ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ ​ອິນ​​ເດຍ ຈະຢ້ຽມຢາມ ​ສະຫະລັດ ໃນ ອາທິດໜ້ານີ້


ທ່ານ Narendra Modi ນາ​ຍົກ​ລັດຖະມົນຕີ​ອິນ​​ເດຍ ກ່າວຄໍາປາໄສ ໃນຖະແຫລງການຮ່ວມກັບ ທ່ານ Emmanuel Macron ປະທານາທິບໍດີຝຣັ່ງ ພາຍຫລັງທີ່ພົບປະກັນ ຢູ່ພະລາດຊະວັງ Elysee ໃນປາຣີ ໃນວັນທີ 3 ມິຖຸນາ, 2017.
ທ່ານ Narendra Modi ນາ​ຍົກ​ລັດຖະມົນຕີ​ອິນ​​ເດຍ ກ່າວຄໍາປາໄສ ໃນຖະແຫລງການຮ່ວມກັບ ທ່ານ Emmanuel Macron ປະທານາທິບໍດີຝຣັ່ງ ພາຍຫລັງທີ່ພົບປະກັນ ຢູ່ພະລາດຊະວັງ Elysee ໃນປາຣີ ໃນວັນທີ 3 ມິຖຸນາ, 2017.

ທ່ານ Narendra Modi ນາ​ຍົກ​ລັດຖະມົນຕີ​ອິນເດຍ ກໍາລັງ​ຈະ​ມຸ້ງໜ້າມາ​ຍັງ​ສະຫະລັດ
​ເພື່ອ​ພົບປະ​ກັບປະທາ​ນາ​ທິບໍດີ​ດໍ​ໂນ​ລ ທຣໍາ ທ່າມກາງ​ຄວາມ​ກັງວົນ​ໃຈ​ຢູ່​ໃນ​ນະຄອນ
​ນີວ​ເດລີ​ວ່າ ອິນ​ເດຍຈະ​ສາມາດ​ສ້າງ​ສາຍສໍາພັນຢູ່​ບົນ​ພື້ນຖານ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ
ສອງ​ຝ່າຍ ທີ່​ມີ​ໃນ​ໄລຍະ​ສາມ​ປີທີ່ຜ່ານມາ​ນັ້ນຫລືບໍ່.

​ບັນດາເຈົ້າໜ້າທີ່​ອິນ​ເດຍ​ໄດ້​ສະ​ແດງ​ຄວາມ​ຫວັງ​ໃນ​ທາງ​ດີ​ອອກ​ມາ​ວ່າ​ ການ​ຢ້ຽມຢາມ
​ຂອງ​ທ່ານ Modi ​ເປັນ​ເວລາ​ສອງ​ວັນ ທີ່​ຈະເລີ້ມຂຶ້ນ​ໃນ​ວັນ​ອາທິດ​ທີ່​ຈະ​ມາ​ເຖິງ​ນີ້ ຈະ​ປູ
​ພື້ນຖານ​ໃຫ້​ແກ່​ການ​ຂະຫຍາຍ​ສາຍ​ສໍາພັນຂອງ​ສອງ​ປະ​ເທດ. ທ່ານ Gopal Baglay
​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດຂອງ​ອິນເດຍກ່າວ​ວ່າ "ມັນ​ເປັນ​ການ​ພົວພັນ​ທີ່​ເພີ້ມຂຶ້ນຢ່າງ​ວ່ອງ​ໄວຫລາຍ, ​ມັນ​ເປັນ​ການ​ພົວພັນທີ່​ນັບ​ມື້ນັບຂະຫຍາຍຕົວ.”

​ແຕ່​ວ່າ ​ມັນ​ກໍມີ​ຄໍາ​ເຫັນ​ທີ່​ບໍ່ສອດຄ່ອງ​ກັນ​ປະກົດ​ຂຶ້ນ​ແລ້ວ ກ່ຽວ​ກັບ​ທ່ານ​ທຣໍາ ທີ່​ຢາກ​ໃຫ້
ເຂັ້ມງວດ​ຂຶ້ນ ໃນ​ການ​ອອກ​ວີ​ຊາແກ່​ນັກວິຊາການ​ອິນ​ເດ​ຍຫລາຍ​ຄົນ ​ມາ​ເຮັດວຽກຢູ່​ໃນ​ສະຫະລັດ ​ແລະ​ເປັນຜູ້ເຮັດ​ໃຫ້ນິວເດລີບໍ່ພໍ​ໃຈ ​ໂດຍ​ການ​ກ່າວ​ຫາ​ລັດຖະບານ​ດັ່ງກ່າວ​ວ່າ ​ເຂົ້າຮ່ວມ​ສົນທິ ສັນຍາ​ດ້ານ​ດິນ​ຟ້າອາກາດ​ປາຣີ “ຍ້ອນ​ຢາກ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ
​ຕ່າງປະ​ເທດຫຼາຍໆ ຕື້​ໂດ​ລາ."

ທ່ານ Harsh Pant, ນັກຄົ້ນຄວ້າທີ່​ມູນ​ນິທິວ່າ​ດ້ວຍ​ການຄົ້ນຄວ້າ​ຂອງ​ຜູ້​ສັງ​ເກດ​ການ
ຫລື Observer Research Foundation ທີ່​ນະຄອນ​ນິວເດລີ​ເວົ້າວ່າ "ມີ​ຮ່ອງຮອຍ
​ຊີ້​ໃຫ້​ເຫັນ​ຄວາມ​ສັບສົນ​ປົນ​ກັນ ກໍາລັງ​ເກີດ​ຂຶ້ນ. ມີ​ບາງ​ຢ່າງທີ່​ເຮັດ​ໃຫ້​ອິນ​ເດຍພໍ​ໃຈ
ເປັນ​ຢ່າງ​ຍິ່ງ ​ແລະ​ກໍ​ມີ​ບາງ​ສິ່ງ​ບາງ​ຢ່າງ ທີ່​ເຮັດ​ໃຫ້​ອິນ​ເດຍຮູ້ສຶກບໍ່ສະບາຍ​ໃຈ​ຫລາຍ. ​
ໄດ້​ມີ​ຄໍາ​ເຫັນ​ມາ​ແຕ່​ດົນ​ນານ​ແລ້ວ​ວ່າ ການ​ຂະ​ຫຍາ​ຍຕົວ​ຂອງ​ອິນ​ເດຍ​ແມ່ນ​ເປັນ​ການ​ດີ​
ສໍາລັບ​ອາ​ເມຣິກາ. ​ແຕ່ຄໍາ​ຄິດ​ເຫັນ​ອັນ​ນັ້ນ ຮູ້ສຶກ​ວ່າ​ບໍ່​ມີ​ອີກແລ້ວ ຍ້ອນ​ວ່າ​ລັດຖະບານ​ນີ້,
ການ​ປົກຄອງ​ຂອງປະທານາທິບໍດີ​ນີ້ ມີ​ລັກສະນະປ່ຽນ​ແປງໄປ ​ຕາມ​ຜົນ​ປະ​ໂຫຍ​ດທີ່​ຕົນ
​ຈະ​ໄດ້​ຮັບ​ນັ້ນໄວ​ຫລາຍ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG