ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານນານກັກວາ ສາບານໂຕ ເຂົ້າຮັບ ຕຳແໜ່ງ ເປັນປະທານາທິບໍດີ ຄົນໃໝ່ ຂອງ ຊິມບັບເວ


A man holding a golden eagle for an eagle hunt ride a horse during the hunting festival "Salburun" in Tuura-Suu, a small village nestled among the mountains, about 250 km. (156 miles) south-east of Bishkek, Kyrgyzstan.
A man holding a golden eagle for an eagle hunt ride a horse during the hunting festival "Salburun" in Tuura-Suu, a small village nestled among the mountains, about 250 km. (156 miles) south-east of Bishkek, Kyrgyzstan.

ທ່ານເອັມເມີສັນ ນານກັກວາ ໄດ້ສາບານໂຕ ເຂົ້າຮັບຕຳແໜ່ງເປັນປະທານາທິບໍດີຄົນ ໃໝ່ຂອງຊິມບັບເວໃນວັນສຸກມື້ນີ້ ເຮັດໃຫ້ການປົກຄອງ ແບບຜະເດັດການ ເປັນເວລາ
37 ປີຂອງທ່ານໂຣເບີດ ມູກາເບ ສິ້ນສຸດລົງ.

ໃນວັນທີ 5 ພະຈິກຕົ້ນເດືອນນີ້ ທ່ານນານກັກວາໄດ້ຖືກປົດອອກຈາກຕຳແໜ່ງຮອງປະ ທານາທິບໍດີຊິມບັບເວ ທ່າມກາງທີ່ມີການຕໍ່ສູ້ກັນໃນການຮັບຊ່ວງອຳນາດຕໍ່ກັບພັນລະ
ຍາທ່ານມູກາເບ ທ່ານນາງເກຣສ.

ສອງອາທິດຕໍ່ມາ ນັກການເມືອງ ອາຍຸ 75 ປີທ່ານນີ້ ໄດ້ສາບານໂຕ ເຂົ້າຮັບຕຳແໜ່ງ
ເປັນຜູ້ນຳຂອງຊິມບັບເວຊຶ່ງຕັ້ງຢູ່ໃນເຂດພາກໃຕ້ທະວີບອາຟຣິກາ ຢູ່ທີ່ສະໜາມກິລາ
ແຫ່ງຊາດໃນນະຄອນຮາຣາເຮທີ່ບັນຈຸໄດ້ 60,000 ຄົນ ບ່ອນທີ່ຝູງຊົນໄດ້ພາກັນຮ້ອງ
ເຊຍໃຫ້ທ່ານ ຫຼັງຈາກການສາບານໂຕເຂົ້າຮັບຕຳແໜ່ງແລ້ວ.

ພວກທະຫານ ສວນສະໜາມ ໃນລະຫວ່າງ ພິທີສາບານໂຕ ເຂົ້າຮັບຕຳແໜ່ງ ຂອງທ່ານ ເອັມເມີສັນ ນານກັກວາ ເປັນປະທານາທິບໍດີຄົນໃໝ່ ຂອງຊິມບັບເວ. (23 ພະຈິກ 2017)
ພວກທະຫານ ສວນສະໜາມ ໃນລະຫວ່າງ ພິທີສາບານໂຕ ເຂົ້າຮັບຕຳແໜ່ງ ຂອງທ່ານ ເອັມເມີສັນ ນານກັກວາ ເປັນປະທານາທິບໍດີຄົນໃໝ່ ຂອງຊິມບັບເວ. (23 ພະຈິກ 2017)

ເປັນຮູ້ກັນດີ ໃນຊື່ທີ່ມີຄວາມໝາຍວ່ແຂ້ນັ້ນ ທ່ານແມ່ນມີຄວາມໃກ້ຊິດເປັນພິເສດ ກັບ
ກອງທັບຂອງຊິມບັບເວ. ຮວມຢູ່ໃນການທົດສອບຫຼາຍໆຢ່າງທີ່ທ່ານກຳລັງປະເຊີນຢູ່
ໃນຂະນະນີ້ ກໍຈະແມ່ນການສ້າງສາເສດຖະກິດຂອງປະເທດຄືນໃໝ່ ທີ່ໄດ້ຮັບຄວາມ
ເສຍຫາຍຢ່າງຮ້າຍແຮງ ມາໄດ້ເກືອບ 4 ທົດສະວັດແລ້ວ ພາຍໃຕ້ການປົກຄອງຂອງ ທ່ານມູກາເບ.

ອະດີດ ປະທານາທິບໍດີມູກາເບ ແລະພັນລະຍາຂອງທ່ານ ທ່ານນາງເກຣສ ມູກາເບ ແມ່ນໄດ້ຮັບການໃຫ້ອະໄພຍະໂທດ ຈາກການລົງໂທດຕ່າງໆ.

Zimbabweans Want Change Post-Mugabe, and They Want it Soon
please wait

No media source currently available

0:00 0:02:31 0:00

​ພວກທະຫານໄດ້ເຂົ້າຍຶດສະຖາບັນທີ່ສຳຄັນໆຂອງປະເທດ ຫລັງຈາກທ່ານມູກາເບ ອາ
ຍຸ 93 ປີ ໄດ້ປົດທ່ານນານກັກວາ ອອກຈາກຕຳແໜ່ງ ເມື່ອວັນທີ 5 ພະຈິກແລະແນະນຳ
ວ່າ ທ່ານຈະແຕ່ງຕັ້ງພັນລະຍາ ອາຍຸ 52 ປີຂອງທ່ານ ເຂົ້າຮັບຕຳແໜ່ງດັ່ງກ່າວແທນ.

ກຸ່ມປົກປ້ອງສິດທິມະນຸດ ໄດ້ກ່າວຫາທ່ານມູກາເບວ່າ ສໍ້ໂກງການເລືອກຕັ້ງ ອະນຸຍາດ
ໃຫ້ມີການສໍ້ລາດບັງຫຼວງຂະໜາດໃຫຍ່ ພ້ອມທັງເປັນຜູ້ຮັບຜິດຊອບ ຕໍ່ການທໍລະມານ ແລະການສັງຫານພວກນັກການເມືອງຝ່າຍຄ້ານຫລາຍພັນຄົນ ໃນລະຫວ່າງການປົກ ຄອງເປັນເວລາດົນນານຂອງທ່ານ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ ໄດ້ຮຽກຮ້ອງພວກຜູ້
ນຳຊຸດໃໝ່ ຂອງຊິມບັບເວ ໃຫ້ການຄ້ຳປະກັນວ່າ ຈະຈັດໃຫ້ມີ ການເລືອກຕັ້ງ ທີ່ເສລີ ແລະຍຸຕິທຳຂຶ້ນ. ທ່ານກ່າວໃນວັນອັງຄານຜ່ານມານີ້ວ່າ “ປະຊາຊົນຊາວຊິມບັບເວຈະ ຕ້ອງເລືອກເອົາພວກຜູ້ນຳຂອງເຂົາເຈົ້າ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Zimbabwe
please wait
Embed

No media source currently available

0:00 0:01:04 0:00

XS
SM
MD
LG