ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການປິດລ້ອມ ຮ້ານອາຫານ ທີ່ ໂມກາດິສຊູ ສິ້ນສຸດລົງ ໂດຍມີພົນລະເຮືອນຕາຍ 19 ຄົນ

ກຳລັງຮັກສາຄວາມປອດໄພ ກຳລັງນຳໂຕຊາຍຄົນນຶ່ງ ຜູ້ທີ່ໄດ້ຖືກຊ່ອຍອອກມາ ຈາກຮ້ານ Pizza House.
ກຳລັງຮັກສາຄວາມປອດໄພ ກຳລັງນຳໂຕຊາຍຄົນນຶ່ງ ຜູ້ທີ່ໄດ້ຖືກຊ່ອຍອອກມາ ຈາກຮ້ານ Pizza House.

ກຳລັງຮັກສາຄວາມປອດໄພຂອງໂຊມາເລຍ ໄດ້ຍຸຕິ ເຫດການປິດລ້ອມຮ້ານອາຫານ
ແຫ່ງນຶ່ງ ໂດຍພວກຫົວຮຸນແຮງ al-Shabab ໃນນະຄອນຫຼວງ Mogadishu ເມື່ອຕອນ
ເຊົ້າວັນພະຫັດມື້ນີ້ ຫຼັງຈາກທີ່ໄດ້ສູ້ລົບ ກັບພວກຫົວຮຸນແຮງ ມາໄດ້ເກືອບ 11 ຊົ່ວໂມງ.

ຜູ້ບັນຊາການຕຳຫຼວດ ​ເຂດເມືອງ Hodan ພັນຕີ Abdifatah Bashir Ali ໄດ້ແຈ້ງ
ໃຫ້ວີໂອເອ ພະແນກພາສາໂຊມາເລຍ ຊາບວ່າ ກຳລັງຮັກສາຄວາມປອດໄພພິເສດ
ໄດ້ເລີ່ມປະຕິບັດການຂະໜາດໃຫຍ່ ກ່ອນ 6 ໂມງເຊົ້າ ຕາມເວລາໃນທ້ອງຖິ່ນ ແລະ
ໄດ້ປະສົບ​ຄວາມ​ສຳ​ເລັດ ​ໃນ​ການເອົາຊະນະ ພວກຫົວຮຸນແຮງ ທີ່ໄດ້ເຂົ້າຍຶດເອົາ
ຮ້ານອາຫານດັ່ງກ່າວ “ດ້ວຍກຳລັງທີ່ເໜືອກວ່າ”.

ບັນດາເຈົ້າໜ້າທີ່ ບອກນັກຂ່າວວີໂອເອ ທ່ານ Abdulkadir Mohamed Abdulle
ໃນນະຄອນ Mogadishu ວ່າ ຢ່າງໜ້ອຍ ມີ ພົນລະເຮືອນ 19 ຄົນ ຖືກຂ້າຕາຍ ໃນລະຫວ່າງການປິດລ້ອມ. ຄົນສັນຊາດຊີເຣຍຜູ້ນຶ່ງ ທີ່ໄດ້ຫລົບໜີ ອອກຈາກ
ບ້ານເກີດຂອງລາວ ເຂົ້າມາໃນໂຊມາເລຍ ແລະເຮັດວຽກເປັນພໍ່ຄົວ ແມ່ນລວມ
ຢູ່ໃນຜູ້ທີ່ເສຍຊີວິດ.

ລົດພະຍາບານ ຄັນນຶ່ງ ຂອງ Aamin ຄອຍຖ້າຢູ່ນອກຮ້ານອາຮານ Pizza House ໃນຂະນະທີ່ ກຳລັງຮັກສາຄວາມປອດໄພ ຂອງໂຊມາເລຍ ຍຸຕິການປິດລ້ອມ ຮ້ານອາຫານສອງແຫ່ງ ໃນນະຄອນຫຼວງ Mogadishu ໂດຍກຸ່ມຫົວຮຸນແຮງ al-Shabab ເມື່ອຕອນເຊົ້າວັນພະຫັດ.

ແຫລ່ງຂ່າວກຳລັງຮັກສາຄວາມປອດໄພ ບອກວີໂອເອ ພະແນກພາສາໂຊມາເລຍ ວ່າ
ສະມາຊິກກຳລັງພິເສດ 5 ຄົນ ກໍໄດ້ເສຍຊີວິດເຊັ່ນກັນ ໃນລະຫວ່າງການຍິງສູ້ລົບ ກັບ
ພວກຫົວຮຸນແຮງຢ່າງດຸເດືອດ ໃນຮ້ານອາຫານນັ້ນ. ແຫລ່ງຂ່າວໄດ້ກ່າວອີກວ່າ ກຳລັງ
ຮັກສາຄວາມປອດໄພ 3 ຄົນ ໄດ້ຖືກຂ້າຕາຍຈາກ​ ລະເບີດມື ທີ່ໄດ້ແກວ່ງເຂົ້າໃສ່ ໂດຍ
ພວກຫົວຮຸນແຮງ.

ໜ່ວຍບໍລິການລົດພະຍາບານ ໄດ້ກ່າວວ່າ ພວກເຂົາເຈົ້າ ໄດ້ເຄື່ອນຍ້າຍ 26 ຄົນ ທີ່ໄດ້
ຮັບບາດເຈັບ ໃນການໂຈມຕີ ​ໄປ​ເຂົ້າ​ໂຮງໝໍ.

ພວກສະມາຊິກ ຊາວໂຊມາເລຍ ຂອງກຸ່ມຫົວຮຸນແຮງ al- Shabab ເດີນສວນສະໜາມ ຢູ່ນອກເມືອງຂອງນະຄອນຫຼວງ Mogadishu, ປະເທດໂຊມາເລຍ, ວັນທີ 5 ມີນາ 2012.
ພວກສະມາຊິກ ຊາວໂຊມາເລຍ ຂອງກຸ່ມຫົວຮຸນແຮງ al- Shabab ເດີນສວນສະໜາມ ຢູ່ນອກເມືອງຂອງນະຄອນຫຼວງ Mogadishu, ປະເທດໂຊມາເລຍ, ວັນທີ 5 ມີນາ 2012.

ການໂຈມຕີໄດ້ເລີ່ມຕົ້ນຂຶ້ນ ໃນຕອນແລງວັນພຸດວານນີ້ ດ້ວຍເຫດລະເບີດລົດ ທີ່ໄດ້
ແຕກຂຶ້ນ ຢູ່ດ້ານນອກຂອງຮ້ານອາຫານ 2 ແຫ່ງ ຄືຮ້ານ Pizza House ແລະ ຮ້ານ
Posh Treats ຊຶ່ງແຮງລະເບີດໄດ້ສ້າງຄວາມເສຍຫາຍຢ່າງຮ້າຍ​ແຮງ.

ພວກເຫັນເຫດການ ໄດ້ກ່າວວ່າ ພວກມືປືນ ໄດ້ບຸກເຂົ້າໄປໃນຮ້ານ Posh Treats
ແລະ ມຸ້ງໜ້າໄປຍັງ ຮ້ານ Pizza House ບ່ອນທີ່ພວກເຂົາໄດ້ທຳການຕໍ່ສູ້ຢ່າງດຸເດືອດ
ກັບກຳລັງຮັກສາຄວາມປອດໄພ ທີ່ພະຍາຍາມຈະຍຸຕິການປິດລ້ອມນີ້.

Somalia Violence
please wait
Embed

No media source currently available

0:00 0:01:32 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG