ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບໍລິສັດໂມເດີຣນາ ກ່າວວ່າ ເຂັມເພີ້ມຂອງວັກຊີນກັນໂຄວິດ ຈະເພີ້ມພູມຕ້ານທານ ຕໍ່ຕ້ານກັບໄວຣັສໂອໄມຄຣອນ


ພະນັກງານແພດ ກຳລັງຕຽມພ້ອມເຂັມສັກຢາ ດ້ວຍຢາວັກຊີນກັນໂຄວິດ-19 ຂອງໂມເດີຣນາ (Moderna) ໃນເຂດເມແຕຣີ ຂອງນະຄອນລອສແອນເຈີເລສ ລັດຄາລີຟໍເນຍ, ວັນທີ 29 ມີນາ 2021.
ພະນັກງານແພດ ກຳລັງຕຽມພ້ອມເຂັມສັກຢາ ດ້ວຍຢາວັກຊີນກັນໂຄວິດ-19 ຂອງໂມເດີຣນາ (Moderna) ໃນເຂດເມແຕຣີ ຂອງນະຄອນລອສແອນເຈີເລສ ລັດຄາລີຟໍເນຍ, ວັນທີ 29 ມີນາ 2021.

ບໍລິສັດຜະລິດຢາ ໂມເດີຣນາ ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ ກ່າວວ່າ ການທົດລອງຢູ່ທີ່ຫ້ອງວິໄຈສະແດງໃຫ້ເຫັນວ່າ ຢາວັກຊີນກັນໂຄວິດ-19 ເຂັມທີສາມໃນປັດຈຸບັນນີ້ ແມ່ນມີປະສິດທິຜົນ ໃນການຕໍ່ຕ້ານໄວຣັສໂຄໂຣນາສາຍພັນໃໝ່ໂອໄມຄຣອນ ທີ່ແຜ່ລະບາດຢ່າງໄວນັ້ນໄດ້.

ໃນຖະແຫລງການທີ່ເປີດເຜີຍເມື່ອວັນຈັນວານນີ້ ບໍລິສັດດັ່ງກ່າວ ໄດ້ກ່າວວ່າ ຢາວັກຊີນເຄິ່ງໂດສ ທີ່ສັກໃຫ້ເປັນເຂັມເພີ້ມ ຫຼືທີ່ເອີ້ນວ່າ ບຸສເຕີນັ້ນ ໄດ້ເພີ້ມ
ພູມຕ້ານທານໃນຮ່າງກາຍຂຶ້ນເຖິງ 37 ເທົ່າ ໃນຂະນະທີ່ຢາວັກຊີນເຕັມໂດສ ຊຶ່ງໄດ້ຖືກນຳໃຊ້ໃນການປິ່ນປົວໄດ້ເພີ້ມພູມຕ້ານທານໃນຮ່າງກາຍເຖິງລະດັບ ເກີນກວ່າ 80 ເທົ່າ.

ທ່ານໝໍ ພອລ ເບີຣຕັນ ຫົວໜ້າດ້ານການແພດຂອງບໍລິສັດໂມເດີຣນາ ກ່າວວ່າ ການສຶກສານີ້ ຊຶ່ງບໍ່ໄດ້ຮັບການທົບທວນຄືນໂດຍໝໍເຊັ່ນກັນ ພິສູດໃຫ້ເຫັນວ່າ ຢາວັກຊີນຂອງບໍລິສັດ ແມ່ນມີປະສິດທິຜົນ “ປອດໄພທີ່ສຸດ” ແລະ “ຈະປ້ອງກັນພວກຄົນຕະຫຼອດໄລຍະວັນພັກ ແລະຕະຫຼອດໄລຍະລະດູໜ້າວໃນສອງສາມເດືອນທີ່ໃກ້ຈະມາເຖິງນີ້ ຊຶ່ງເປັນເວລາທີ່ພວກເຮົາຈະເຫັນຄວາມກົນດັນທີ່ຮ້າຍແຮງທີ່ສຸດຂອງໄວຣັສໂຄໄມຄຣອນ.”

ບັນດາເຈົ້າໜ້າສາທາລະນະສຸກຂອງລັດຖະບານກາງສະຫະລັດ ໄດ້ອະນຸມັດຢາວັກຊີນກັນໂຄວິດ-19 ທັງຂອງບໍລິສັດໂມເດີຣນາ ແລະຟາຍເຊີ ໃຫ້ນຳໃຊ້ເປັນເຂັມບຸສເຕີສຳລັບພວກຜູ້ໃຫຍ່ເມື່ອເດືອນແລ້ວນີ້.

ການປະກາດຂອງໂມເດີຣນາ ໄດ້ມີຂຶ້ນນຶ່ງວັນຫຼັງຈາກທີ່ທ່ານແອນໂທນີ ຟາວຈີ ນັກຊ່ຽວຊານດ້ານພະຍາດຕິດແປດລະດັບສູງໃນສະຫະລັດ ໄດ້ເຕືອນວ່າ ໄວຣັສໂອໄມຄຣອນ ແມ່ນ “ກຳລັງແຜ່ລະບາດໃນທົ່ວໂລກ” ໃນຂະນະດຽວກັນທ່ານໄດ້ຮຽກຮ້ອງຊາວອາເມຣິກັນທັງຫຼາຍໃຫ້ໄປສັກຢາວັກຊີນ ແລະໃຫ້ສັກເຂັມບຸສເຕີ.

ອົງການອະນາໄມໂລກ ຫຼື WHO ໄດ້ກ່າວໃນວັນອາທິດຜ່ານມານີ້ ວ່າ ໂອໄມຄຣອນ ຊຶ່ງໄດ້ກວດພົບຄັ້ງທຳອິດເມື່ອເດືອນແລ້ວນີ້ ຢູ່ໃນປະເທດອາຟຣິກາໃຕ້ ຈຳນວນນຶ່ງນັ້ນ ດຽວນີ້ ແມ່ນມີຢູ່ໃນ 89 ປະເທດແລ້ວ.

[[https://twitter.com/WHO/status/1472717532272463872?s=20]]

ລັດນິວຢອກ ໄດ້ມີຂີດໝາຍຂອງການທຳລາຍສະຖິຕິໃນການຕິດເຊື້ອໄວຣັສໃໝ່ສາມວັນຕິດຕໍ່ກັນ ໃນວັນອາທິດທີ່ຜ່ານມານີ້ ໂດຍມີກໍລະນີຕິດເຊື້ອໄວຣັສ ທີ່ໄດ້ຮັບການຢັ້ງຢືນເກືອບ 22,500 ຄົນ. ຈຳນວນທີ່ສູງຂຶ້ນຂອງການຕິດເຊື້ອໄວຣັສ ໄດ້ກະຕຸ້ນໃຫ້ມີການປິດການສະແດງຂອງໂຮງມະຫໍລະສົບ ແລະຮ້ານອາຫານທັງຫຼາຍຢູ່ໃນນະຄອນນິວຢອກ ຊຶ່ງຄ້າຍຄືກັບເຫດການທີ່ຫວນຄືນໄປໃນເດືອນມີນາປີ 2020 ເມື່ອໄວຣັສໂຄວິດ-19 ໄດ້ເຂົ້າມາລະບາດໃນຄັ້ງທຳອິດນັ້ນ.

ພົນລະເມືອງນິວຢອກ ໄດ້ພາກັນຢືນລຽນແຖວຍາວຢຽດ ເປັນເວລາຫຼາຍຊົ່ວໂມງຢູ່ສະຖານທີ່ກວດພະ​ຍາດໂຄວິດແຫ່ງຕ່າງໆ ທີ່ທາງການເມືອງໄດ້ດຳເນີນການນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG