ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນາຍົກລັດຖະມົນຕີ ອິນເດຍ ຊະນະການເລືອກ ຕັ້ງ ໃນລັດທີ່ສຳຄັນຢ່າງຖ້ວມລົ້ນ


ມີການສະເຫຼີມສະຫຼອງກັນຢ່າງໃຫຍ່ ຢູ່ນອກສຳນັກງານ
ໃຫຍ່ຂອງພັກ Bharatiya Janata ໃນຂະນະທີ່ມີຂ່າວ ກ່ຽວກັບ ໄຊຊະນະຄັ້ງໃຫຍ່ຂອງພັກໃນລັດ Uttar Pradesh ວັນເສົາວານນີ້, ນະຄອນຫຼວງ ນິວເດລີ, ອິນເດຍ. 11 ມີນາ, 2017. (A. Pasricha/VOA).
ມີການສະເຫຼີມສະຫຼອງກັນຢ່າງໃຫຍ່ ຢູ່ນອກສຳນັກງານ ໃຫຍ່ຂອງພັກ Bharatiya Janata ໃນຂະນະທີ່ມີຂ່າວ ກ່ຽວກັບ ໄຊຊະນະຄັ້ງໃຫຍ່ຂອງພັກໃນລັດ Uttar Pradesh ວັນເສົາວານນີ້, ນະຄອນຫຼວງ ນິວເດລີ, ອິນເດຍ. 11 ມີນາ, 2017. (A. Pasricha/VOA).

ພັກການເມືອງຂອງນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi ໄດ້ຮັບໄຊຊະ
ນະຢ່າງຖ້ວມລົ້ນ ໃນລັດ Uttar Pradesh ທີ່ມີຄວາມສຳຄັນດ້ານການເມືອງ, ເຮັດໃຫ້ຜູ້
ນຳ ອິນເດຍ ໄດ້ຮັບການສະໜັບສະໜູນຄັ້ງໃຫຍ່ ເຄິ່ງທາງຜ່ານສະໄໝການດຳລົງຕຳ
ແໜ່ງຂອງທ່ານ.

ໃນລັດທີ່ມີຊື່ສຽງທີ່ສຸດຂອງປະເທດ, ເຊິ່ງພັກ BJP ໄດ້ກຳຈັດພັກ Samajwadi ທີ່ປົກ ຄອງພາກພື້ນດັ່ງກ່າວອອກໄປ ແມ່ນລາງວັນການເລືອກຕັ້ງທີ່ໃຫຍ່ທີ່ສຸດ ໃນບັນດາຫ້າ ລັດທີ່ໄດ້ພາກັນໄປປ່ອນບັດລົງຄະແນນສຽງໃນສອງສາມສັບປະດາທີ່ຜ່ານມາ.

ທ່ານ Modi ໄດ້ກ່າວວ່າ “ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສູງຕໍ່ປະຊາຊົນ
ຂອງລັດ Uttar Pradesh. ນີ້ແມ່ນໄຊຊະນະຄັ້ງປະຫວັດສາດສຳລັບພັກ BJP, ເປັນໄຊຊະນະສຳລັບການພັດທະນາ ແລະ ການປົກຄອງປະເທດທີ່ດີ.”

ທ່ານ Modi ໄດ້ນຳໜ້າການໂຄສະນາຫາສຽງພັກການເມືອງຂອງທ່ານດ້ວຍຕົນເອງໃນ
ເມືອງ Uttar Pradesh, ໂດຍສັນຍາວ່າ ຈະພັດທະນາ ແລະ ປ້ອງກັນການຫ້າມ ກ່ຽວ
ກັບ ເງິນຕາທີ່ມີມູນຄ່າສູງຂອງທ່ານທີ່ເປັນຂໍ້ໂຕ້ຖຽງນັ້ນ, ເຊິ່ງຫຼາຍຄົນຢ້ານວ່າມັນຈະ ເຮັດໃຫ້ບັນດາຜູ້ລົງຄະແນນສຽງໃນລັດທີ່ທຸກຍາກນີ້ ຮູ້ສຶກຖືກແບ່ງແຍກ.

ແຕ່ໃນສຽງການສະໜັບສະນູນຢ່າງຫຼວງຫຼາຍຂອງຜູ້ນຳ ອິນເດຍ ນັ້ນ, ພັກ BJP ແມ່ນ ໄດ້ຮັບໄຊຊະນະຄັ້ງທີ່ໃຫຍ່ທີ່ສຸດກວ່າພັກໃດໆ ໃນລັດທີ່ມີການແຂ່ງຂັນຢ່າງເທົ່າທຽມ
ກັນ ໃນສອງສາມທົດສະວັດທີ່ຜ່ານມາ. ອີງຕາມຄະນະກຳມາທິການການເລືອກຕັ້ງນັ້ນ, ມັນຫຼາຍກວ່າ 320 ບ່ອນນັ່ງໃນສະພາຂອງລັດທີ່ມີສະມາຊິກ 403 ຄົນ.

ຫົວໜ້ານັກວາງແຜນຍຸດທະສາດໃນການລົງຂະແນນສຽງຂອງພັກ BJP, ທ່ານ Amit
Shah ໄດ້ຍົກຍ້ອງໄຊຊະນະຄັ້ງຍິ່ງໃຫຍ່ຂອງທ່ານ Modi ໃສ່ນະໂຍບາຍສະໜັບສະ
ໜູນຄົນທຸກ ແລະ ຜົນງານດ້ານການເມືອງຂອງທ່ານ. ໂດຍເອີ້ນມັນວ່າເປັນການ ມອບອຳນາດຄັ້ງປະຫວັດສາດ, ທ່ານໄດ້ກ່າວວ່າ ປະຊາຊົນທີ່ທຸກຍາກຂອງປະເທດ ໄດ້ໃຫ້ຄວາມໄວ້ວາງໃຈຢ່າງຫຼວງຫຼາຍຕໍ່ທ່ານ Modi.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Indian PM Modi Wins Sweeping Victory in Crucial State
please wait

No media source currently available

0:00 0:00:30 0:00


XS
SM
MD
LG