ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ ສປຊ ເລີ້ມດໍາເນີນຄະດີ ທ່ານ Mladic (ສະໄລດ໌)


ນາຍພົນ Ratko Mladic ອະດີດຜູ້ບັນຊາການກອງທັບເຊີເບຍ ໃນ
ບອສເນຍ.
ວັນທີ 16 ພຶດສະພາ 2012.
ນາຍພົນ Ratko Mladic ອະດີດຜູ້ບັນຊາການກອງທັບເຊີເບຍ ໃນ ບອສເນຍ. ວັນທີ 16 ພຶດສະພາ 2012.

ການ​ດໍາ​ເນີນ​ຄະດີ​ນາຍ​ພົນ Ratko Mladic ອະດີດ​ຜູ້​ບັນຊາ​ການກອງ ທັບ​ເຊີ​ເບຍ​ໃນ​ບອສ​ເນຍ​ໄດ້​ເລີ້ມ​ຂຶ້ນ​ແລ້ວ ທີ່​ສານ​ອາຍາ​ຂອງສະຫະປະຊາ​ຊາດ​ ​ໃນ​ນະຄອນ Hague 20 ປີ​ຫຼັງ​ຈາກ​ສົງຄາມ​ບອສເນຍ​ເລີ້ມ​ຂຶ້ນ.

ທ່ານ Dermot Groome ​ໄອ​ຍະ​ການ​ສານສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ພຸດ ​ມື້​ນີ້ວ່າ ​ເປົ້າ​ໝາຍ​ຂອງ​ຜູ້​ບັນຊາ​ການທ່ານ​ນີ້​ ແມ່ນ​ທໍາການກວດ​ລ້າງ​ພາກສ່ວນ​ຕ່າງໆ​ຂອງ​ບອສ​ເນຍທີ່​ບໍ່​ແມ່ນ​ຊົນ​ເຜົ່າ​ເຊີ​ເບຍ​ນັ້ນ.

ນາຍ​ພົນ Mladic ກໍາລັງ​ປະ​ເຊີນ​ກັບ​ຂໍ້​ກ່າ​ວຫາ 11 ກະທົງ ຮວມທັງການຂ້າ​ລ້າງ​ເຊື້ອຊາດ​ເຜົ່າ​ພັນ ​ອາ​ຊະ​ຍາ​ກໍາສົງຄາມ ​ແລະ​ອາ​ຊະ​ຍາ​ກໍາຕໍ່ຕ້ານ​ມະນຸດຊາດ.

ອະດີດ​ຜູ້​ບັນຊາ​ການ​ກອງທັບ ​ໄວ 70 ປີ​ທ່ານ​ນີ້​ຖືກ​ກ່າວ​ຫາ​ວ່າ ອອກຄໍາ​ສັ່ງ​ໃຫ້​ທໍາ​ການ
​ສັງຫານພວກ​ຜູ້​ຊາຍທັງໃຫຍ່​ແລະນ້ອຍ​ ປະມານ8000 ຄົນ​ຢູ່​ນອກ​ເມືອງ Srebrenica
ຂອງ​ບອສ​ເນຍ ​ແລະ​ການປິດ​ລ້ອມ​ນະຄອນຫຼວງ​ Sarajevo ຂອງ​ບອສ​ເນຍຢ່າງ​ນອງ
ເລືອດ​ໃນ​ຕົ້ນ​ຊຸມ​ປີ 1990 ນັ້ນ.

ທ່ານ Mladic ຊຶ່ງ​ເປັນທະຫານອາຊີບ ​ໄດ້​ຮັບ​ການ​ເຝິກ​ແອບ​ທີ່​ໂຮງ ຮຽນ​ນາຍຮ້ອຍ​ທະ
ຫານ​ຂອງ​ກອງທັບ​ປະຊາຊົນ Yugoslavia ​ໃນກຸງ Belgrade. ​ເວລາ​ຢູ​ໂກສລາ​ເວ​ຍ​
ເລີ້ມ​ແຕກ​ແຍກ​ກັນ​ໃນ​ຕົ້ນຊຸມ​ປີ 1990 ທ່ານ​ໄດ້​ຖືກ​ເລື່ອນ​ຊັ້ນ ​ແລະ​ຂຶ້ນ​ເປັນ​ຜູ້​ບັນຊາ​ການ​
ກໍາລັງທະຫານເຊີ​ເບຍ​ໃນ​ບອສ​ເນຍ​ທັງ​ໝົດ ​ເວລາ​ພວກ​ເຂົາ​ເຈົ້າ​ເລີ້ມ​ທໍາການ​ຕໍ່ສູ້​ເພື່ອ​
ແຍກ​ລັດເຊີ​ເບຍ​ອອກ​ເປັນ​ປະ​ເທດ​ນຶ່ງ​ຕ່າງຫາກ​ນັ້ນ.

ການ​ສັງຫານ​ໝູ່​ທີ່​ເມືອງ Srebrenica ​ເກີດ​ຂຶ້ນ​ໃນ​ປີ 1995 ຫຼັງ​ຈາກ​ພວກ​ພົນລະ​ເຮືອນ
​ຫຼາຍ​ພັນ​ຄົນ​ໄປເຕົ້າ​ໂຮມ​ກັນ​ຢູ່​ໃນ​ເຂດ​ນຶ່ງ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ຈັດ​ຕັ້ງຂຶ້ນເປັນ
​ບ່ອນ​ທີ່​ປອດ​ໄພ​ນັ້ນ. ​ໃນ​ການ​ບໍ່​ເອົາ​ຫົວຊາ​ນໍາ​ເຂດ​ປອດ​ໄພ ທີ່​ສະຫະ​ປະຊາ​ຊາດ​ຈັດ​ຕັ້ງ​
ຂຶ້ນ​ນັ້ນ ພວກ​ທະຫານ​ເຊີ​ເບຍ​ໃນ​ບອສ​ເນຍ​ໄດ້​ຈັບ​ພວກ​ຜູ້​ຊາຍ​ທັງໃຫຍ່​ແລະ​ນ້ອຍ​ຈໍາ
ນວນຫຼາຍ​ເຖິງ 8 ພັນ​ຄົນ ແລະ​ທໍາ​ການ​ສັງຫານ​ພວກ​ຄົນ​ເຫຼົ່າ​ນີ້​ເປັນ​ເວລາ​ຫຼາຍ​ມື້. ຕໍ່​ມາ​
ໄດ້​ມີ​ການ​ພົບ​ເຫັນ​ຂຸມ​ຝັງ​ສົບ​ໝູ່ໃນ​ເຂດ​ອ້ອມ​ແອ້ມ​ກັນ​ນັ້ນ.

ຫຼັງ​ຈາກ​ສົງຄາມ​ຍຸດຕິ​ລົງ ທ່ານ Mladic ​ໄດ້​ກັບ​ຄືນ​ໄປ​ຍັງ​ກຸງ Belgrade ບ່ອນ​ທີ່​ພວກ
​ນັກ​ຊ່ຽວຊານ​ບາງ​ຄົນ​ເຊື່ອ​ວ່າ ທ່ານ​ໄດ້ຮັບ​ການ​ສະໜັບສະໜຸນ​ແລະ​ປົກ​ປ້ອງ​ໂດຍ​ປະທາ
ນາທິບໍດີ Slobodan Milosevic ຊຶ່ງ​ເປັນ​ປະທານາທິບໍດີ​ຂອງ​ເຊີ​ເບຍ​ຢູ່​ໃນ​ເວລານັ້ນ. ​
ແຕ່​ຫຼັງຈາກ​ທ່ານ Milosevic ຖືກ​ຈັບ​ກຸມ​ໃນ​ປີ 2001 ​ແລະຖືກ​ຍົກຍ້າຍ​ໄປ​ຍັງ​ສານ​ອາ
ຍາ​ໃນ​ນະຄອນ Hague ​ແລະ​ທ່ານ Mladic ກໍ​ໄດ້​ເອົາ​ໂຕ​ຫຼົບໜີ​ໄປ​ລີ້​ຊ່ອນ.

ຕໍ່​ມາ​ຜູ້ກ່ຽວ​ຖືກ​ຈັບ​ກຸມ​ໃນ​ເດືອນ​ພຶດສະພາ​ປີ​ແລ້ວ​ນີ້ ຊຶ່ງ​ເປັນ​ເວລາເກືອບ 3 ປີ​ຕໍ່​ມາ​ຫຼັງ
​ຈາກ​ທ່ານ Radovan Karadzic ອະດີດ​ຜູ້​ນໍາ​ການ​ເມືອງ​ໃນ​ປາງ​ສົງຄາມ​ບອສ​ເນຍ
ຖືກ​ຈັບ​ກຸມ​ນັ້ນ. ບັນດາ​ນັກ​ຊ່ຽວຊານ​ກ່າວ​ວ່າ ທ່ານ Mladic ຈະ​ຕ້ອງ​ໄດ້​ຮັບ​ການ​ສະໜັບ
ສະໜຸນຈາກ​ທະຫານແລະ​ພະ​ແນ​ກສືບ​ລັບ​ຕ່າງໆຂອງ​ເຊີ​ເບຍ ​ເພື່ອ​ຫຼີກລ້ຽງ​ຈາກ​ການ
​ຖືກ​ຈັບ​ກຸມ ມາ​ເປັນ​ເວລາ​ຫຼາຍ​ປີ​ນັ້ນ.

ສານ​ອາຍາ​ສະຫະ​ປະຊາ​ຊາດ​ໄດ້​ຟ້ອງ​ຮ້ອງ​ທ່ານ Mladic ຢ່າງ​ເປັນ​ທາງ​ການ​ໃນ​ປີ 1995 ພ້ອມ​ທັງ​ທ່ານ Karadzic ອະດີດ​ພັນທະ​ມິດຂອງ​ທ່ານ.

XS
SM
MD
LG