ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ຮອງປະທານ​າ​ທິບໍດີ ສຫລ ກໍາລັງເດີນທາງ ​ໄປຢ້ຽມຢາມ ​ພາກ​ຕາ​ເວັນ​ອອກ​ກາງ


 ທ່ານ ​ໄມ​ຄ໌ ​ເພັນ​ສ໌ (Mike Pence) ຮອງປະທານ​າ​ທິບໍດີສະຫະລັດ ແລະທ່ານ ເຣັກສ໌ ທິລເລີຊັນ (Rex Tillerson) ລັດຖະມົນຕີກະຊວງການຕ່າງປະເທດ ກໍາລັງຍ່າງອອກຈາກກອງປະຊຸມ ທີ່ທໍານຽບຂາວ ໃນວັນທີ 10 ມັງກອນ, 2018
ທ່ານ ​ໄມ​ຄ໌ ​ເພັນ​ສ໌ (Mike Pence) ຮອງປະທານ​າ​ທິບໍດີສະຫະລັດ ແລະທ່ານ ເຣັກສ໌ ທິລເລີຊັນ (Rex Tillerson) ລັດຖະມົນຕີກະຊວງການຕ່າງປະເທດ ກໍາລັງຍ່າງອອກຈາກກອງປະຊຸມ ທີ່ທໍານຽບຂາວ ໃນວັນທີ 10 ມັງກອນ, 2018

​ຮອງປະທານ​າ​ທິບໍດີສະຫະລັດ ທ່ານ ​ໄມ​ຄ໌ ​ເພັນ​ສ໌ ​ຈະ​ອອກ​ເດີນທາງ​ໄປ​ຍັງ​ພາກ​ຕາ​
ເວັນ​ອອກ​ກາງ ໃນ​ວັນ​ສຸກ​ມື້ນີ້​.

ທ່ານ​ເປັນ​ເຈົ້າໜ້າທີ່​ຂັ້ນສູງຈາກ​ລັດຖະບານຜູ້ທໍາ​ອິດ ​ທີ່​ໄປຢ້ຽມຢາມ​ຂົງ​ເຂດ​ດັ່ງກ່າວ
ນັບ​ແຕ່​ປະທານາທິບໍດີສະຫະລັດ ທ່ານ​ດໍໂນລ ທຣໍາ​ໄດ້​ປະກາດ​ການ​ຕັດສິນ​ໃຈ ​ເພື່ອ​
ຮັບ​ຮູ້​ນະຄອນ ​ເຈຣູຊາ​ແລັມ​ວ່າ ​ເປັນ​ນະຄອນຫຼວງຂອງ​ອິສຣາ​ແອ​ລ ຊຶ່ງ​ເປັນ​ການ​ເຄື່ອນ
​ໄຫວທີ່​ຖືກປະນາມ ຈາກ​ບັນດາ​ຜູ້​ນໍາ​ຕ່າງໆໃນໂລກ​ຢ່າງ​ກວ້າງຂວາງ.

ທ່ານ​ທຣໍາ ຍັງ​ໄດ້​ປະກາດ​ອີກ​ວ່າ ສະຫະລັດ​ຈະ​ຍ້າຍ​ສະຖານທູດ​ຂອງ​ຕົນຈາກ​ນະຄອນ
​ແທລ ​ເອວິບ ​ໄປ​ເຈຣູຊາ​ແລັມ.

ການ​ປະກາດ​ດັ່ງກ່າວ ​ແມ່ນ​ຕາ​ມມາ​ດ້ວຍ​ອັນ​ທີ່​ເອີ້ນວ່າ ວັນ​ແຫ່ງ​ຄວາມ​ໂກດແຄ້ນ ທີ່​ເຕັມ
​ໄປ​ດ້ວຍ​ການ​ເດີນ​ຂະ​ບວນຕໍ່ຕ້ານການ​ຕັດສິນ​ໃຈ​ຂອງ​ທ່ານ​ທຣໍາ ​ແຜ່​ລາມ​ໄປ​ທົ່ວ​ໂລກ.

ການ​ເດີນທາງ​ໄປ​ຢ້ຽມຢາມ​ຂົງ​ເຂດ​ດັ່ງກ່າວ​ເປັນ​ເວລາ 4 ວັນຂອງ​ທ່ານ​ເພັນສ໌ນັ້ນ ​ເລີ້ມທໍາ​
ອິດ ​ຈະ​ຢຸດແ​ວ່ທີ່ປະ​ເທດອີ​ຈິບ ​ແລະ​ຈໍ​ແດັນ ກ່ອນ​ຈະ​ເດີນທາງ​ຕໍ່​ໄປ​ອິສຣາ​ແອລ.

ທ່ານ​ເພັນສ໌ ​ເປັນ​ຊາວ​ຄຣິສຕຽນນິກາຍ​ໂປຣ​ແຕັສ​ແຕນທ໌. ການ​ເດີນທາງ​ໄປ​ຢ້ຽມຢາມ
​ຂົງ​ເຂດ​ດັ່ງກ່າວຂອງຮອງປະທານ​າ​ທິບໍດີ​ເພັນສ໌ ຄາດ​ວ່າ​ຈະ​ເຮັດ​ໃຫ້ພວກ​ນັບຖື​ສາສະ
ໜາ​ຄຣິສນິກາຍ​ໂປຣ​ແຕັສ​ແຕນທ໌ ທີ່​ຮັກຫອມ​ອິສຣາ​ແອ​ລນັ້ນ ດີ​ໃຈ.

ທ່ານ​ເພັນສ໌ ບໍ່ຄາດ​ວ່າ ຈະ​ພົບ​ປະກັບພວກ​ຜູ້ນໍາ​ປາ​ແລັສໄຕນ໌.

ທໍາ​ອິດທ່ານ​ມີ​ແຜນ​ທີ່​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ຂົງ​ເຂດ​ດັ່ງກ່າວ​ ໃນ​ເດືອນ​ທັນວາ​ຜ່ານ​ມາ ​
ແຕ່​ວ່າ ທ່ານ​ກັບ​ຕັດສິນ​ໃຈບໍ່​ໄປ ພາຍຫລັງ​ທີ່​ມີ​ການຕໍ່​ຕ້ານ ຕໍ່ການ​ຕັດສິນ​ຂອງ​ທ່ານ​ທຣໍາ
​ໃນ​ການ​ຮັບ​ຮູ້ນະຄອນເຈຣູຊາ​ແລັມ ວ່າ​ເປັນ​ນະຄອນຫລວງ​ຂອງອິສຣາ​ແອ​ລ ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG