ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະນະລັດຖະບານ ທ. ທຣຳ ສົ່ງສັນຍານ ທີ່ບໍ່ຊັດເຈັນ ກ່ຽວກັບ ອັນຕະລາຍ ຂອງໄວຣັສໂຄໂຣນາ


ຮອງປະທານາທິບໍດີ ສະຫະລັດ ທ່ານໄມຄ໌ ເພັສ ກ່າວຖະແຫລງ ໃນກອງປະຊຸມຖະແຫລງຂາວ ທີ່ທຳນຽບຂາວ.
ຮອງປະທານາທິບໍດີ ສະຫະລັດ ທ່ານໄມຄ໌ ເພັສ ກ່າວຖະແຫລງ ໃນກອງປະຊຸມຖະແຫລງຂາວ ທີ່ທຳນຽບຂາວ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະບັນດາສະມາຊິກຄະ ນະລັດຖະບານ ຂອງທ່ານ ພວມຫາວິທີລະງັບຄວາມຕື່ນຕົກໃຈໃນປະເທດ ຫຼັງຈາກເຄື່ອງຂອງຕ່າງໆຢູ່ ໃນຮ້ານຄ້າທົ່ວປະເທດຖືກຊື້ເອົາໄປບໍ່ເຫຼືອຫຍັງເລີຍ ຍ້ອນການເກັບສະສົມໄວ້ ທ່າມກາງ ການລະບາດຂອງໄວຣັສໂຄໂຣ ນາໃນທົ່ວໂລກ.

ທ່ານທຣຳ ຫຼັງຈາກທີ່ໄດ້ຈັດກອງປະຊຸມຜ່ານທາໂທລະສັບໃນວັນອາທິດ ວານນີ້ກັບບັນ ດາຜູ້ບໍລິຫານຂອງຮ້ານຂາຍເຄື່ອງ 30 ທ່ານ ຊຶ່ງທ່ານທຣຳ ໄດ້ກ່າວວ່າ “ພວກເຈົ້າບໍ່ຕ້ອງ ຊື້ຫຼາຍເກີນໄປ. ໃຈເຢັນໆ ຢຸດເສຍກ່ອນ.”

ທ່ານປະທານາທິບໍດີ ໄດ້ກ່າວອີກວ່າ “ພວກເຮົາບໍ່ມີການຂາດແຄນເລີຍ ພຽງແຕ່ວ່າ ພວກ
ຄົນກໍພາກັນໄປຊື້ ຫຼາຍຂຶ້ນ 3 ຫາ 5 ເທົ່າ ດັ່ງທີ່ພວກ ເຂົາຊື້ຕາມປົກກະຕິ.”

ທ່ານທຣຳ ໂດຍບໍ່ໄດ້ປະກາດໃຫ້ຊາບລ່ວງໜ້າ ໄດ້ອອກມາປາກົດຕົວ ໄລຍະສັ້ນໆ ໃນ ຫ້ອງກອງປະຊຸມແຈ້ງສະພາບການ ພ້ອມກັບບັນດາ ສະມາຊິກຄະນະກຳມະການຮັບຜິດ ຊອບແກ້ໄຂບັນຫາໄວຣັສໂຄໂຣນາ ແຕ່ທ່ານທຣຳ ກໍບໍ່ໄດ້ຕອບຄຳຖາມໃດໆ.

ທ່ານທຣຳ ໄດ້ກ່າວວ່າ ໄວຣັສໂຄໂຣນາ ເປັນ “ສິ່ງນຶ່ງທີ່ພວກເຮົາຄວບ ຄຸມໄດ້ ເປັນຢ່າງ
ດີ” ກ່ອນທີ່ຈະມອບກອງປະຊຸມດັ່ງກ່າວໃຫ້ແກ່ຮອງປະ ທານາທິບໍດີ ໄມຄ໌ ເພັນສ໌ ຜູ້ທີ່ເປັນ
ຫົວໜ້ານຳພາຄະນະກຳມະການດັ່ງ ກ່າວ.

ສະມາຊິກຄະນະກຳມະການບາງທ່ານ ຢູ່ເທິງເວທີ ໄດ້ສະແດງຄວາມຄິດເຫັນ ໃຫ້ລະມັດ ລະວັງຍິ່ງຂຶ້ນກວ່າເກົ່າ ກ່ຽວກັບໄລຍະຂ້າງໜ້ານີ້.

ສ່ວນຫົວໜ້າສະຖາບັນໂຣກພູມແພ້ແລະພະຍາດຕິດແປດ ທ່ານໝໍ ແອນ ໂທນີ ຟາວຊີ
ໄດ້ເນັ້ນໜັກວ່າ “ຄວາມຮ້າຍແຮງແມ່ນຍັງຢູ່ຂ້າງໜ້າພວກເຮົາ” ໃນຂະນະດຽວກັນ ທ່ານ ອາແລັກສ໌ ອາຊາຣ ລັດຖະມົນຕີກະຊວງ ສາທາລະນະສຸກ ຂອງປະທານາທິບໍດີທຣຳ ກໍ ໄດ້ເຕືອນວ່າ ໂລກລະບາດ ນີ້ ມີຄວາມເປັນໄປໄດ້ສູງ ທີ່ຈະເຮັດໃຫ້ ລະບົບການຮັກສາ ປິ່ນປົວສຸຂະ ພາບຂອງອາເມຣິກັນເກີນຄວາມອາດສາມາດທີ່ຈະຮັບມືໄດ້.

ກອງປະຊຸມດັ່ງກ່າວ ໄດ້ຖືກຈັດຂຶ້ນ ໃນຂະນະທີ່ ຫຼາຍໆຫົວເມືອງ ແລະລັດຕ່າງໆ ໄດ້ ອອກຄຳສັ່ງໃຫ້ຈຳກັດຂະໜາດ ການຊຸມນຸມກັນ ຂອງມະຫາຊົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG