ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ. ເອັມນັງກາວາ ຊະນະການ ເລືອກຕັ້ງ ປະທານາທິບໍດີ ຊິມບັບເວ


ພວກໃຫ້ການສະໜັບສະໜຸນແກ່ ທ່ານ ເອັມເມີສັນ ເອັມນັງກາວາ, ປະທານາທິບໍດີທີ່ຫາກໍໄດ້ຮັບການເລືອກຕັ້ງໃໝ່ ພາກັນສະຫລອງ ໄຊຊະນະຂອງທ່ານ ຢູ່ນະຄອນຫລວງ ຮາແຣເຣ ໃນໃັນທີ 3 ສິງຫາ 2018
ພວກໃຫ້ການສະໜັບສະໜຸນແກ່ ທ່ານ ເອັມເມີສັນ ເອັມນັງກາວາ, ປະທານາທິບໍດີທີ່ຫາກໍໄດ້ຮັບການເລືອກຕັ້ງໃໝ່ ພາກັນສະຫລອງ ໄຊຊະນະຂອງທ່ານ ຢູ່ນະຄອນຫລວງ ຮາແຣເຣ ໃນໃັນທີ 3 ສິງຫາ 2018

ທ່ານ ເອັມເມີສັນ ເອັມນັງກາວາ ຊະນະການເລືອກຕັ້ງປະທານາທິບໍດີຂອງຊິມບັບ
ເວຢູ່ໃນການປ່ອນບັດເລືອກຕັ້ງທີ່ເຕັມໄປດ້ວຍການກໍ່ຄວາມຮຸນແຮງ ແລະການ
ກ່າວຫາວ່າມີການສໍ້ໂກງ.

ກໍາມາທິການເລືອກຕັ້ງ ໄດ້ເອົາ 50.8 ເປີເຊັນຂອງຄະແນນສຽງທັງໝົດໃຫ້ແກ່
ທ່ານ ເອັມນັງກາວາຊຶ່ງເປັນຄະແນນທີ່ຫລາຍກວ່າທ່ານແນລສັນ ຈຊາມີຊາຜູ້ນໍາ
ຂອງພັກຝ່າຍຄ້ານພຽງແຕ່ໜ້ອຍດຽວ. ທ່ານຂຽນຢູ່ໃນທວີດເຕີວ່າ: "ຂ້າພະເຈົ້າຮູ້ສຶກບຸນຄຸນຕໍ່ທ່ານທີ່ໄດ້ເປັນປະທານາທິບໍດີທີ່ຖືກເລືອກຕັ້ງຂອງ
ສາທາລະນະລະຊິມບັບເວທີ 2. ເຖິງແມ່ນວ່າ ພວກເຮົາຈະມີຄວາມແຕກແຍກ
ກັນຢູ່ໃນບ່ອນປ່ອນບັດເລືອກຕັ້ງກໍ່ຕາມ ແຕ່ວ່າພວກເຮົາມີຄວາມສາມັກຄີກັນ
ຢູ່ໃນຄວາມຝັນຂອງພວກເຮົາກ. ມີການເລີ້ມຕົ້ນໃໝ່. ຈົ່ງຫັນມາຈັບມືກັນຢູ່
ພາຍໃຕ້ສັນຕິພາບ,ສາມັກຄີກັນ ແລະຮັກແພງກັນ, ພ້ອມພຽງກັນກໍ່ສ້າງຊິມ
ບັບເວໃໝ່ ເພື່ອປະຊາຊົນທຸກຄົນໃນຊາດ!"


ທ່ານ ຈຊາມີຊາ ກໍາລັງເອີ້ນຜົນການເລືອກຕັ້ງວ່າ "ບໍ່ແມ່ນແທ້" ແລະໃຫ້ຄໍາໝັ້ນສັນ
ຍາວ່າ ຈະມີການສູ້ຢັນກັນຢູ່ໃນສານ. ທ່ານໄດ້ຕັ້ງຄໍາຖາມຕໍ່ການກະທໍາຂອງກໍາມາ
ທິການເລືອກຕັ້ງ ຜ່ານທວີດເຕີວ່າ: "ເລື້ອງທີ່ເປັນຂ່າວນອງນັນຂອງກໍາມາທິການ
ເລືອກຕັ້ງຂອງຊິມບັບເວ ຫລື ZEC ໃນການເຜີຍແຜ່ຜົນການເລືອກຕັ້ງທີ່ບໍ່ໄດ້ຮັບ
ການກວດກາຄວາມຖືກຕ້ອງເປັນເລື້ອງທີ່ໜ້າເສຍໃຈຫລາຍ. ZEC ໄດ້ປະຕິເສດ
ບໍ່ໃຫ້ຕົວແທນໃນການເລືອກຕັ້ງຂອງ ພວກເຮົາເຂົ້າໄປເບິ່ງຜົນການເລືອກຕັ້ງກ່ອນ
ຈະປະກາດອອກ. ZEC ຕ້ອງເອົາຜົນການເລືອກຕັ້ງທີ່ຖືກຕ້ອງ & ໄດ້ຮັບການກວດ
ກາທີ່ຮັບຮູ້ໂດຍຝ່າຍການເມືອງຕ່າງໆ. ລະດັບຂອງຄວາມບໍ່ແຈ້ງຂາວ, ຄວາມຈິງທີ່
ບົກຜ່ອງ, ຄວາມເຊື່ອມລົງດ້ານຄຸນນະທໍາ ແລະຂາດຫລັກສິນລະທໍາເຮັດໃຫ້ຄົນມີ
ຄວາມສັບສົນ ງືນງົງ.”

ກ່ອນຈະມີການປະກາດຜົນເລືອກຕັ້ງອັນສຸດທ້າຍໃນຕອນເຊົ້າໆ ວັນສຸກມື້ນີ້ ໂຄ
ສົກຂອງພັກຝ່າຍຄ້ານຂຶ້ນໄປປະກົດໂຕຢູ່ເທິງເວທີຕໍ່ໜ້າໄມໂຄຣໂຟນ ແລະກ້ອງ
ຖ່າຍຮູບຫລາຍໆອັນເພື່ອປະນາມຜົນການເລືອກຕັ້ງດັ່ງກ່າວ ແລະກ່າວວ່າ ພັກ
ຂອງທ່ານບໍ່ໄດ້ກວດກາເບິ່ງຄວາມຖືກຕ້ອງຂອງຜົນການເລືອກຕັ້ງດັ່ງກ່າວ.

ທ່ານໄດ້ຖືກຄົນບອກໃຫ້ລົງຈາກເວທີ ແລະສຽງລາວເວົ້າບໍ່ຄ່ອຍໄດ້ຍິນຄັກ ກ່ອນ
ຈະຖືກພວກຮັກສາຄວາມປອດໄພນໍາຕົວໄປ.

ປະຊາຊົນຊິມບັບເວ ນັ່ງຟັງຕິດຕາມການປະກາດຜົນການເລືອກຕັ້ງຂອງກໍາມາ ທິການເລືອກຕັ້ງ ປະທານາທິບໍດີ, ໃນໂຮງແຮມແຫ່ງນຶ່ງໃນວັນທີ 2 ສິງຫາ, 2018
ປະຊາຊົນຊິມບັບເວ ນັ່ງຟັງຕິດຕາມການປະກາດຜົນການເລືອກຕັ້ງຂອງກໍາມາ ທິການເລືອກຕັ້ງ ປະທານາທິບໍດີ, ໃນໂຮງແຮມແຫ່ງນຶ່ງໃນວັນທີ 2 ສິງຫາ, 2018

ກໍາມາທິການເລືອກຕັ້ງກ່າວວ່າ ຈໍານວນຄົນໄປປ່ອນບັດເລືອກຕັ້ງແມ່ນສູງຢູ່ໃນ
ເກືອບໝົດທຸກແຂວງ ແລະໃບປ່ອນບັດຈໍານວນຫລວງຫລາຍຕ້ອງໄດ້ຖືກປະຕິເສດ.
ກໍາມາທິການເລືອກຕັ້ງດັ່ງກ່າວໄດ້ປະກາດວ່າ ການເລືອກຕັ້ງແມ່ນຜົນສໍາເລັດ
ອັນເຕັມທີ່ ແຕ່ກໍເວົ້າວ່າ ພວກທ່ານມີຄວາມເສຍໃຈທີ່ມີການກໍ່ຄວາມຮຸນແຮງ
ປະທະກັນລະຫວ່າງຕໍາຫລວດ ແລະພວກປະທ້ວງ ທີ່ເຮັດໃຫ້ຢ່າງໜ້ອຍ 6 ຄົນ
ເສຍຊີວິດຢູ່ນະຄອນ ຮາແຣເຣ.

ທ່ານນາງ Qhubani Moyo (ກາງ) ປະທານ ກໍາມາທິການເລືອກຕັ້ງ ຂອງຊິມບັບເວ ປະກາດຜົນການເລືອກຕັ້ງ ທີ່ນະຄອນຮາແຣເຣໃນວັນທີ 3 ສິງຫາ, 2018
ທ່ານນາງ Qhubani Moyo (ກາງ) ປະທານ ກໍາມາທິການເລືອກຕັ້ງ ຂອງຊິມບັບເວ ປະກາດຜົນການເລືອກຕັ້ງ ທີ່ນະຄອນຮາແຣເຣໃນວັນທີ 3 ສິງຫາ, 2018

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG