ບໍລິສັດຜະລິດຢາ ໂມເດີຣນາ ຂອງສະຫະລັດ ໄດ້ກ່າວໃນວັນຈັນວານນີ້ ວ່າ ຢາວັກຊີນກັນໂຄວິດ-19 ຂອງຕົນປາກົດວ່າ ຜະລິດພູມຕ້ານທານທີ່ສາມາດຢຸດຢັ້ງໄວຣັສໂຄໂຣນາສາຍພັນໃໝ່ ທີ່ໄດ້ພົບເຫັນຢູ່ໃນອັງກິດແລະອາຟຣິກາໃຕ້.
ໃນຖະແຫລງການ, ບໍລິສັດນີ້ ໄດ້ກ່າວວ່າ ຕົນໄດ້ດຳເນີນການສຶກສາຄົ້ນຄວ້າເພື່ອໃຫ້ແນ່ໃຈວ່າ ການສັກຢາວັກຊີນກັນໂຄວິດ-19 ຂອງໂມເດີຣນາ ສອງໂດສແລ້ວ ກໍຈະປົກປ້ອງຕໍ່ການຕິດໄວຣັສສາຍພັນໃໝ່ ທີ່ໄດ້ຖືກກວດພົບໃນປັດຈຸບັນນີ້.
ບໍລິສັດໂມເດີຣນາ ກ່າວວ່າ ຕົນຈະສືບຕໍ່ວາງແຜນຍຸດທະສາດດ້ານການທົດລອງຢູ່ຄລີນິກ “ເພື່ອເປັນການຮັບມືກັບໂຣກລະບາດຢ່າງຕັ້ງໜ້າໃນຂະນະທີ່ໄວຣັສປັບຕົວຢູ່ຢ່າງຕໍ່ເນື່ອງ” ໂດຍລວມທັງການທົດລອງປະສິດທິພາບຂອງຢາວັກຊີນກັນໂຄວິດໂດສເສີມຕື່ມອີກ.
ການປາກົດຕົວຂຶ້ນມາຂອງໄວຣັສໂຄໂຣນາສາຍພັນໃໝ່ ຊຶ່ງໄດ້ສະແດງໃຫ້ເຫັນວ່າ ຕິດແປດໄດ້ງ່າຍຂຶ້ນກວ່າເກົ່ານັ້ນ ແລະໃນກໍລິນີຂອງສາຍພັນທີ່ໄດ້ຖືກລະບຸກ່ອນໝູ່ຢູ່ໃນອັງກິດນັ້ນ ເປັນໄປໄດ້ວ່າ ເປັນສາຍພັນທີ່ຮ້າຍແຮງຫຼາຍກວ່າ ທີ່ເຮັດໃຫ້ການຊອກຫາຢາວັກຊີນປ້ອງກັນ ເປັນເລື້ອງບູລິມະສິດສູງສຸດສຳລັບບັນ ດາເຈົ້າໜ້າທີ່ສາທາລະນະສຸກ.
ບັນດານັກວິທະຍາສາດ ໄດ້ກ່າວໃນອາທິດແລ້ວນີ້ ວ່າ ໃນຂະນະທີ່ໄວຣັສສາຍພັນຂອງອັງກິດ ໄດ້ມີສ່ວນພົວພັນກັບລະດັບຂອງການເສຍຊີວິດທີ່ສູງຂຶ້ນກວ່າເກົ່ານັ້ນ ມັນເປັນການເຊື່ອກັນວ່າ ຢາວັກຊີນທີ່ນຳອອກມາໃຊ້ທັງຫຼາຍ ຍັງຄົງມີປະສິດທິພາບຕໍ່ຕ້ານມັນໄດ້ຢູ່. ເຖິງຢ່າໃດກໍຕາມ ສາຍພັນຂອງອາຟຣິກາໃຕ້ ທີ່ຕິດແປດກັນຫຼາຍຂຶ້ນກວ່າເກົ່າ ອາດຫລຸດຜ່ອນປະສິດທິພາບຂອງຢາວັກຊີນທີ່ມີຢູ່ໃນປັດຈຸບັນນີ້ ອີງຕາມບັນດານັກວິທະຍາສາດທີ່ໄດ້ກ່າວໄປ.
ຂ່າວດັ່ງກ່າວຈາກບໍລິສັດໂມເດີຣນາ ມີຂຶ້ນໃນຂະນະຈຳນວນທັງໝົດຂອງກໍລະນີຕິດເຊື້ອໄວຣັສໂຄໂຣນາທີ່ໄດ້ຮັບການຢັ້ງຢືນ ຢູ່ທົ່ວໂລກແມ່ນໃກ້ຈະເຖິງ 100 ລ້ານຄົນ.
ຢູ່ໃນຝຣັ່ງ ຈຳນວນຄົນທີ່ໄດ້ເຂົ້າຮັກສາໃນໂຮງໝໍສຳລັບໄວຣັສໂຄວິດ-19 ໄດ້ສູງຂຶ້ນຫຼາຍກວ່າ 1,000 ຄົນພາຍໃນສອງມື້ທີ່ຜ່ານມາ ຊຶ່ງເປັນການເພີ້ມຂຶ້ນທີ່ບໍ່ເຄີຍເຫັນມາກ່ອນຫຼາຍກວ່າສອງເດືອນຜ່ານມາແລ້ວ. ບັນດາເຈົ້າໜ້າທີ່ສາທາ ລະນະສຸກ ໄດ້ກ່າວໃນວັນຈັນວານນີ້ ວ່າ ຈຳນວນຄົນຢູ່ໃນໜ່ວຍສຸກເສີນສຳລັບພະຍາດໂຄວິດ ແມ່ນໄດ້ກາຍ 3,000 ຄົນ ເປັນຄັ້ງທຳອິດນັບແຕ່ຕົ້ນເດືອນທັນວາປີກາຍນີ້.
ສ່ວນຢູ່ໃນອັງກິດ ບ່ອນທີ່ຈຳນວນການເສຍຊີວິດຍ້ອນໂຄວິດ-19 ແມ່ນໃກ້ຈະເຖິງ 100,000 ຄົນແລ້ວ ນາຍົກລັດຖະມົນຕີ ບໍຣິສ ຈອນຊັນ ໄດ້ກ່າວວ່າ ທ່ານກຳລັງຫາທາງອອກກົດລະບຽບ ການກັກຕົວທີ່ເຄັ່ງຂັດຢູ່ເຂດຊາຍແດນ.