ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Igor Dodon ປະກາດໄຊຊະນະການ ເລືອກຕັ້ງ ປະທານາທິບໍດີ ໂມລໂດວາ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກສັງຄົມນິຍົມ
ທ່ານ Igor Dodon ກ່າວຕໍ່ບັນດາສື່ມວນຊົນ ຫຼັງຈາກການ
ລົງຄະແນນສຽງປະທານາທິບໍດີໄດ້ສິ້ນສຸດລົງ ໃນເມືອງ
Chisinau, ປະເທດ ໂມລໂດວາ, 13 ພະຈິກ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກສັງຄົມນິຍົມ ທ່ານ Igor Dodon ກ່າວຕໍ່ບັນດາສື່ມວນຊົນ ຫຼັງຈາກການ ລົງຄະແນນສຽງປະທານາທິບໍດີໄດ້ສິ້ນສຸດລົງ ໃນເມືອງ Chisinau, ປະເທດ ໂມລໂດວາ, 13 ພະຈິກ, 2016.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທີ່ສະໜັບສະໜູນ ຣັດເຊຍ ຂອງປະເທດ Moldova, ທ່ານ Igor Dodon ໄດ້ປະກາດໄຊຊະນະໃນການແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີຂັ້ນຊີ້ຂາດໃນວັນອາທິດວານນີ້.

ດ້ວຍຄະແນນສຽງເກືອບທຸກໃບທີ່ໄດ້ນັບໃນອະດີດສາທາລະນະລັດ ໂຊວຽດ, ທ່ານ Dodon ຜູ້ທີ່ໄດ້ໂຄສະນາຫາສຽງ ກ່ຽວກັບ ຄຳສັນຍາຕ່າງໆທີ່ຈະຟື້ນຟູສາຍພົວພັນອັນໃກ້ ຊິດກັບ ຣັດເຊຍ, ໄດ້ຮັບປະມານ 55 ເປີເຊັນຂອງຄະແນນສຽງ, ນຳໜ້າຄູ່ແຂ່ງຂັນທີ່ສະ ໜັບສະໜູນ ຢູໂຣບ ທ່ານ Maya Sandu ຫຼາຍພໍສົມຄວນ.

ຜົນຄະແນນສຸດທ້າຍຄາດວ່າຈະປາກົດອອກມາໃນວັນຈັນມື້ນີ້ ໃນປະເທດທີ່ຍາກຈົນທີ່ມີ ປະຊາກອນ 3 ລ້ານ 5 ແສນຄົນນັ້ນ.

ໃນການກ່າວຕໍ່ບັນດານັກຂ່າວທີ່ກອງປະຊຸມຖະແຫຼງຂ່າວຂອງຄ່ຳຄືນວັນອາທິດວານນີ້, ທ່ານ Dodon ໄດ້ຮັບຮູ້ການໂຄສະນາຫາສຽງທີ່ເຂັ້ມແຂງຂອງຄູ່ແຂ່ງຂັນຂອງທ່ານ ແລະ ທ່ານ Dodon ໄດ້ກ່າວວ່າ ທ່ານຈະເປັນ “ປະທານາທິບໍດີຂອງປະເທດທັງໝົດ.”

ທ່ານເວົ້າວ່າ “ມື້ນີ້ພວກເຮົາສາມາດເຮັດໄດ້ທຸກຢ່າງ ເພື່ອຫຼີກລ່ຽງການແບ່ງແຍກກັນ ໃນສັງຄົມ. ຂ້າພະເຈົ້າຈະເປັນປະທານາທິບໍດີຂອງປະຊາຊົນ Moldova ໝົດທຸກຄົນ ແລະ ສຳລັບຜູ້ທີ່ໄດ້ລົງຄະແນນສຽງເພື່ອພວກທ່ານ. ຂ້າພະເຈົ້າຈະຮັບຟັງຜູ້ທີ່ໄດ້ລົງ ຄະແນນສຽງຕໍ່ຕ້ານຂ້າພະເຈົ້າ, ຍ້ອນວ່າ ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ຂ້າພະເຈົ້າແມ່ນ ປະທານາທິບໍດີຂອງປະເທດທັງໝົດ.”

ທ່ານ Dodon ທີ່ສະໜັບສະໜູນ ມົສກູ ເກືອບໄດ້ຊະນະຕຳແໜ່ງປະທານາທິບໍດີຢ່າງສົມ ບູນແບບ ໃນຮອບທຳອິດຂອງການລົງຄະແນນສຽງເມື່ອສອງສັບປະດາທີ່ຜ່ານມາ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Moldova Politics
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG