ອະດີດຜູ້ສະໝັກເປັນປະທານາທິບໍດີສະຫະລັດ ຂອງພັກຣີພັບບລີກັນ ທ່ານ Mitt Roney ກ່າວວ່າ ທ່ານຈະບໍ່ປ່ອນບັດເອົາຜູ້ທີ່ຈະຖືກສະເໜີຈາກຂອງພັກ ທ່ານ Donald Trump ໃນເດືອນພະຈິກ ທີ່ຈະມາເຖິງນີ້ ໂດຍໃຫ້ເຫດຜົນວ່າຍ້ອນການໃຫ້ຄວາມເຫັນແບບຈຳແນກຜິວພັນ ແລະກຽດຊັງແມ່ຍິງຂອງມະຫາເສດຖີອະສັງຫາລິມະຊັບ.
ທ່ານ Romney ໄດ້ກ່າວຕໍ່ໂທລະພາບ CNN ໃນວັນສຸກວານນີ້ວ່າ “ຂ້າພະເຈົ້າບໍ່ເຫັນປະທານາທິບໍດີຂອງສະຫະລັດກ່າວເຖິງສິ່ງຕ່າງໆ ທີ່ປ່ຽນອຸປະນິໄສຂອງຊາວອາເມຣິກັນຫລາຍເຊັ່ນຄົນທີ່ຈະຕິດຕາມມາ. ປະທານາທິບໍດີມີຜົນສະ ທ້ອນຕໍ່ລັກສະນະໃນດ້ານນິໄສຂອງປະເທດເຮົາ ແລະການກ່າວດູໝິ່ນໃນດ້ານຜີວພັນ ແລະການບໍ່ໃຫ້ຄວາມເຄົາລົບຕໍ່ຄວາມຄິດເຫັນຂອງຜູ້ອື່ນ ແລະກ່າວ ແບບຄວາມກຽດຊັງແມ່ຍິງ ສິ່ງທັງໝົດນີ້ເປັນອັນຕະ ລາຍພິເສດຕໍ່ໝາກຫົວໃຈ ແລະນິໄສໃຈຄໍຂອງອາເມຣິກາ.”
ທ່ານ Romney ທີ່ເປັນຜູ້ສະໝັກປະທານາທິບໍດີໃນປີ 2012 ແຕ່ໄດ້ເສຍໃຫ້ແກ່ຜູ້ສະໝັກພັກເດໂມແຄຣັດ ທ່ານ Barack Obama ກຳລັງຈັດກອງປະຊຸມນັກຊ່ຽວຊານ ແລະຜູ້ກະ ຕືລືລົ້ນປະຈຳປີຄັ້ງທີສີ່ ຫລື E2 ທີ່ບ່ອນຕາກອາກາດສ່ວນໂຕຂອງພັກຣີພັບບລິກັນ ທີ່ຫົວ ຂໍ້ສຳຄັນຂອງການສົນທະນາໃນປີນີ້ແມ່ນຜູ້ສະໝັກຂອງພັກໃນປັດຈຸບັນ. ມີຜູ້ເຂົ້າຮ່ວມປະ ຊຸມເກືອບ 300 ຄົນ ທີ່ໄດ້ເລີ້ມ ຂຶ້ນແຕ່ວັນພະຫັດຜ່ານມາ ຢູ່ທີ່ Deer Valley ໃນລັດ Utah.
ໃນການໃຫ້ສຳພາດທາງໂທລະພາບ ທ່ານ Romney ກ່າວວ່າ ທ່ານຈະບໍ່ປ່ອນບັດເອົາຜູ້ສະໝັກພັກເດໂມແຄຣັດເຊັ່ນດຽວກັນ. “ຂ້າພະເຈົ້າບໍ່ສາມາດທີ່ຈະ ປ່ອນ ບັດ ເອົາທ່ານ ນາງ Hillary Clinton. ຂ້າພະເຈົ້າບໍ່ຄິດວ່ານະໂຍບາ ຍທີ່ທ່ານ ນາງສົ່ງເສີມນັ້ນເປັນທີ່ ຖືກຕ້ອງແກ່ປະເທດຊາດ.”
ທ່ານ Romney ໄດ້ກ່າວວ່າ ທ່ານກຳລັງພິຈາລະນາກ່ຽວກັບປ່ອນບັດເອົາຜູ້ສະ ໝັກຂອງພັກເສລີນິຍົມ ທ່ານ Gary Johnson ຜູ້ທີ່ໜ້າສັນລະເສີນ ຊຶ່ງເປັນທີ່ຍອມຮັບຂອງຜູ້ນຳ ພັກຣີພັບບລິກັນ ນັ້ນແທນ.
ປະທານສະພາຕໍ່າ ທ່ານ Paul Ryan ໄດ້ຖືກສອບຖາມຢູ່ໃນການເຕົ້າໂຮມ ຂອງ ທ່ານ Romney ໂດຍບັນດາສະມາຊິກພັກຣີພັບບລິກັນ ກ່ຽວກັບການ ໃຫ້ການສະໜັບສະໜຸນຕໍ່ທ່ານ Trump ຫລັງຈາກຄຳຖະແຫລງທີ່ມີການຂັດ ແຍ້ງຂອງມະຫາເສດຖິອະສັງຫາ ລິມະຊັບ.