ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂມດີ ກ່າວຕໍ່ສະມາຊິກສະພາສະຫະລັດວ່າ ​ການ​ເປັນ​ພາ​ຄີ ລະ​ຫວ່າງສະຫະລັດ ​ກັບອິນເດຍ ມີຄວາມເຂັ້ມແຂງ


ນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດາ ໂມດີ ຖະແຫລງການຮ່ວມກອງປະຊຸມຢູ່ ລັດຖະສະພາສະຫະລັດ ທີ່ນະຄອນຫລວງວໍຊິງຕັນ ວັນທີ 22 ມິຖຸນາ 2023.
ນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດາ ໂມດີ ຖະແຫລງການຮ່ວມກອງປະຊຸມຢູ່ ລັດຖະສະພາສະຫະລັດ ທີ່ນະຄອນຫລວງວໍຊິງຕັນ ວັນທີ 22 ມິຖຸນາ 2023.

ນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດາ ໂມດີ ກ່າວຕໍ່ບັນດາສະມາຊິກສະ ພາສະຫະລັດໃນວັນພະຫັດວານນີ້ວ່າ ​ການ​ເປັນ​ພາ​ຄີ​ລະ​ຫວ່າງສະຫະລັດ​ແລະ ອິິນເດຍ ​ແມ່ນ​ຢູ່​ໃນ​ຂອບ​ເຂດ ​ຂອງ​ການ​ມີ​ຫຼັກຄຸນຄ່າ​ຮ່ວມ ໃນ​ການ​ອະ​ພິ​ປາຍ​ດ້ວຍ​ການ​ໃຫ້​ຄວາມ​ນັບ​ຖື​ຊຶ່ງ​ກັນ​ແລະ​ກັນ ແລະປະຊາທິປະໄຕທີ່​ເທົ່າ​ທຽມ​ກັນ.

“ສະຫະລັດ​ແມ່ນ​ເກົ່າແກ່ທີ່ສຸດ ແລະອິນເດຍ ແມ່ນ​ປະ​ຊາ​ທິ​ປະ​ໄຕ​ທີ່ໃຫຍ່ທີ່ສຸດ” ທີ່ທ່ານໂມດີ ໄດ້ກ່າວຄຳ​ປາ​ໄສ​ຕໍ່ກອງປະຊຸມຢູ່ລັດຖະສະພາສະຫະລັດ​ຄົບ​ຄະ​ນະ. “​ການ​ເປັນ​ພາ​ຄີ​ຂອງພວກເຮົາເປັນໂອກາດທີ່ດີຕໍ່ອະນາຄົດຂອງປະຊາທິ ປະໄຕ.”

ບັນດາສະມາຊິກສະພາໄດ້ສັນລະເສີນຄຳ​ປາ​ໄສຂອງທ່ານໂມດີ ເປັນໂອກາດ​ອັນ​ສຳ​ຄັນໄປສູ່ການສ້າງຕັ້ງຄວາມສຳພັນອັນ​ໃກ້​ຊິດກວ່າເກົ່າ ລະຫວ່າງສະຫະລັດ ແລະອິນເດຍ ເຖິງແມ່ນ​ຍັງມີຄວາມເປັນຫ່ວງກ່ຽວ​ກັບ​ປະ​ຫວັດສິດທິມະນຸດຂອງທ່ານໂມດີ.

“​ພາ​ຄີ​ຂອງພວກເຮົາ ຊຶ່ງຂະຫຍາຍການຄ້າ ນະ​ວັດ​ຕະ​ກຳ ເທັກໂນໂລຈີ ແລະຄວາມໝັ້ນຄົງບໍ່ເຄີຍໃກ້ຊິດກັນມາກ່ອນ ​ມີ​ຄວາມເຂັ້ມແຂງ​ມາກ່ອນຫລືມີຄວາມສຳຄັນຫລາຍຂຶ້ນ. ຈາກພື້ນຖານທີ່​ເຂັ້ມ​ແຂງ​ນີ ທຸກສິ່ງຢ່າງ​ແມ່ນເປັນໄປໄດ້. ຂ້າພະເຈົ້າເບິ່ງໄປໜ້າເພື່ອເພີ້ມ​ທະ​ວີ​ຄວາມ​ສຳ​ພັນ​ທາງ​ດ້ານເສດຖະກິດ ແລະຄວາມໝັ້ນຄົງແຫ່ງຊາດ ລະຫວ່າງສອງປະເທດ ທີ່ຍິ່ງໃຫຍ່ຂອງພວກເຮົາ” ປະທານສະພາຕໍ່າ ທ່ານແຄວິນ ແມັກຄາທີ ກ່າວຫລັງຈາກທ່ານ​ໂມ​ດີ ກ່າວ​ຄຳ​ປາ​ໄສ.

ທ່ານໂມດີກ່າວຕໍ່່ບັນດາສະມາຊິກສະພາວ່າ ການເຕີບໂຕເສດຖະກີດຢ່າງວ່ອງ ໄວຂອງອິນເດຍ ທີ່ຜັກດັນໂດຍພວກແມ່ຍິງ ໄດ້ນຳພາການພັດທະນາ ແລະນະ​ວັດ​ຕະ​ກຳ​ທາງເທັກໂນໂລຈີ ຂອງ​ພວກ​ຄົນລຸ້ນໃໝ່ທີ່ໜຸ່ມນ້ອຍກ່ອນ. ທ່ານຍັງໄດ້ກ່າວວ່າ ການນອງເລືອດ ແລະຄວາມທຸກທໍລະມານຢູ່ໃນຢູເຄຣນ ຕ້ອງ​ໄດ້​
ຍຸ​ຕິ​ລົງ ແລະເນັ້ນໜັກເຖິງຄວາມສຳຄັນຂອງ “ເຂດ​ອິນ​ໂດ​ປາ​ຊີ​ຟິກ ທີ່​ເສ​ລີ​ແລະ
ເປີດກວ້າງ ທີ່ເຊື່ອມໂຍງໂດຍທາງທະເລທີ່​ປອດ​ໄພ.”

ຜູ້ນຳສຽງສ່ວນນ້ອຍໃນສະພາສູງ ທ່ານມິດ ແມັກຄໍແນລ ກ່າວຢູ່ໃນຖະແຫລງ ການ ຫລັງຈາກກອງປະຊຸມກັບທ່ານໂມດີວ່າ “ອິນເດຍແລະສະຫະລັດແບ່ງປັນ ຫລາຍກວ່າໄປ​ກວ່າການຄ້າທີ່ເຂັ້ມແຂງ ແລະພື້ນຖານ​ຫຼັກຄຸນຄ່າ. ພວກເຮົາມີ​ຜົນປະໂຫຍດ​ຮ່ວມ ໃນການປົກ​ປັກຮັກສາ ໃຫ້​ເຂດອິນໂດປາຊິຟິກ ​ມີ​ເສ​ລີແລະເປີດກວ້າງ ແລະພວກເຮົາປະເຊີນໜ້າການທ້າຍທ້າຍ​ອັນດຽວກັນ. ອິນເດຍເຂົ້າ ໃຈ​ໃນການປະພຶດທີ່ມັກ​ເກາະ​ຜິດຂອງຈີນດ້ວຍຕົນເອງ.”

​ທ່ານ​ໂມ​ດີ ຢຸດເຊົາ ໃນລະ​ຫວ່າງ​ທີ່​ທ່ານ​ກ່າວ​ຄຳ​ປາ​ໄສ ຊຶ່ງ​ໄດ້​ຖືກ​ຕ້ອນ​ຮັບ​ໂດຍສຽງຮ້ອງໂຮສະໜັບສະໜູນ “ໂມດີ ໂມດີ ໂມດີ ຈາກບັນດາຜູ້ຢ້ຽມຢາມທີ່ເຕັມ

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG