ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການແຂ່ງຂັນ ແຜນຜັງ ອອກແບບເມືອງໃໝ່ ໃນ ອະນາຄົດ


Model City Competition Sparks Interest in Science, Math — and More
please wait

No media source currently available

0:00 0:01:39 0:00

ແບບເມືອງຕົວຢ່າງ ທີ່ມີການແຂ່ງຂັນ ສ້າງຄວາມສົນໃຈທາງດ້ານ ວິທະຍາຍາດ ຄະນິດສາດ ແລະອີກຫລາຍໆຢ່າງ.

Ville Suave ທ່ານ​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ເມືອງ​ດັ່ງກ່າວ​ນີ້ ມາ​
ກ່ອນ​ບໍ? ອາດ​ຈະບໍ່​ໄດ້​ຍິນ ​ເພາະວ່າ ​ມັນ​ເປັນ​ເມືອງ​ໂຕ​ຢ່າງ​
ນ້ອຍໆ ທີ່​ຫາ​ກໍຊະນະໃນການ​ປະ​ກວດແຂ່ງຂັນ ​ເມືອງ​ STEM
ໃນ​ອະ​ນາ​ຄົດປະຈຳ​ປີ. STEM ໝາຍ​ຄວາມ​ວ່າ ວິທະຍາສາດ
​ເທັກ​ໂນ​ໂລ​ຈີ ວິສະວະກຳ ແລະ​ ຄະນິດສາດ ຊຶ່ງ​ເປັນແນວທາງ
ວິຊາ​ອາຊີບທີ່​ການ​ແຂ່ງຂັນ​ຫວັງ​ວ່າ ຈະ​ຊຸກຍູ້​ໃຫ້ບັນດາ​ຊາວ
ໜຸ່ມ​ພາກັນດຳເນີນຕໍ່​ໄປ​. ກະຊວງ​ສຶກສາສະຫະລັດ ກ່າວ​ວ່າມີຊາວ​ອາ​ເມຣິກັນບໍ່​ຫລາຍ
​ທີ່​ພາ​ກັນ​ຕັດສິນ​ໃຈ​ຮຽນ​ວິຊາ STEM ນີ້. ​ແຕ່່ດັ່ງ​ທີ່​ Alberto Pimienta ລາຍ​ງານມາ ການແຂ່ງຂັນດັ່ງກ່າວ ​ແມ່ນ​ໄດ້ພົວພັນ ​ຫລາຍ​ໄປ​ກວ່າ ຄະນິດສາດ ແລະວິທະຍາສາດ
ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ເອົາ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ບັນດາ​ເມືອງ​ນ້ອຍໆ ພວກ​ເມືອງ​ນ້ອຍໆ​ໃນ​ອະນາ​ຄົດ​ເຫລົ່ານີ້​ແມ່ນ​ອອກ​ແບບ​ໂດຍ​ບັນ
ດາ​ນັກຮຽນ​ມັດທະຍົມ​ຕົ້ນ.

ນີ້​ແມ່ນການແຂ່ງ​ຂັນກ່ຽວ​ກັບ ​ເມືອງ​ໃນ​ອະນາ​ຄົດ.

ບັນດາ​ນັກຮຽນ​ ຈາກໂຮງຮຽນຕ່າງໆ​ພັນ​ສາມ​ຮ້ອຍແຫ່ງ ໄດ້ພາກັນ​ສ້າງພວກ​ເມືອງ​ຕົວ
ຢ່າງ​ເຫຼົ່ານີ້ຂຶ້ນມາ. ມີ​ພຽງ​ແຕ່ 37 ​ໂຮງຮຽນ​ເທົ່າ​ນັ້ນ ​ໄດ້​ເຂົ້າ​ຮອບ​ສຸດ​ທ້າຍ ທີ່​ໄ​ດ້ຈັດ​ຂື້ນ ຢູ່ນະຄອນຫລວງວໍ​ຊິງ​ຕັນ ​ໃນ​ອາທິດ​ທີ່​ຜ່ານ​ມາ.

ການ​ແຂ່ງຂັນ​ເມືອງ​ໃນ​ອະນາ​ຄົດ​ປະຈຳ​ປີ ທ້າ​ທາຍ​ຕໍ່​ພວກ​ນັກຮຽນ ​ໃຫ້​ເຂົາ​ເຈົ້າ​ອອກ​ແບບ
​ເມືອງໆ​ໜຶ່ງແລະ​ຊອກ​ຫາ​ທາງ​ແກ້​ໄຂ​ບັນຫາ​ທີ່ຍືນ​ຍົງ. ປີ​ນີ້​ແມ່ນ​ກ່ຽວ ກັບ ການ​ຄຸ້ມ​ຄອງ​ສິ່ງ​
ເສດ​ເຫຼືອທີ່​ໃຊ້​ການ​ບໍ່​ໄດ້​ຕ່າງໆ.

ການ​ແຂ່ງຂັນດັ່ງກ່າວ​ມີ​ຄວາມ​ຫວັງ​ທີ່​ຈະ​ເຮັດ​ໃຫ້ພວກ​ນັກຮຽນ​ພາກັນ​ຕື່ນ​ຕົວ ສົນ​ໃຈ​ໃນ
​ວິຊາ​ອາຊີບ STEM.

​ແຕ່​ສຳລັບ​ບັນດາ​ນາຍຄູ ​ແລະ​ຜູ້​ໃຫ້​ຄຳ​ປຶກ​ສາ ​ແມ່ນ​ມີ​ຫລາຍ​ໄປ​ກວ່າ​ນັ້ນ.

ຍານາງ Angela Traylor ນາຍຄູ​ສອນ​ວິທະຍາສາດແກ່​ທິມທີ່ຊະນະ ກ່າວ​ວ່າ “​ເວລາ​
ໃດ​ທີ່​ເຂົາ​ເຈົ້າໄດ້ຮຽນຮູ້ຂັ້ນຕອນ​ການ​ແກ້​ໄຂ​ບັນຫາ​ແລ້ວ ​ເຂົາ​ເຈົ້າ​ສາມາດ ​ໃຊ້​ມັນ​ຕະ
ຫລອດຊີວິດ​ຂອງເຂົາ​ເຈົ້າ ແລະມັນ​ຈະ​ເປັນ​ຜົນ​ກຳ​ໄລ​ແກ່​ເຂົາ​ເຈົ້າ ບໍ່​ວ່າ​ເຂົ​າເຈົ້າ​ຈະ​ຢູ່​ແຫ່ງຫົນ​ໃດ ໃນ​ວິຊາ​ອາຊີບ​ຂອງ​ເຂົາ​ເຈົ້າ.”

ການ​ແຂ່ງຂັນບັ້ນ​ສຸດ​ທ້າຍ ໄດ້​ດຳ​ເນີນ​ໄປ​ຢ່າງ​ຂຸ້ນຂ້ຽວ ​ແຕ່​ວ່າ ພວກ​ນັກຮຽນ​ມີໃບ​ໜ້າ​ຍິ້ມ
​ແຍ້ມ​ແຈ່​ມ​ໃສຢູ່​ເລື້​ອຍໆ.

​ນາງ Isabel Waring ​ເປັນຜູ້​ຊະນະ​ເລີດ ການ​ປະ​ກວດ​ເມືອງ​ໃນ​ອະນາ​ຄົດ ກ່າວ​ວ່າ
“ຂ້​າພະ​ເຈົ້າ​ຄິດ​ວ່າ​ມັນມ່ວນ​ຊື່ນ ​ແຕ່ບໍ່​ແມ່ນ​ມ່ວນ​ຊື່ນ​ແບບ​ນີ້. ຂ້າພະ​ເຈົ້າຕ້ອງ​ເຮັດ​ໃຫ້
ມ່ວນຊື່ນກັບ​ການ​ແຂ່ງຂັນ​ທັງ​ໝົດນີ້."

​ໂຮງຮຽນຂອງ​ນາງ Isabel Waring ​ໃນ​ເມືອງ Huntsville ລັດ Alabama ​ໄດ້​ລາງວັນ
​ທີໜຶ່ງ​ ພ້ອມ​ດ້ວຍ​ເມືອງ​ຂອງ​ເຂົາ​ເຈົ້າ ​ທີ່​ມີ​ຊື່ວ່າ Ville Suave.

​ເຫື່ອ​ແຮງ​ຂອງ​ພວກ​ນັກຮຽນ​ ​ແກ່​ທີ​ມທັງ​ໝົດ​ທີ່​ໄດ້​ເຂົ້າ​ຮ່ວມ ສະ​ແດງ​ໃຫ້​ເຫັນວ່າ ຄວາມ​
ພະຍາຍາມ​ນັ້ນໄດ້ຜົນ.

ທ່ານ Dan Koval ຜູ້​ໃຫ້​ຄຳປຶກສາ​ຈາກ ນະຄອນ Philadelphia ກ່າວ​ວ່າ “ຂ້າພະ​ເຈົ້າ
ຄິດ​ວ່າ​ ໃນ​ທັດສະນະ​ການ​ແຂ່ງຂັນ ​ແລະ​ພວກ​ເຮົາ​ມີ​ກຳນົດ​ວັນ ​ເວລາ ພວກ​ເຮົາ​ໄດ້
ເສັດສີ້​ນ ຂ້າພະ​ເຈົ້າ ​ເພິ່ງ​ພາ​ພວກ​ເຈົ້າ​ເພື່ອ​ໃຫ້​ທຸກ​ສິ່ງ​ຢ່າງ​ເປັນ​ທີ່​ຮຽບຮ້ອຍດີ ມັນ​

ແມ່ນ​ສິ່ງ​ເຫລົ່າ​ນັ້ນ ທີ່​ນຳພາ​ພວກ​ເຂົາ​ເຈົ້າ​ເຂົ້າ​ຫາ​ກັນ.”

​ເມືອງ​ໃນ​ອະນາ​ຄົດ ບໍ່​ພໍ​ພຽງ​ແຕ່​ກ່ຽວ​ກັບ​ການ​ໃຊ້ວິ​ທະຍາ​ສາດ​ເທົ່າ​ນັ້ນ ໃນ​ການ​ແກ້​ໄຂ​
ບັນຫາ​ຂອງ​ໂລກ. ບັນດາ​ໂຮງຮຽນມັດທະຍົມ​ຕົ້ນ​ເຫຼົ້ານີ້ ກ່າວ​ວ່າ ​ເປັນ​ການເຮັດ​ວຽກ
ກ່ຽວ​ກັບ​ໝູ່​ຄະນະ ​ເຮັດ​ວຽກ​ຢ່າງໜັກ​ແລະ​ກາຍ​ມາ​ເປັນ​ບຸກຄົນ​ທີ່​ດີ.

XS
SM
MD
LG