ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ບໍລິສັດ ຜະລິດຢາ ໂມເດີຣນາ ປະກາດຢາວັກຊີນ ຊະນິດທີສອງ ມີປະສິດທິພາບ ຫຼາຍກວ່າ 90 ເປີເຊັນ


ບໍລິສັດເທັກໂນໂລຈີຊີວະພາບ ໂມເດີຣນາ (Moderna) ໄດ້ຍື່ນເອກກະສານ ເພື່ອຂໍໃຫ້ຮັກສາຢາວັກຊີນກັນ COVID-19 ໄວຢູ່ໃນສູນກາງຄົ້ນຄວ້າອາເມຣິກາ ໃນເມືອງຮໍລີວູດ ຂອງລັດຟລໍຣິດາ, ວັນທຮ 13 ສິງຫາ 2020.
ບໍລິສັດເທັກໂນໂລຈີຊີວະພາບ ໂມເດີຣນາ (Moderna) ໄດ້ຍື່ນເອກກະສານ ເພື່ອຂໍໃຫ້ຮັກສາຢາວັກຊີນກັນ COVID-19 ໄວຢູ່ໃນສູນກາງຄົ້ນຄວ້າອາເມຣິກາ ໃນເມືອງຮໍລີວູດ ຂອງລັດຟລໍຣິດາ, ວັນທຮ 13 ສິງຫາ 2020.

ຢາວັກຊີນກັນໂຄວິດ-19 ອີກຊະນິດນຶ່ງ ໄດ້ສະແດງໃຫ້ເຫັນຜົນ ທີ່ໜ້າຕື່ນເຕັ້ນ ໂດຍອາດເປັນໄປໄດ້ສູງທີ່ຈະເພີ້ມປະລິມານຂອງຢາວັກຊີນໃນການສະໜອງແກ່ປະຊາຊົນຫຼາຍລ້ານຄົນຕື່ມອີກ ຊຶ່ງອາດຈະມີໃຫ້ໃຊ້ພາຍໃນປີນີ້.

ຢາວັກຊີນຈາກບໍລິສັດເທັກໂນໂລຈີຊີວະພາບ ໂມເດີຣນາ (Moderna) ທີ່ມີປະ ສິດທິພາບເຖິງ 94.5 ເປີເຊັນ ອີງຕາມການວິໄຈຜົນ ຂອງການທົດລອງດ້ານການແພດໃນຂັ້ນຕົ້ນ ທີ່ບໍລິສັດໄດ້ເປີດເຜີຍ ໃນວັນຈັນວານນີ້.

ລິ້ງຖະແຫລງຂ່າວລາຍລະອຽດຢາວັກຊີນກັນໂຄວິດ-19 ຂອງບໍລິສັດໂມເດີຣນາ :

https://investors.modernatx.com/news-releases/news-release-details/modernas-covid-19-vaccine-candidate-meets-its-primary-efficacy

ຂ່າວດັ່ງກ່າວອອກມາ ຫຼັງຈາກທີ່ບໍລິສັດຜະລິດຢາ ຟາຍເຊີຣ (Pfizer) ຍັງໄດ້ປະກາດໃນວັນຈັນວານນີ້ ວ່າ ຢາວັກຊີນຂອງຕົນ ມີປະສິດທິພາບ ຫຼາຍກວ່າ 90 ເປີເຊັນ.

ລິ້ງຖະແຫລງຂ່າວລາຍລະອຽດຢາວັກຊີນກັນໂຄວິດ-19 ຂອງບໍລິສັດຟາຍເຊີຣ:

https://www.pfizer.com/news/press-release/press-release-detail/pfizer-and-biontech-announce-vaccine-candidate-against

ບັນດານັກວິທະສາດ ໄດ້ໃຫ້ຂໍ້ສັງເກດວ່າ ຜົນການທົດລອງຂອງທັງສອງບໍລິສັດດັ່ງກ່າວແມ່ນຢູ່ໃນຂັ້ນຕົ້ນ. ຜົນການທົດລອງຂັ້ນສຸດທ້າຍອາດຈະດີຂຶ້ນກວ່າເກົ່າ ຫຼືຂີ້ຮ້າຍລົງ. ບັນດານັກວິທະຍາສາດຈາກພາຍນອກຍັງບໍ່ທັນໄດ້ທົບທວນຄືນຂໍມູນຂອງການທົດລອງເທື່ອ.

ແຕ່ “ຢາວັກຊີນນັ້ນ ແທ້ຈິງແລ້ວ ແມ່ນແສງສະຫວ່າງຢູ່ສົ້ນອຸໂມງ” ນັ້ນແມ່ນຄຳເວົ້າຂອງຜູ້ອຳນວຍການສະຖາບັນໂຣກພູມແພ້ແລະພະຍາດຕິດແປດແຫ່ງຊາດ ຫຼື NIAID ທ່ານໝໍ ແອນໂທນີ ຟາວຈີ ທີ່ໄດ້ກ່າວຕໍ່ບັນດານັກຂ່າວ. ສະຖາບັນ NIAID ເປັນພາກສ່ວນນຶ່ງ ທີ່ທໍາການສຶກສາຄົ້ນຄວ້າຢາວັກຊີນ ຂອງບໍລິສັດໂມເດີຣນາ.

ບໍລິສັດໂມເດີຣນາ ກ່າວວ່າ ຕົນຄາດໝາຍວ່າ ຈະມີຢາວັກຊີນພ້ອມທີ່ຈະນຳສົ່ງພາຍໃນທ້າຍປີ 2020 20 ລ້ານປະລິມານ ຫຼືໂດສ ແລະມີຫຼາຍເຖິງ 1 ລ້ານໂດສອີກ ພ້ອມໃຫ້ໃຊ້ໃນປີໜ້າ. ສ່ວນບໍລິສັດຟາຍເຊີຣ ມີແຜນການຜະລິດຢາວັກຊີນ 50 ລ້ານໂດສໃນປີນີ້ ແລະອີກຫຼາຍເຖິງ 1 ພັນ 3 ຮ້ອຍລ້ານໂດສໃນປີໜ້າ. ຢາວັກຊີນທັງສອງຊະນິດນີ້ ຕ້ອງໄດ້ໃຊ້ສອງໂດສ ເພື່ອທີ່ຈະໄດ້ຮັບຜົນຢ່າງເຕັມສ່ວນ.

ຢາວັກຊີນຂອງບໍລິສັດໂມເດີຣນາ ອາດສາມາດເຂົ້າຫາໄດ້ງ່າຍຂຶ້ນຢູ່ໃນພື້ນທີ່ຊົນ ນະບົດ ແລະໃນບັນດາປະເທດທີ່ກຳລັງພັດທະນາ ຫຼາຍກວ່າຢາວັກຊີນຂອງບໍລິສັດຟາຍເຊີຣ. ຢາວັກຊີນຂອງບໍລິສັດຟາຍເຊີຣ ທີ່ສັກເອົານັ້ນ ຕ້ອງໄດ້ແຊ່ແຂງໄວ້ເປັນພິເສດ ທີ່ຢູ່ໃນອຸນຫະພູມລົບ 70 ອົງສາແຊລເຊິສ ຊຶ່ງຈະບໍ່ມີໃຫ້ໃຊ້ໄດ້ຢ່າງແຜ່ຫຼາຍ. ຢາວັກຊີນນີ້ມີອາຍຸໃຊ້ງານໄດ້ພຽງບໍ່ເທົ່າໃດວັນ ຄັນຮັກສາ ໄວ້ຢູ່ໃນອຸນຫະພູມຂອງຕູ້ເຢັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG