ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ຂອງ ອິນເດຍ ແລະ ຈີນ ພົບປະກັນ ແບບບໍ່ເປັນ ທາງການ


ປະທານປະເທດຈີນ ທ່ານສີ ຈິ້ນຜິງ ແລະ ນາຍົກລັດຖະມົນຕີ ອິນເດຍ ທ່ານນາເຣນດຣາ ໂມດີ ພວກມຈັບມືກັນ ທີ່ເມືອງວູຮານ ໃນພາກກາງຂອງຈີນ. (ວັນທີ 27 ເມສາ 2018)
ປະທານປະເທດຈີນ ທ່ານສີ ຈິ້ນຜິງ ແລະ ນາຍົກລັດຖະມົນຕີ ອິນເດຍ ທ່ານນາເຣນດຣາ ໂມດີ ພວກມຈັບມືກັນ ທີ່ເມືອງວູຮານ ໃນພາກກາງຂອງຈີນ. (ວັນທີ 27 ເມສາ 2018)

ນາຍົກລັດຖະມົນຕີອິນເດຍທ່ານນາເຣນດຣາ ໂມດີ ແລະ ປະທານປະເທດຈີນ ທ່ານສີ
ຈິ້ນຜິງ ໄດ້ຕົກລົງ ໃຫ້ສືບຕໍ່ຮັກສາສັນຕິພາບ ຢູ່ໃນບໍລິເວນຊາຍແດນທີ່ມີການຂັດແຍ້ງ
ລະຫວ່າງປະເທດທັງສອງ.

ຜູ້ນຳທັງສອງ ໄດ້ພົບປະກັນ ເພື່ອປຶກສາຫາລື ແບບບໍ່ເປັນທາງການ ຢູ່ທີ່ເມືອງວູຮານ
ໃນພາກກາງຂອງຈີນ ເປັນເວລາ 2 ມື້.

ອິນເດຍແລະຈີນ ໄດ້ຕົກລົງ ທີ່ຈະປັບປຸງ ການຕິດຕໍ່ສື່ສານ ລະຫວ່າງກອງທັບຂອງປະ
ເທດທັງສອງ ໃຫ້ສືບຕໍ່ຮັກສາສັນຕິພາບ ຢູ່ໃນບໍລິເວນຊາຍແດນ ທີ່ມີການຂັດແຍ້ງກັນ ເທິງພູຫິມະໄລ ອີງຕາມຖະແຫລງການ ຂອງກະຊວງການຕ່າງປະເທດອິນເດຍ ໃນວັນ
ເສົາມື້ນີ້.

ລັດຖະມົນຕີການຕ່າງປະເທດອິນເດຍ ທ່ານວິເຈ ກອກເຮລ ກ່າວວ່າ ທ່ານໂມດີ ແລະ
ທ່ານສີ ໄດ້ຕົກລົງກັນວ່າ ປະເທດຂອງພວກທ່ານທັງສອງ ແມ່ນມີຄວາມເປັນຜູ້ໃຫຍ່
ແລະສະຫຼາດຮອບຮູ້ ພໍທີ່ຈະຮັບມືກັບການຜິດຂ້ອງຕ້ອງຖຽງແບບສັນຕິວິທີໂດຍຜ່ານ
ການເຈລະຈາ.

ບໍ່ມີການລົງນາມ ໃນຂໍ້ຕົກລົງ ຫຼືສົນທິສັນຍາໃດໆ ຢູ່ທີ່ເມືອງວູຮານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG