ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ໂມດີສັນຍາວ່າ ຈະເອົາ​ມາດ​ຕະ​ການ ແບບເດັດຂາດ ຕໍ່ວິດີໂອ ທີ່ເຫັນແມ່ຍິງສອງຄົນ ຖືກຝູງຊົນນຳເອົາໄປແຫ່ຂະບວນ ແບບໃຫ້ເປືອຍກາຍ

ຕຳ​ຫລວດ​ຈັບ​ສະ​ມາ​ຊິກ​ຂອງ​ພັກ Congress ໜຸ່ມ​ນ້ອຍ​ຜູ້​ນຶ່ງຢູ່​ໃນ​ການ​ປະ​ທ້ວງໃກ້​ກັບ​ຫ້ອງ​ການ​ສະ​ພາໃນ​ນະ​ຄອນ​ຫລວງ​ນີ​ເດ​ລີ, ວັນ​ທີ 20 ກໍ​ລະ​ກົດ, 2023. ການ​ປະ​ທ້ວງ​ແມ່ນ​ຕໍ່​ຕ້ານການ​ປະ​ທະ​ກັນ​ທີ່​ເປັນ​ອັນ​ຕະ​ລາຍລະ​ຫວ່ງ​ຊົນ​ເຜົ່າຢູ່​ເຂດ​ຕາ​ເວັນ​ອອກ​ສຽງ​ເໜືອຂອງ​ປະ​ເທດ

ໃນປະເທດອິນເດຍ ວິດີໂອທີ່ສະແດງໃຫ້ເຫັນແມ່ຍິງສອງຄົນຖືກຝູງຊົນນຳເອົາໄປແຫ່ຂະບວນແບບໃຫ້ເປືອຍກາຍ ຢູ່ໃນລັດມານີເພີ ໃນພາກຕາເວັນອອກສຽງເໜືອ ຂອງປະເທດ ທີ່ໄດ້ຮັບຄວາມເສຍຫາຍ ຍ້ອນການກໍ່ຄວາມຮຸນແຮງຕໍ່ກັນລະຫວ່າງ ຊົນ ເຜົ່ານັ້ນ ເຮັດໃຫ້ເກີດຄວາມໂກດແຄ້ນຢ່າງກວ້າງຂວາງ.

ນາຍົກລັດຖະມົນຕີນາເຣນດາ ໂມດີ ໄດ້ເອີ້ນການເຮັດດູໝິ່ນທີ່ຖືກກ່າວຫານັ້ນວ່າ "ຫນ້າອັບອາຍ" ແລະສັນຍາວ່າຈະໃຫ້ມີການກະທຳແບບເດັດຂາດ​. ນັ້ນຄືຄຳເຫັນ ເທື່ອທຳອິດຂອງທ່ານທີ່ກ່າວອອກມາ ນັບຕັ້ງແຕ່ມີການປະທະກັນ ໄດ້ພາໃຫ້ມີຜູ້ເສຍ ຊີວິດປະມານ 125 ຄົນ ແລະ ຫຼາຍພັນຄົນອົບພະຍົບໜີຈາກລັດ ທີ່ຢູ່ຫ່າງໄກສອກ ຫຼີກແຫ່ງນັ້ນ ນັບຕັ້ງແຕ່ມັນໄດ້ເກີດຂຶ້ນໃນຫຼາຍກວ່າສອງເດືອນຜ່ານມາແລ້ວ.

(ພາບ​ໃນ​ແຟມ) ຊາກ​ເຮືອນ​ທີ່​ຖືກ​ເຜົາ​ໃໝ້ຍັງ​ຄົງ​ຫລົງ​ເຫລືອ​ໃຫ້​ເຫັນ​ຢູ່ ຫລັງ​ຈາກ​ມີການ​ປະ​ທະ ແລະ​ຈາ​ລະ​ຈົນໃນບ້ານ Sugnu, ໃນ​ລັດ Manipur, 21 ມິ​ຖຸ​ນາ, 2023.
(ພາບ​ໃນ​ແຟມ) ຊາກ​ເຮືອນ​ທີ່​ຖືກ​ເຜົາ​ໃໝ້ຍັງ​ຄົງ​ຫລົງ​ເຫລືອ​ໃຫ້​ເຫັນ​ຢູ່ ຫລັງ​ຈາກ​ມີການ​ປະ​ທະ ແລະ​ຈາ​ລະ​ຈົນໃນບ້ານ Sugnu, ໃນ​ລັດ Manipur, 21 ມິ​ຖຸ​ນາ, 2023.

"ຫົວໃຈຂອງຂ້ອຍເຕັມໄປດ້ວຍຄວາມເຈັບປວດ, ມັນເຕັມໄປດ້ວຍຄວາມໂກດແຄ້ນ," ນັ້ນຄືຄຳເວົ້າຂອງທ່ານໂມດີທີ່ກ່າວໃນວັນພະຫັດວານນີ້ ກ່ອນກອງປະຊຸມສະພາຈະ ເລີ່ມຕົ້ນຂຶ້ນໃນນະຄອນຫລວງນິວເດລີ. "ມັນເປັນຄວາມອັບອາຍສໍາລັບສັງຄົມທີ່ສີວິໄລ."

"ຂ້າພະເຈົ້າຂໍຮັບປະກັນຕໍ່ປະເທດຊາດວ່າ ກົດຫມາຍຈະດໍາເນີນການໂດຍໃຊ້ທຸກ ຄວາມສາມາດທີ່ມັນມີ. ສິ່ງທີ່ເກີດຂຶ້ນກັບລູກສາວຂອງລັດມານີເພີ ບໍ່ສາມາດໃຫ້ ອະ ໄພໄດ້," ນັ້ນຄືຄຳເວົ້າຂອງທ່ານນາຍົກລັດຖະມົນຕີ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG