ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປະ​ເທດ ໂມ​ລ​ໂດ​ວາ ປະ​ເຊີນ​ກັບ​ໄພ​ຂົ່ມ​ຂູ່ຫຼາຍ​ດ້ານ​ຈາກ ຣັດ​ເຊຍ ຂະ​ນະ​ທີ່​ເຂົາ​ເຈົ້າ​ພະ​ຍາ​ຍາມ​ຂໍ​ເປັນ​ສະ​ມາ​ຊິກ ​ສະ​ຫະ​ພາບ ຢູ​ໂຣບ


ປະ​ທາ​ນ​ຄະ​ນະ​ກຳ​ມາ​ທິ​ການ ຢູ​ໂຣບ ທ່ານ​ນາງ ເອີ​ຊູ​ລາ ວອນ ເດີ ເລ​ເຢັນ, ຊ້າຍ, ຢືນ​ຢູ່​ທາງ​ຂ້າງ​ປະ​ທາ​ນາ​ທິ​ບໍ​ດີ ໂມ​ລ​ໂດ​ວາ ທ່າ​ນ​ນາງ ມາ​ຢາ ແຊນ​ດູ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ ໂມ​ລ​ໂດ​ວາ, 12 ຕຸ​ລາ 2023.
ປະ​ທາ​ນ​ຄະ​ນະ​ກຳ​ມາ​ທິ​ການ ຢູ​ໂຣບ ທ່ານ​ນາງ ເອີ​ຊູ​ລາ ວອນ ເດີ ເລ​ເຢັນ, ຊ້າຍ, ຢືນ​ຢູ່​ທາງ​ຂ້າງ​ປະ​ທາ​ນາ​ທິ​ບໍ​ດີ ໂມ​ລ​ໂດ​ວາ ທ່າ​ນ​ນາງ ມາ​ຢາ ແຊນ​ດູ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ ໂມ​ລ​ໂດ​ວາ, 12 ຕຸ​ລາ 2023.

​ເມື່ອ​ສອງ​ປີ​ທີ່​ຜ່ານມາ​ແມ່ນເປັນ​ຊ່ວງ​ເວ​ລາ​ທີ່​ຫຍຸ່ງ​ຍາກ​ທີ່​ສຸດ ແລະ ສັບ​ສົນ​ວຸ້ນ​ວາຍ​ທີ່​ສຸດ​ສຳ​ລັບ​ປະ​ເທດ ໂມ​ລ​ໂດ​ວາ ທີ່​ເປັນ​ຜູ້​ຂໍສະ​ໝັກ​ເຂົ້າ​ສະ​ຫະ​ພາບ​ຢູ​ໂຣບ ໃນ​ຮອບ​ດົນ​ກວ່າ​ສາມ​ທົດ​ສະ​ວັດ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ປະ​ເຊີນ​ກັບ​ໄພ​ຂົ່ມ​ຂູ່​ຈາກ ຣັດ​ເຊຍ ໃນຫຼາຍ​ດ້ານ​ຂອງ​ຊີ​ວິດ​ໃນ​ສັງ​ຄົມ, ອີງ​ຕາມ​ການ​ກ່າວ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​.

ນັບ​ຕັ້ງ​ແຕ່ ຣັດ​ເຊຍ ໄດ້​ບຸກ​ລຸກ ຢູ​ເຄ​ຣນ ໃນ​ປີ 2022, ປະ​ເທດ​ ໂມ​ລ​ໂດ​ວາ ທີ່​ເ​ປັນ​ເພື່ອນ​ບ້ານ​ຂອງ​ເຂົາ​ເຈົ້າ​ໄດ້​ປະ​ເຊີ​ນ​ກັບ​ວິ​ກິດ​ການ​ຢ່າງ​ຊ້ຳ​ຊາກ​ ທີ່ຫຼາຍ​ຄັ້ງ​ໄດ້​ສ້າງ​ຄວາມ​ຢ້ານ​ກົວ​ວ່າ ​ປະ​ເທດ​ດັ່ງ​ກ່າວຈະ​ເປັນ​ເປົ້າ​ໝ​າຍຂອງ ຣັດ​ເຊຍ ເຊັ່ນ​ກັນ. ສິ່ງ​ທີ່​ວ່ານີ້​ ລວມ​ມີ​ລູກ​ສອນ​ໄຟຫຼາຍ​ລູ​ກ​ຕົກ​ລົງ​ໃນ​ດິນ​ແດນ​ຂອງ​ເຂົາ​ເຈົ້າ, ວິ​ກິດ​ການ​ພະ​ລັງ​ງານ​ທີ່​ຮ້າຍ​ແຮງຫຼັງ​ຈາກ ມົ​ສ​ກູ ໄດ້ຫຼຸດ​ການ​ສະ​ໜອງ​ອາຍ​ແກັ​ສ​ລົງ​ຢ່າງຫຼວງຫຼາຍ, ໄຟ​ເງິນ​ເຟີ້​ທີ່​ຮຸນ​ແຮງ​ຂຶ້ນ ແລະ ການ​ປະ​ທ້ວງ​ໂດ​ຍ​ຝ່າຍ​ທີ່​ສະ​ໜັບ​ສະ​ໜູນ ຣັດ​ເຊຍ ແລະ ລັດ​ຖະ​ບານ​ທີ່​ສະ​ໜັບ​ສະ​ໜູນ​ຕາ​ເວັນ​ຕົກ. ໂມ​ລ​ໂດ​ວາ ກໍ​ຍັງ​ໄດ້​ຮັບ​ເອົາ​ອົບ​ພະ​ຍົບ ຢູ​ເຄ​ຣນ ຈຳ​ນວນ​ຫຼາຍ​ທີ່​ສຸດ​ຕໍ່​ຫົວ​ຄົນກວ່າ​ປະ​ເທດ​ໃດໆ.

ທ່ານ ມິ​ຮາຍ ປັອບ​ຊອຍ, ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໃນ​ທ້າຍ​ເດືອນ​ມັງ​ກອນ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AP ວ່າ “ສອງ​ປີ​ທີ່​ຜ່ານ​ມາ​ນີ້​ໂດຍ​ປາ​ສະ​ຈາກ​ການ​ເວົ້າ​ເກີນ​ຈິງ ແມ່ນ​ຫຍຸ່ງ​ຍາກ​ທີ່​ສຸດ​ໃນ​ຮອບ 30 ປີ​ທີ່​ຜ່ານ​ມາ.”

ໂມ​ລ​ໂດ​ວາ ໄດ້​ຮັບ​ເອ​ກະ​ລາດ​ຈາ​ກ​ສະ​ຫະ​ພາ​ໂຊ​ຫວຽດ ໃນ​ປີ 1991, ແຕ່ ຣັດ​ເຊຍ ໄດ້​ສືບ​ຕໍ່​ພິ​ຈະ​ລະ​ນາ​ປະ​ເທດ​ດັ່ງ​ກ່າວ ທີ່​ຕັ້ງ​ຢູ່​ລະ​ຫວ່າງ ຢູ​ເຄ​ຣນ ແລະ ໂຣ​ມາ​ເນຍ ທີ່​ເປັນ​ສະ​ຫະ​ພາບ​ຢູ​ໂຣບ ນັ້ນ, ດັ່ງ​ກັບ​ປະ​ເທດ​ທີ່​ຢູ່​ໃນ​ຂອບ​ເຂດອິດ​ທິ​ພົນ​ຂອງ​ເຂົາ​ເຈົ້າ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ ໂມ​ລ​ໂດ​ວາ ໄດ້​ກ່າວ​ຫາ ຣັດ​ເຊຍ ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ ກ່ຽວ​ກັບ ການ​ດຳ​ເນີນ “ສົງ​ຄາມ​ປະ​ສົມ” ຕໍ່​ປະ​ເທ​ດ​ດັ່ງ​ກ່າວ, ໂດຍ​ໃຫ້​ເງິນ​ທຶນ​ແກ່​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ, ແຊກ​ແຊງ​ໃນ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ ແລະ ທຳ​ການ​ໂຄ​ສະ​ນາ​ບິດ​ເບືອນ​ຂໍ້​ມູນ​ຢ່າງກວ້າງ​ຂວາງ ເພື່ອ​ພະ​ຍາ​ຍາມ​ໂຄ່ນ​ລົ້ມ​ລັດ​ຖະ​ບານ ແລະ ຂັດ​ຂວາງ ໂມ​ລ​ໂດ​ວາ ຈາກ​ເສັ້ນ​ທາງ​ໄປ​ສູ່​ການ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ຢູ​ໂຣບ​ຢ່າງ​ເຕັມ​ທີ່. ຣັດ​ເຊຍ ໄດ້​ປະ​ຕິ​ເສດ​ການ​ກ່າວ​ຫາ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG