ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຄົນສັງຫານ ຜູ້ທີ່ຖືກກ່າວຫາ ດູໝິ່ນສາສະໜາ ອິ​ສ​ລາມ ໃນ ປາກິສຖານ


ພີ່ນ້ອງຫາມສົບຂອງທ້າວ ມຸສຕາກ ອາເມັດ, ອາຍຸ 41 ປີ, ຜູ້ທີ່ຖືກຂ້າຕາຍເວລາທີ່ກຸ່ມຄົນນຶ່ງໄດ້ແກວ່ງກ້ອນຫີນໃສ່ລາວຈົນຕາຍສຳລັບການກ່າວຫາດູໝິ່ນຄຳພີ ຄູຣານ, ບ້ານຕູລຳບາ, ເມືອງ ຄານີວາລ, ທາງພາກຕາເວັນອອກຂອງ ປາກິສຖານ, 13 ກຸມພາ, 2022.
ພີ່ນ້ອງຫາມສົບຂອງທ້າວ ມຸສຕາກ ອາເມັດ, ອາຍຸ 41 ປີ, ຜູ້ທີ່ຖືກຂ້າຕາຍເວລາທີ່ກຸ່ມຄົນນຶ່ງໄດ້ແກວ່ງກ້ອນຫີນໃສ່ລາວຈົນຕາຍສຳລັບການກ່າວຫາດູໝິ່ນຄຳພີ ຄູຣານ, ບ້ານຕູລຳບາ, ເມືອງ ຄານີວາລ, ທາງພາກຕາເວັນອອກຂອງ ປາກິສຖານ, 13 ກຸມພາ, 2022.

ຕຳຫຼວດໃນພາກຕາເວັນອອກຂອງ ປາກິສຖານ ໄດ້ກ່າວໃນວັນອາທິດວານນີ້ວ່າ ເຂົາເຈົ້າຄວບຄຸມຕົວຜູ້ຕ້ອງສົງໄສຫຼາຍສິບຄົນ ທີ່ເຊື່ອມໂຍງກັບກຸ່ມຄົນທີ່ຂ້າຜູ້ຊາຍໄວກາງຄົນ ທີ່ມີສຸຂະພາບຈິດບໍ່ດີ ຜູ້ທີ່ຖືກກ່າວຫາວ່າໄດ້ຈູດຄຳພີ ຄູຣານ ທີ່ສັກສິດຂອງສາສະໜາ ອິສລາມ.

ການຈັບກຸມດັ່ງກ່າວໄດ້ມີຂຶ້ນນຶ່ງວັນ ຫຼັງຈາກເຫດການນັ້ນໄດ້ເກີດຂຶ້ນ ໃນເມືອງ ຄານີວາລ (Khanewal) ໃນແຂວງ ປັນຈາບ,​ ບ່ອນທີ່ຕຳຫຼວດໄດ້ກ່າວວ່າ ຝູງຄົນທີ່ໂມໂຫປະມານ 300 ຄົນໄດ້ທຳຮ້າຍຮ່າງກາຍຜູ້ທີ່ຖືກກ່າວຫາວ່າດູໝິ່ນສາສະໜາ ດ້ວຍກ້ອນດິນຈີ່ ແລະ ທ່ອນເຫຼັກ ກ່ອນທີ່ຈະຫ້ອຍສົບຂອງລາວຢູ່ເທິງຕົ້ນໄມ້.

ຕຳຫຼວດໄດ້ລະບຸຕົວຜູ້ເຄາະຮ້າຍວ່າເປັນທ້າວ ມຸສຕາກ ອາເມັດ ອາຍຸ 41 ປີ, ຜູ້ທີ່ຖືກລາຍງານວ່າ ໄດ້ອ້າງຄວາມບໍລິສູດຂອງລາວ ໃນຂະນະທີ່ຖືກໂຈມຕີ.

ສື່ມວນຊົນໃນທ້ອງຖິ່ນໄດ້ກ່າວຢໍ້າຄຳເວົ້າຂອງພວກຜູ້ເຫັນເຫດການວ່າ ຕຳຫຼວດ ໄດ້ໄປຮອດໝູ່ບ້ານດັ່ງກ່າວ ແລະ ໄດ້ຄວບຄຸມຕົວທ້າວ ອາເມັດ ເປັນເວລາສັ້ນໆໃນຂໍ້ກ່າວຫາ ດູໝິ່ນສາສະໜາ ກ່ອນທີ່ກຸ່ມຄົນພວກນັ້ນ ໄດ້ດຶງລາວອອກໄປ ແລະ ໄດ້ຂ້າລາວຕາຍ ໃນເວລາຕໍ່ມາ.

ນາຍົກລັດຖະມົນຕີ ອິມຣານ ຄານ ໄດ້ສັນຍາທີ່ຈະນຳເອົາຜູ້ຮັບຜິດຊອບພວກນັ້ນມາລົງໂທດ.

ທ່ານ ຄານ ໄດ້ຂຽນຂໍ້ຄວາມໃນທວິດເຕີວ່າ “ພວກເຮົາບໍ່ມີການຜ່ອນຜັນໃຫ້ຜູ້ໃດທີ່ລົງໂທດບາງຄົນ ແທນທີ່ຈະຖ້າການດຳເນີນການທາງກົດໝາຍ ແລະ ການຂ້າຄົນໂດຍກຸ່ມຄົນ ຈະໄດ້ປະເຊີນກັບການລົງໂທດ ທີ່ຮ້າຍແຮງໂດຍກົດໝາຍ.”

ທ່ານນາຍົກລັດຖະມົນຕີໄດ້ກ່າວວ່າ ທ່ານໄດ້ຂໍລາຍງານຈາກອຳນາດການປົກ ຄອງແຂວງ ກ່ຽວກັບ ການດຳເນີນການຕໍ່ພວກ “ຜູ້ກະທຳຜິດໃນການຂ້າຄົນ ແລະ ຕໍ່ຕຳຫຼວດຜູ້ທີ່ບໍ່ສາມາດ ເຮັດໜ້າທີ່ຂອງເຂົາເຈົ້າ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG