫຼງຂ່າວທີ່ຕຶກສະພາ ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 2 ກຸມພາ 2021.

ສະພາ ສະຫະລັດ ໄດ້ພາກັນຮຽກຮ້ອງເພີ້ມ​ຂຶ້ນໃຫ້ມີຄໍາສັ່ງຫ້າມການນໍາເຂົ້ານໍ້າມັນຈາກ ຣັດເຊຍ, ໂດຍຕັດປະ ທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ ອອກຈາກແຫຼ່ງລາຍຮັບຫຼັກຂອງພວກເຂົາ ເພື່ອເປັນການຕອບໂຕ້ຕໍ່ຣັດເຊຍ ໃນການຮຸກຮານ ຢູເຄຣນ ແບບບໍ່ມີການ​ເກາະ​ຜິດ.

ສະມາຊິກສະພາສູງ ຈາກພັກເດໂມແຄຣັດ ທ່ານດິກ ເດີບິນ (Dick Durbin) ກ່າວຢູ່ໃນສະພາໃນມື້ວັນຈັນວານນີ້ວ່າ “ດ້ວຍເຫດໃດພວກເຮົາຈຶ່ງຈະຕ້ອງນໍາເຂົ້ານໍ້າມັນ ແລະ ອາຍແ​ກັສເພື່ອໃຫ້ກໍາໄລ ແລະ ການດໍາເນີນທຸລະກິດ ໃຫ້ແກ່ ວລາດີເມຍ ປູຕິນ ໃນ​ການຊື້ເຄື່ອງຈັກສົງຄາມຂອງລາວ?”

ທ່ານ ເດີບິນ ໄດ້ສະເໜີ​ຮ່າງກົດໝາຍ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກສອງ​ພັກໃນມື້ວັນພະຫັດແລ້ວນີ້ ພ້ອມດ້ວຍສະມາຊິກສະພາສູງອີກ 11 ຄົນ ທີ່ເຫັນດີໃນການຫ້າມນໍາເຂົ້ານໍ້າມັນຊົ່ວຄາວຈາກ ຣັດເຊຍ ລວມເຖິງການ​ໂຈະການຄ້າ ລະຫວ່າງ ສະຫະລັດ ແລະ ຣັດເຊຍ ນໍາອີກດ້ວຍ.

ທ່ານກ່າວວ່າ ຖ້າຂໍ້ສະເໜີດັ່ງກ່າວຫາກໄດ້ຮັບການຮັບຮອງ, ຜົນທີ່ອອກມາຂອງກົດໝາຍນັ້ນຈະເປັນໄປໄດ້ວ່າ “ທົ່ວໂລກລວມເຖິງ ສະຫະລັດ ມີແນວໂນ້ມທີ່ຈະຈ່າຍຄ່ານໍ້າມັນແພງຂຶ້ນໃນການໃສ່ນໍ້າມັນຢູ່ທີ່ປໍ້າ ຄ່າອາຍຮ້ອນຢູ່ເຮືອນກໍເຊັ່ນດຽວກັນ, ພວກເຮົາຕ້ອງກຽມພ້ອມສໍາລັບຄວາມເປັນຈິງ. ແຕ່ນັ້ນແມ່ນລາຄາໃນປັດຈຸບັນ ເພື່ອ​ປົກ​ປ້ອງອິດສະຫຼະ​ພາບ ແລະ ປະຊາທິປະໄຕ. ປະຊາຊົນຢູເຄຣນກໍາລັງຈ່າຍ​ດ້ວຍ​ການໃຊ້ຊີວິດຂອງພວກເຂົາເຈົ້າ​, ພວກເຮົາອາດຈະຈົບລົງດ້ວຍການຈ່າຍເງິນຫຼາຍກວ່າເກົ່າຢູ່ທີ່ປໍ້ານໍ້າມັນ.”

ໃນຈົດໝາຍໃນມື້ວັນອາທິດແລ້ວນີ້ ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ (Nancy Pelosi) ກ່າວ​ຕໍ່​ສະ​ມາ​ຊິກ​ສະ​ພາ​ຕ່ຳວ່າ “ເພື່ອນຮ່ວມງານທີ່ຮັກ” ​ທາງສະພາຕໍ່າ​ກຳ​ລັງດໍາເນີນງານໃນຮ່າງ​ກົດ​ໝາຍຂອງຕົນເອງ ໃນການຫ້າມການນໍາເຂົ້າເຫຼົ່ານັ້ນ.

ດ້ວຍລາຄາພະລັງງານທີ່ເພີ້ມສູງຂຶ້ນຢູ່ໃນສະຫະລັດແລ້ວນັ້ນ ເນື່ອງຈາກການຮຸກຮານ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ກຳ​ລັງ​ປະ​ເຊີນ​ໜ້າ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ການ​ຫ້າມ​ດັ່ງ​ກ່າວອາດ​ເພີ້ມ​ຄວາມ​ກົດ​ດັນ​ຕໍ່​ຊາວ ​ອາ​ເມ​ຣິ​ກັນ ທີ່​ພວມ​ປະ​ເຊີນ​ໜ້າ​ກັບ​ໄພ​ເງິນ​ເພີ້ມ​ທີ່​ກຳ​ລັງ​ສູງ​ຂຶ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG