ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ທ່ານ Modi ສາບານໂຕ ເຂົ້າຮັບຕຳແໜ່ງ ນາຍົກລັດຖະມົນຕີ ອິນເດຍ ( ​ສະ​ໄລ​ດ໌/ວີດີໂອ)


ທ່ານ Narendra Modi ສະແດງຄວາມເຄົາລົບ ທີ່ອະນຸສາວະລີ Mahatma Gandhi ທີ່ Rajghat ກ່ອນພິທີສາບານໂຕເຂົ້າ ຮັບຕຳແໜ່ງ ຂອງທ່ານ ທີ່ກຸງ ນີວເດລີ ວັນທີ 26 ພຶດສະພາ 2014.
ທ່ານ Narendra Modi ລູກ​ຊາຍ​ຂອງ​ເຈົ້າ​ຂອງ​ແຜງ​ລອຍ
​ຂາຍ​ຊາ ຈະ​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງນາຍົກລັດຖະມົນຕີ
ອິນ​ເດຍ​ໃນ​ວັນ​ຈັນມື້​ນີ້.

ນາຍົກລັດຖະມົນຕີປາກິສຖານ ທ່ານ Nawaz Sharif ທີ່​
ເດີນທາງ​ໄປ​ຮອດ​ອິນ​ເດຍ​ໃນ​ວັນ​ຈັນ​ມື້​ນີ້ ຈະ​ເປັນ​ຜູ້​ນຶ່ງ​ໃນ​
ຈຳນວນ​ບັນດາ​ຜູ້ນຳ​ແລະ​ແຂກ​ຜູ້​ມີ​ກຽດ​ຂອງ​ໂລກທີ່​ຈະ​ເຂົ້າ
​ຮ່ວມ​ໃນ​ພິທີ​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງພາຍ​ໃຕ້​ການ​ເອົາ​
ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​ທີ່​ເຄັ່ງ​ຄັດ.

​ເປັນ​ເທື່ອ​ທຳ​ອິດ​ໃນ​ປະຫວັດສາດ​ທີ່​ວຸ້ນວາຍ​ຂອງ​ພວກ​ປະ​ເທດ​ທີ່​ເປັນ​ປໍ​ລະ​ປັກ​ກັນ
ທີ່​ຜູ້ນຳ​ຂອງ​ປາ​ກິ​ສຖານ​ຈະ​ໄປ​ມີໜ້າ​ໃນ​ພິທີ​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງຂອງ​ນາ
ຍົກລັດຖະມົນຕີອິນ​ເດຍ.

ບັນດາ​ນັກວິ​ເຄາະ​ເຫດການ ກ່າວ​ວ່າ ການ​ມີໜ້າ​ຂອງ​ທ່ານ Sharif ​ໃນ​ພິທີ​ເຂົ້າ​ຮັບ​
ຕຳ​ແໜ່​ງນັ້ນ ສາມາດ​ເປັນ​ສັນຍານ​ອັນ​ນຶ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຜ່ອນຄາຍ​ລົງ​
ຂອງ​ຄວາມ​ເຄັ່ງ​ຕຶງ​ຕ່າງໆ ລະ​ຫວ່າງ​ສອງ​ປະ​ເທດ​ເພື່ອນ​ບ້ານ​ທີ່​ມີ​ອາວຸດ​ນີວ​ເຄລຍ
ນຳ​ກັນ​ນັ້ນ.

​ໃນ​ຂະນະ​ທີ່​ການສະ​ແດງ​ອອກ​ເຖິງທ່າ​ທາງ​ດ້ວຍ​ຄວາມ​ປາດ​ຖະໜາ​ດີ ​ໃນ​ວັນ​ອາ
ທິດ​ວານ​ນີ້ ນາຍົກລັດຖະມົນຕີປາກິສຖານ ​ໄດ້​ສັ່ງ​ໃຫ້​ປ່ອຍ​ໂຕ​ພວກນັກ​ໂທດ​ອິນ
ເດຍຈຳນວນ​ຫຼາຍ​ກວ່າ 150 ຄົນ​ ຊຶ່ງ​ສ່ວນ​ຫຼາຍ​ເປັນ​ຊາວ​ປະມົງ. ທັງ​ສອງ​ປະ​ເທດ
​ຕ່າງຄົນ​ຕ່າງ​ຈັບ​ກຸມ​ພວກ​ປະມົງ​ຂອງ​ກັນ​ແລະ​ກັນ ​ໃນ​ຂໍ້​ຫາ​ຖານ ທຳ​ການ​ຫາ​ປາ
​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ນ່ານນ້ຳຂອງ​ປະ​ເທດ​ຂອງ​ຕົນ​.

ພັກ Bharatiya Janata ຂອງ​ທ່ານ Modi ​ໄດ້​ຮັບ​ໄຊຊະນະ​ຢ່າງ​ຖ້ວມ​ລົ້ນ ​ເໜືອ
​ພັກ Congress ຂອງ​ລັດຖະບານ​ທີ່​ໄດ້ປົກ​ຄອງ​ປະ​ເທດປະຊາທິປະ​ໄຕ​ໃຫຍ່​ທີ່​
ສຸດ​ຂອງ​ໂລກ ​ໃນ​ຮອບ 10 ປີຜ່ານມາ​ນີ້.

ພັກ Bharatiya Janata ຫຼື BJP ​ໄດ້​ຊະນະ​ສຽງ​ສ່ວນ​ຫຼາຍ​ພັກ​ດຽວໃນ​ສະພາ​ຄັ້ງ​
ທຳ​ອິດ​ໃນ​ຮອບ 30 ປີຜ່ານມາ. ນີ້​ໝາຍ​ຄວາມ​ວ່າ ພັກ​ດັ່ງກ່າວ​ສາມາດ​ຈັດ​ຕັ້ງ​ລັດ
ຖະບານ​ຂຶ້ນ​ເອງ​ໄດ້ ​ໂດຍ​ບໍ່​ຕ້ອງ​ປະກອບ​ຄະນະ​ລັດຖະບານ​ປະສົມ​ຂຶ້ນ​ກັບ​ພວກ​ຜູ້
ນຳ​ຈາກ​ແຄວ້​ນອື່ນໆ.

ການ​ໂຕ້ແຍ້​ງກັນ​ໄດ້​ວົນວຽນມາ​ຢູ່​ກັບ​ທ່ານ Modi ຕັ້ງ​ແຕ່​ປີ 2002 ​ເວລາ​ເກີດ​ການ​
ຈະລາຈົນ​ຂຶ້ນ​ລະຫວ່າງ​ຊາວ​ຮິນ​ດູ​ແລະ​ຊາວ​ມຸສລິ​ມ​ໃນ​ແຄວ້ນ Gujarat ຊຶ່ງ​ທ່ານ​
ໂມ​ດີ​ໄດ້​ປົກຄອງ​ມາ​ຕັ້ງ​ແຕ່​ປີ 2001 ນັ້ນ. ປະຊາຊົນຈຳນວນ​ຫຼາຍ​ກວ່າ 1 ພັນ​ຄົນ​
ໄດ້​ເສຍ​ຊີວິດ​ນຳ​ຄວາມ​ວຸ້ນວາຍ​ດັ່ງກ່າວ. ສານສູງ​ສຸດ​ຂອງ​ອິນ​ເດຍ ​ໄດ້​ອອກ​ຄຳ​ຕັດ
ສິນຍົກ​ເລີກ​ຄະດີ​ທ່ານ​ໂມ​ດີ ຈາກ​ຂໍ້ກ່າວ​ຫາ​ຕ່າງໆ​ທີ່​ວ່າ ທ່ານ​ໄດ້​ເປັນ​ຜູ້​ຍຸຍົງ​ໃຫ້​
ເກີດ​ຄວາມ​ຮຸນ​ແຮງ​ນັ້ນ.

ທ່ານ​ໂມ​ດີ ​ໄວ 63 ປີ ​ໄດ້​ປະ​ກາດ​ໂຕ​ວ່າ ທ່ານ​ເປັນ​ຜູ້​ປົກຄອງ​ຫຼື​ຜູ້ບໍລິຫານ​ທີ່​ມີ
​ຄວາມ​ສາມາດ ​ແລະ​ເປັນ​ຜູ້ນຳ​ທີ່​ເດັດດ່ຽວ ທີ່​ໄດ້​ກະ​ຕຸ້ນ​ເສດຖະກິດ​ໃນ​ແຄວ້ນ
Gujarat ໃຫ້ແຂງ​ແຮງ​ຂຶ້ນ ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ​ຈະ​ດຳ​ເນີນ​ການ​ແບບ​
ດຽວ​ກັນ​ສຳລັບທົ່ວ​ປະ​ເທດ​.
indiapolitics26may14
please wait
Embed

No media source currently available

0:00 0:01:10 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG