ເຈົ້າໜ້າທີ່ກ່າວວ່າ ໄດ້ມີຄົນນຶ່ງຖືກຍິງ ແລະໄດ້ຮັບບາດເຈັບ
ສາຫັດ ແລະອີກ 7 ຄົນຖືກຈັບ ໃນຕອນຂ້ອນແຈ້ງຂອງວັນ
ອາທິດມື້ນີ້ ຂະນະທີ່ຕຳຫລວດແກວ່ງລະເບີດຄວັນ ແລະ
ລະເບີດນ້ຳຕາ ເພື່ອປະຕິບັດການ ຫ້າມສັນຈອນຍາມກາງຄືນ
ຢູ່ໃນເມືອງ Ferguson ລັດ Missouri ໃນສະຫະລັດ.
ເມື່ອງດັ່ງກ່າວ ຊຶ່ງຕັ້ງຢູ່ໃກ້ກັບນະຄອນ St. Louis ທາງພາກ
ກາງຂອງປະເທດ ແມ່ນເປັນບ່ອນທີ່ ຊາຍໜຸ່ມຄົນຜິວດຳບໍ່ມີ
ອາວຸດຄົນນຶ່ງ ໄດ້ຖືກຕຳຫລວດຄົນຜິວຂາວຄົນນຶ່ງ ຍິງຕາຍ
ເມື່ອວັນທີ 9 ສິງຫານີ້.
ຜູ້ປົກຄອງລັດ Missouri ທ່ານ Jay Nixon ໄດ້ປະກາດພາວະສຸກເສີນ ແລະຫ້າມອອກ
ນອກບ້ານໃນຍາມກາງຄືນ ຫຼັງຈາກມີການປະທະກັນເປັນເວລາຫຼາຍໆຄືນ ທີ່ສືບເນື່ອງ
ມາການຍິງກັນຕາຍດັ່ງກ່າວນັ້ນ.
ທ່ານ Nixon ກ່າວໃນວັນເສົາວານນີ້ວ່າ ການປະກາດສະພາວະສຸກເສີນ ບໍ່ແມ່ນເພື່ອ
ປິດປາກປິດສຽງຂອງປະຊາຊົນ ແຕ່ເພື່ອຍັບຍັ້ງພວກລັກຂະໂມຍເຄື່ອງຂອງ ທີ່ເຮັດໃຫ້
ຊຸມຊົນຕົກຢູ່ໃນຄວາມອັນຕະລາຍ. ທ່ານຍັງໄດ້ຂອບອົກຂອບໃຈ ພົນລະເມືອງທັງຫຼາຍ
ທີ່ພະຍາຍາມຢຸດ ພວກລັກເຄື່ອງຂອງ ຈາກຫ້າງຮ້ານຕ່າງໆ ເມື່ອວັນສຸກຜ່ານມາ.
ຄວາມຮຸນແຮງຫຼ້າສຸດ ເກີດຂຶ້ນຫຼັງຈາກ ຕຳຫລວດເມືອງ Ferguson ໄດ້ເປີດເຜີຍລາຍ
ງານຫຼາຍສະບັບ ລວມທັງ ວີດີໂອ ທີ່ຕຳຫລວດກ່າວວ່າ ສະແດງໃຫ້ເຫັນວ່າ ທ້າວ Michael Brown ມີສ່ວນກ່ຽວຂ້ອງໃນການປຸ້ນ ແລະປະເຊີນໜ້າກັບພະນັກງານຂອງຮ້ານສະດວກຊື້ ແຫ່ງນຶ່ງ ໃນເວລາບໍ່ດົນ ກ່ອນທ້າວ Brown ຖືກຍິງຕາຍ.