ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກ Al-Shabab ສັງຫານທະຫານ ສະຫະພາບ ອາຟຣິກາ 18 ຄົນໃນ ໂຊມາເລຍ


ທະຫານໜ່ວຍປະຕິບັດພາລະກິດຂອງສະຫະພາບ ອາຟຣິກາ ໃນປະເທດ ໂຊມາເລຍ, ຫຼື AMISOM ແລະ ລົດຫຸ້ມເກາະ
ເດີນທາງຜ່ານແມ່ຍິງຄົນໜຶ່ງ ທີ່ຂີ່ລໍ້ ໃນລະຫວ່າງການອອກ
ລາດຕະເວນໃນບ້ານແຫ່ງໜຶ່ງ ຢູ່ນອກນະຄອນຫຼວງ ໂມກາດິຊູ. 19 ກັນຍາ, 2016. (ພາບຈາກ: J. Patinkin/VOA)
ທະຫານໜ່ວຍປະຕິບັດພາລະກິດຂອງສະຫະພາບ ອາຟຣິກາ ໃນປະເທດ ໂຊມາເລຍ, ຫຼື AMISOM ແລະ ລົດຫຸ້ມເກາະ ເດີນທາງຜ່ານແມ່ຍິງຄົນໜຶ່ງ ທີ່ຂີ່ລໍ້ ໃນລະຫວ່າງການອອກ ລາດຕະເວນໃນບ້ານແຫ່ງໜຶ່ງ ຢູ່ນອກນະຄອນຫຼວງ ໂມກາດິຊູ. 19 ກັນຍາ, 2016. (ພາບຈາກ: J. Patinkin/VOA)

ບັນດາເຈົ້າໜ້າທີ່ ແລະ ແຫຼ່ງຂ່າວດ້ານຄວາມປອດໄພໄດ້ກ່າວຕໍ່ວີໂອເອ ພະແນກ ໂຊ
ມາເລຍ ວ່າ ກອງທະຫານສະຫະພາບ ອາຟຣິກາ ຢ່າງ ໜ້ອຍ 18 ຄົນ ໄດ້ຖືກຂ້າຕາຍ
ໃນການດັກໂຈມຕີທີ່ຮ້າຍແຮງໃນຕອນ ລຸ່ມຂອງພາກພື້ນ Shabelle ໂດຍພວກຫົວ
ຮຸນແຮງ al-Shabab,

ການໂຈມຕີດັ່ງກ່າວ, ເຊິ່ງເກີດຂຶ້ນໃກ້ໆກັບບ້ານ Golweyn, 120 ກິໂລ ແມັດ ຫ່າງຈາກນະຄອນຫຼວງ ໂມກາດິຊູ, ໄດ້ແນເປົ້າໃສ່ຂະບວນລົດ 24 ຄັນໃກ້ກັບເມືອງ Bulo
Marer.

ພວກ al-Shabab ອ້າງວ່າ ໄດ້ຂ້າທະຫານສະຫະພາບ ອາຟຣິກາ ຕາຍ 39 ຄົນ, ແຕ່
ບັນດາເຈົ້າໜ້າທີ່ກອງທັບເວົ້າວ່າ ຕົວເລກນັ້ນແມ່ນສູງເກີນ ຄວາມຈິງ.

ຂະບວນລົດ ຂອງທະຫານປະເທດ Uganda ກໍແມ່ນສ່ວນໜຶ່ງໃນໜ່ວຍປະຕິບັດພາລະ
ກິດຂອງສະຫະພາບອາຟຣິກາ ໃນປະເທດ ໂຊມາເລຍ, ຫຼື AMISOM ທີ່ໄດ້ເດີນທາງ
ອອກຈາກເມືອງ Shalanbod.

ປະຊາຊົນໃນເມືອງ Jeerow ກໍໄດ້ບອກວີໂອເອພະແນກ ໂຊມາເລຍ ເຊັ່ນກັນວ່າ ພວກ
ເຂົາເຈົ້າເຫັນພວກນັກຮົບ al-Shabab ລາກສົບ ຂອງທະຫານສອງຄົນອອກໄປ.

ໂຄສົກກອງທັບສະຫະພາບອາຟຣິກາ ທ່ານ Wilson Rono ໄດ້ຢືນຢັນການດັກໂຈມຕີ
ດັ່ງກ່າວ ໃນການໃຫ້ສຳພາດກັບວີໂອເອ ພະແນກໂຊມາເລຍ.

ທ່ານກ່າວວ່າ “ມັນມີກັບດັກລະເບີດຖືກວາງໄວ້ຢູ່ຫົນທາງ ທີ່ໄດ້ ລະເບີດໃສ່ຂະບວນລົດ
ຂອງພວກເຮົາ ແລະ ຫຼັງຈາກນັ້ນ ພວກເຂົາກໍ ຕິດຕາມມາດ້ວຍການດັກໂຈມຕີພວກເຮົາ,
ແຕ່ຮອດຕອນນີ້ ພວກເຮົາກໍຍັງບໍ່ມີ ຂໍ້ມູນ ກ່ຽວກັບ ການບາດເຈັບ ແລະ ເສຍຊີວິດຈາກ
ທັງສອງຝ່າຍເທື່ອ.”

ທ່ານ Rono ບໍ່ຍອມຮັບເອົາຕົວເລກທີ່ຖືກອ້າງ ໂດຍພວກ al-Shabab ນັ້ນ.

ທ່ານເວົ້າວ່າ “ຕົວເລກພວກນັ້ນແມ່ນໄກຈາກຄວາມຈິງຫຼາຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG