ກຸ່ມຝ່າຍຄ້ານ ຊີເຣຍ ໄດ້ເລືອກເອົາ ອາຈານ Maath al-Khatib
ເປັນຜູ້ນໍາພາການເຕົ້າໂຮມບັນດາກຸ່ມທີ່ແບ່ງແຍກຕ່າງໆ ເພື່ອຂັບ
ໄຫລ່ ປະທານາທິບໍດີ Bashar al-Assadອອກຈາກຕໍ່າແໜ່ງ.
ທ່ານ Khatib ເປັນອະດີດ ອາຈານໃຫຍ່ຂອງ ວັດສາສໜາມຸດ ສະລິມ ໃນນະຄອນຫລວງ Dammascus ແລະໄດ້ຖືກຕິດຄຸກມາ ຫລາຍເທື່ອ ຍ້ອນຕິຕຽນການປົກຄອງຂອງ ທ່ານ Assad ກ່ອນໄດ້ໜີອອກໄປຈາກ ຊີເຣຍ ໃນປີນີ້.
ບັນດາສະມາຊິກຝ່າຍຄ້ານ ໄດ້ພາກັນປ່ອນບັດໃນວັນອາທິດວານນີ້ ທີ່ ເມືອງ Doha ເພື່ອເລືອກເອົາ ນັກທຸລະກິດຄົນນຶ່ງ ທ່ານ Riad Seif ກັບ ນັກເຄື່ອນໄຫວແມ່ຍິງ ທີ່ມີຊຶ່ສຽງຄົນນ່ຶງຄື ທ່ານນາງ Suhair al-Alttasi ເປັນຜູ້ຮອງ ປະທານາທິບໍດີ.
ບັນດາຜູ້ນໍາຕໍ່ຕ້ານ ທ່ານ Assad ໄດ້ພາກັນດີ້ນລົນເພື່ອໃຫ້ບັນລຸການໃຫ້ມີການເຕົ້າໂຮມກັນ ພາຍໃຕ້ການບີບບັງຂັບຈາກ ບັນດານັກການທູດສະຫະລັດ ແລະເຈົ້າໜ້າທີ່ຈາກ Qatar.
ກະຊວງປ້ອງກັນປະເທດ ສະຫະລັດ ຖະແຫລງໃນຕອນແລງຂອງວັນອາທິດວານນີ້ວ່າຕົນ
ພ້ອມແລ້ວທີ່ຈະໃຫ້ການຊຸກຍູ້ ການເຕົ້າໂຮມ ຂອງກຸ່ມຝ່າຍຄ້ານນີ້ ໃນຂະນະທີ່ເຂົາເຈົ້າປະຕິບັດງານ "ມຸ້ງໜ້າໄປສູ່ການອາວະສານຂອງການປົກຄອງທີ່ນອງເລືອດຂອງ Assad” ແລະເພື່ອສັນຕິພາບ ແລະປະຊາທິປະໃຕ ໃນຊີເຣຍຢູ່ນັ້ນ.
ການຕົກລົງກັນໃນວັນອາທິດວານນີ້ ໄດ້ເກີດຂື້ນຫລັງຈາກທີ່ກຸ່ມຝ່າຍຄ້ານສຳຄັນທີ່ເອີ້ນວ່າ ສະພາແຫ່ງຊາດຊີເຣຍ ຖືກຮັບຮອງ ຍ້ອນຖືກກົດດັນໂດຍກຸ່ມອາຣັບ ແລະຝ່າຍຕາເວັນຕົກໃຫ້ເຫັນດີນຳໂຄງຮ່າງໃໝ່ເຖິງແມ່ນຈະມີພວກບໍ່ປະສົງຢາກຮ່ວມຢູ່ໃນຖັ້ນແຖວກໍຕາມ.
ບັນດາຊະມາຊິກຝ່າຍຄ້ານກ່າວວ່າ ເຂົາເຈົ້າຈະບໍ່ຮ່ວມເຈລະຈາກັບລັດຖະບານທ່ານ Assad.