ຈໍານວນຄົນທີ່ເສຍຊີວິດຈາກເຫດລະເບີດຄັ້ງໃຫຍ່ທີ່ວາງໃສ່ລົດບັນທຸກ ໃນວັນເສົາ
ທີ່ຜ່ານມາຢູ່ນະຄອນຫລວງ Mogadishu ຂອງໂຊມາເລຍ ຊຶ່ງເປັນການໂຈມຕີ
ຂອງພວກກໍ່ການຮ້າຍທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງປະເທດດັ່ງກ່າວນັ້ນ
ໄດ້ເພີ້ມຂຶ້ນ ກາຍ 270 ຄົນແລ້ວ.
ທ່ານ Abdirahman O. Osman, ລັດຖະມົນຕີກະຊວງຖະແຫລງຂ່າວຂອງໂຊ
ມາເລຍ ໄດ້ຂຽນຂໍ້ຄວາມລົງໃນ Twitter ວ່າ ຈໍານວນຜູ້ເສຍຊີວິດຈາກເຫດລະເບີດ
ດັ່ງກ່າວດຽວນີ້ຮອດ 276 ຄົນແລ້ວ ແລະມີ 300 ຄົນໄດ້ຮັບບາດເຈັບ.
[[https://twitter.com/engyarisow/status/919677917151580160]]
ຢູ່ໃນຂໍ້ຄວາມອັນອື່ນອີກທີ່ຂຽນລົງໃນ Twitter ເຊັ່ນກັນ ທ່ານ Osman ໄດ້ສັນ
ລະເສີນ Kenya, Ethiopia, ແລະ Turkey ທີ່ໄດ້ສົ່ງການຊ່ວຍເຫລືອທາງດ້ານ
ການແພດໄປໃຫ້ ໂຊມາເລຍ.
ພວກປະທ້ວງທີ່ໂກດແຄ້ນ ໄດ້ພາກັນເດີນຂະບວນປະນາມກຸ່ມ al-Shabab. ກຸ່ມ
ກະບົດດັ່ງກ່າວ ທີ່ມັກອ້າງເອົາຜົນງານໃນການໂຈມຕີນະຄອນ Mogadishu ຈົນ
ຮອດດຽວນີ້ ຍັງບໍ່ໄດ້ເວົ້າຫຍັງ ກ່ຽວກັບເຫດການນີ້. ແຕ່ວ່າ ລັດຖະບານໂຊມາເລຍ
ແລະ ນັກຊ່ຽວຊານດ້ານການກໍ່ການຮ້າຍ ພາກັນເຊື່ອວ່າ ແມ່ນກຸ່ມດັ່ງກ່າວເປັນຜູ້ເຮັດ.
ອະດີດເຈົ້າໜ້າທີ່ສືບລັບ, ທ່ານ Abdi Hassan Hussein ກ່າວຕໍ່ VOA ວ່າ "ເຖິງ
ແມ່ນວ່າພວກເຂົາຈະອ້າງເອົາ ຫລືບໍ່ກໍຕາມ ບໍ່ມີຫຍັງຕ່າງກັນ ພວກເຮົາຮູ້ວ່າສິ່ງທີ່
ເກີດຂຶ້ນນັ້ນ ແມ່ນພວກ al-Shabab ເປັນຄົນເຮັດ". "ຕາມຂໍ້ມູນທີ່ພວກເຮົາເກັບ
ກໍາມາໄດ້ນັ້ນ ມັນສະແດງໃຫ້ເຫັນວ່າ ນີ້ແມ່ນຝີມືຂອງກຸ່ມ al-Shabab, ມັນມີເຄື່ອງ
ໝາຍສະແດງໃຫ້ຮູ້ວ່າແມ່ນການກະທໍາຂອງພວກເຂົາ."
ປະຊາຊົນໃນເມືອງດັ່ງກ່າວຫລາຍຮ້ອຍຄົນ ພາກັນເດີນຂະບວນໄປເຕົ້າໂຮມກັນ
ຢູ່ສະຖານທີ່ ທີ່ມີການໂຈມຕີເກີດຂຶ້ນນັ້ນ ເພື່ອປະນາມກຸ່ມກະບົດດັ່ງກ່າວ ໃນວັນ
ອາທິດວານນີ້.
ຜູ້ຍິງອາຍຸແກ່ທີ່ໂກດແຄ້ນຄົນນຶ່ງເວົ້າວ່າ "ລູກຊາຍຂ້ອຍຢູ່ໃສ ມາຕໍ່ສູ້ກັບພວກຊົ່ວຊ້າ
ສາມານພວກນີ້ໄວ ໄລ່ເຂົາໄປລົງນາລົກ ພະເຈົ້າຂອງຂ້ອຍເອີຍ ຈົ່ງປະນາມພວກ
ຊົ່ວຊ້ານີ້ເຖີດ.” ຄົນເດີນຂະບວນປະທ້ວງຜູ້ອື່ນໆພາກັນຮ້ອງຄໍາຕໍ່ຕ້ານກຸ່ມ
al-Shabab ດ້ວຍການໃຊ້ຖ້ອຍຄໍາເຊັ່ນ "ພວກເຮົາບໍ່ຢາກມີພວກຫີວກະຫາຍເລືອດ
ພວກນີ້".
ພວກປະທ້ວງບາງຄົນພາກັນຟາຍນໍ້າຕາ ເມື່ອໄປເຖິງສະຖານທີ່ເກີດເຫດ ແລະເຫັນ
ສະພາບທີ່ຖືກທໍາລາຍ ຫລັງຈາກມີເຫດລະເບີດເກີດຂຶ້ນ. ເຫດລະເບີດລົດບັນທຸກຄັ້ງນີ້
ໄດ້ເຮັດໃຫ້ຄຸ້ມທາງແຍກທີ່ງາມທີ່ສຸດເຂດນຶ່ງຢູ່ໃນນະຄອນ Mogadishu ກາຍເປັນ
ບ່ອນທີ່ມີຄົນຕາຍ ແລະການທໍາລາຍໄປໝົດ.
ຢູ່ທີ່ນະຄອນວໍຊິງຕັນ ກະຊວງການຕ່າງປະເທດສະຫະລັດໄດ້ປະນາມການໂຈມຕີ
ດັ່ງກ່າວ "ໂດຍໃຊ້ຖ້ອຍຄໍາທີ່ໜັກທີ່ສຸດ."
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ