ເຈົ້າຂອງສວນໝາກກ້ວຍ ແລະ ອະດີດຫົວໜ້າຂອງອົງການກໍ່ສ້າງ ຂອງລັດຖະບານ ເຮຕີ ຈະປະເຊີນໜ້າກັນໃນການແຂ່ງຂັນຂັ້ນຊີ້ ຂາດເອົາຕຳແໜ່ງປະທານາທິບໍດີຂອງ ເຮຕີ ໃນເດືອນໜ້ານີ້.
ສະພາການເລືອກຕັ້ງຊົ່ວຄາວຂອງ ເຮຕີ ໄດ້ປະກາດໃນຕອນແລງ ຂອງວັນພະຫັດວານນີ້ວ່າ ນັກວິສາຫະກິດໝາກກ້ວຍອາຍຸ 37 ປີ ທ່ານ Jovenel Moise ຈາກພັກປົກຄອງປະເທດ ເຮຕີ ແຫ່ງຄົນ ຫົວລ້ານ, ເຊິ່ງເປັນຊື່ຕັ້ງຂຶ້ນເພື່ອເປັນ ກຽດໃຫ້ກັບປະທານາທິບໍດີ ທີ່ກຳລັງຈະພົ້ນຈາກຕຳແໜ່ງ ໄດ້ຮັບຄະແນນສຽງ 32 ເປີເຊັນໃນ ການເລືອກຕັ້ງເດືອນຕຸລາທີ່ຜ່ານມາ, ໃນເມື່ອທ່ານ Jude Celestin ອາຍຸ 53 ປີຈາກກຸ່ມສັນນິບາດໂອກາດໃນການເລືອກ ເພືື່ອຄວາມກ້າວໜ້າ ແລະ ການປົດປ່ອຍແຫ່ງ ເຮຕີ ໄດ້ຮັບ 25.2 ເປີເຊັນ.
ຜູ້ສະໝັກລົງແຂ່ງຂັນຫຼາຍກວ່າ 50 ຄົນໄດ້ລົງແຂ່ງເອົາຕຳແໜ່ງສູງສຸດໃນລັດຖະບານຂອງ ເຮຕີ. ຜູ້ສັງເກດການໆເລືອກຕັ້ງໄດ້ກ່າວວ່າ ການເລືອກຕັ້ງແມ່ນປອດໄພຈາກບັນຫາໃຫຍ່ ຢ່າງກວ້າງຂວາງ ແລະ ຄວາມຮຸນແຮງທີ່ໄດ້ກໍ່ກວນການເລືອກຕັ້ງສະພາແຫ່ງຊາດໃນເດືອນ ສິງຫາທີ່ຜ່ານມາ.
ບັນດາເຈົ້າໜ້າທີ່ກ່າວວ່າ ມີຜູ້ລົງຄະແນນສຽງທີ່ໄດ້ລົງທະບຽນພຽງແຕ່ 1.5 ລ້ານຄົນຂອງ ເຮຕີ ຈາກຫຼາຍກວ່າ 5 ລ້ານຄົນໄດ້ເຂົ້າຮ່ວມໃນການເລືອກຕັ້ງ.
ການເລືອກຕັ້ງຂອງເດືອນຕຸລາທີ່ຜ່ານມາໄດ້ຕັ້ງຂຶ້ນໃນຮອບເກືອບ 5 ປີຫຼັງຈາກປະທານາທິ ບໍດີ ທ່ານ Michel Martelly ເຂົ້າກຳອຳນາດໃນປະເທດ ເຊິ່ງດີ້ນຮົນເພື່ອຟື້ນຟູປະເທດຈາກ ຜົນກະທົບແຜ່ນດິນໄຫວທີ່ຮ້າຍແຮງໃນປີ 2010 ທີ່ໄດ້ເຮັດໃຫ້ຫຼາຍພາກສ່ວນໃນນະຄອນ
ຫຼວງ Port Au Prince ຫັກພັງລຽບ ແລະ ເຮັດໃຫ້ປະຊາຊົນຫຼາຍກວ່າ 1 ລ້ານຄົນບໍ່ມີທີ່ຢູ່ ອາໄສ.
ໂລກອະຫິວາໄດ້ແຜ່ລະບາດ ພາຍຫຼັງເກີດແຜ່ນດິນໄຫວ, ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກຕື່ມອີກໃຫ້ແກ່ປະເທດໃນເຂດທະເລ Caribbean ຊຶ່ງເປັນປະເທດທີ່ທຸກຈົນທີ່ສຸດໃນ ຊີກໂລກຕາເວັນຕົກນັ້ນ.
ຕົກມາສູ່ມື້ນີ້ ບາງບ່ອນທີ່ຖືກປະທະຢ່າງໜັກທີ່ສຸດໃນນະຄອນຫຼວງ Port-au-Prince ນັ້ນໄດ້ປ່ຽນແປງໄປຢ່າງຫຼວງຫຼາຍ ແລະພາກສ່ວນຫຼາຍກໍໄດ້ຖືກສະສາງສິ່ງພັກພັງອອກໄປແລ້ວ. ເຖິງຢ່າງໃດກໍດີ ປະຊາຊົນຫຼາຍພັນຄົນຍັງກຳລັງບຶກບືນຫາທາງຊົດເຊີຍຊີວິດການເປັນຢູ່ ຂອງເຂົາເຈົ້າຢູ່.