ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານ ມອ​ລ​ໂດ​ວາ ຂັບ​ໄລ່​ ປະ​ທາ​ນາ​ທິ​ບໍ​ດີ ອອກ​ຈາກ​ຕຳ​ແໜ່ງ


ຜູ້​ສະ​ໜ​ັບ​ສະ​ໜູນ​ພັກ​ປະ​ຊາ​ທິ​ປະ​ໄຕ ຮ້ອ​ງ​ຄຳ​ຂວັນ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ທີ່​ນະ​ຄອນຫຼວງ ຈິ​ຊິ​ນາວ, ປະ​ເທດ ມອ​ລ​ໂດ​ວາ. 9 ມິ​ຖຸ​ນາ, 2019.
ຜູ້​ສະ​ໜ​ັບ​ສະ​ໜູນ​ພັກ​ປະ​ຊາ​ທິ​ປະ​ໄຕ ຮ້ອ​ງ​ຄຳ​ຂວັນ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ທີ່​ນະ​ຄອນຫຼວງ ຈິ​ຊິ​ນາວ, ປະ​ເທດ ມອ​ລ​ໂດ​ວາ. 9 ມິ​ຖຸ​ນາ, 2019.

ປະ​ເທດ ມອ​ລ​ໂດ​ວາ ໄດ້​ຕົກ​ເຂົ້າ​ສູ່​ວິ​ກິດ​ການ​ດ້ານ​ການ​ເມືອງ​ຍິ່ງ​ຂຶ້ນກວ່າ​ເກົ່າ ຫຼັງ​ຈາກ
ສານລັດຖະທຳມະນູນ ໄດ້ປົດປະທານາທິບໍດີທີ່ສະໜັບສະໜູນ ຣັດເຊຍ ທ່ານ ອີກໍ
ໂດດອນ ອອກຈາກອຳນາດ ກ່ຽວກັບ ການບໍ່ສາມາດທີ່ຈະຕັ້ງລັດຖະບານໃໝ່ຂອງ
ທ່ານ ຫຼັງຈາກການຢຸດຊະງັກທາງການເມືອງເປັນເວລາຫຼາຍເດືອນ.

ສານ​ດັ່ງ​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້ ຍັງ​ໄດ້​ແຕ່ງ​ຕັ້ງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ພາ​
ແວລ ຟີລິບ ເປັນປະທານາທິບໍດີຊົ່ວຄາວ.

ທ່ານ ຟີ​ລິບ ໄດ້​ຍຸບ​ສະ​ພາ​ແຫ່ງ​ຊາດ​ໃນ​ທັນ​ທີ ແລະ ໄດ້​ຮຽກ​ຮ້ອງ​ຈັດ​ການ​ເລືອກ​ຕັ້ງ​ກະ​
ທັນຫັນ ໃນວັນທີ 6 ກັນຍານີ້ ໃນຂະນະທີ່ຜູ້ສະໜັບສະໜູນຂອງທ່ານ ຫຼາຍພັນຄົນໄດ້
ເຕົ້າໂຮມກັນໃນນະຄອນຫຼວງ ຈິຊິນາວ, ສຳລັບການຊຸມນຸມ.

ພັກ​ສັງ​ຄົມ​ນິ​ຍົມ​ຂອງ​ທ່ານ ໂດດອນ ໄດ້​ກ່າວ​ໃນ​ວັນ​ເສົາ​ວານນີ້​ວ່າ ເຂົາ​ເຈົ້າ​ໄດ້​ຕັ້ງ​ລັດ​ຖະ
ບານພັນທະມິດ, ແຕ່ສານໄດ້ຕັດສິນວ່າ ການເຄື່ອນໄຫວດັ່ງກ່າວຕ້ອງເກີດຂຶ້ນ ນຶ່ງວັນ
ຫຼັງຈາກຂີດເສັ້ນຕາຍ 90 ວັນສຳລັບການຕັ້ງລັດຖະບານໃໝ່ໄດ້ຜ່ານໄປ.

ພັນ​ທະ​ມິດ​ດັ່ງ​ກ່າວ​ໄດ້​ປະ​ຕິ​ເສດ​ການ​ຕັດ​ສິນນັ້ນ, ໂດຍ​ເວົ້າ​ວ່າ ຂີດ​ເສັ້ນ​ຕາຍ​ແມ່ນສາມ​
ເດືອນ ແທນທີ່ຈະເປັນ 90 ວັນ.

ທ່ານ ໂດດອນ ໄດ້​ກ່າວ​ຫາ​ສານ ກ່ຽວ​ກັບ ການ​ລຳ​ອຽງ ເພື່ອ​ເຂົ້າ​ຂ້າງ​ພັກ​ປະ​ຊາ​ທິ​ປະ​ໄຕ​
ຂອງທ່ານ ຟີລິບ ແລະ ໄດ້ຂໍໃຫ້ປະຊາຄົມນານາຊາດເຂົ້າແຊກແຊງ.

ທ່ານ ໂດດອນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ພວກ​ເຮົາ​ບໍ່​ມີ​ທາງ​ເລືອກ ແຕ່​ຂໍ​
ຮ້ອງໃຫ້ປະຊາຄົມນານາຊາດ ເພື່ອໄກ່ເກ່ຍຂັ້ນຕອນການສັບປ່ຽນອຳນາດທີ່ສັນຕິ ຫຼື
ຮຽກຮ້ອງໃຫ້ປະຊາຊົນ ມອລໂດວາ ສຳລັບການເຄື່ອນໄຫວແບບບໍ່ເຄີຍມີມາກ່ອນ
ແລະ ປະທ້ວງຢ່າງສະຫງົບ.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ມໍ​ແກນ ອໍ​ຕາ​ກັ​ສ ໄດ້​ກ່າວ​ວ່າ “ລັດ​
ຖະບານ ວໍຊິງຕັນ “ຮຽກຮ້ອງທຸກພັກການເມືອງຂອງ ມອລໂດວາ ໃຫ້ຄວບຄຸມອາລົມ
ແລະ ຕົກລົງກັນ ກ່ຽວກັບ ການຫາທາງອອກ ຜ່ານການປຶກສາຫາລືທາງການເມືອງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG