ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ປົກຄອງລັດ Missouri ປະກາດ ພາວະສຸກເສີນ ກ່ອນ ຄະນະຕຸລາການ ອອກຄຳຕັດສິນ


ຜູ້ປົກຄອງລັດ Missouri ປະກາດສົ່ງກຳລັງພິທັກຊາດ ໄປຊ່ວຍ ຕຳຫຼວດລັດ ແລະຕຳຫລວດທ້ອງຖິ່ນ ທີ່ເມືອງ Furgerson.
ຜູ້ປົກຄອງລັດ Missouri ປະກາດສົ່ງກຳລັງພິທັກຊາດ ໄປຊ່ວຍ ຕຳຫຼວດລັດ ແລະຕຳຫລວດທ້ອງຖິ່ນ ທີ່ເມືອງ Furgerson.

ຜູ້​ປົກຄອງ​ລັດ Missouri ໃນພາ​ກກາງສະຫະລັດ ​ໄດ້​ປະກາດ
ພາວະ​ສຸກ​ເສີນ ກ່ອນ​ໜ້າການ​ຕັດສິນ​ຂອງຄະນະ​ຕຸລາການ ທີ່​
ວ່າ ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ຜິວ​ຂາວ ຈະ​ຖືກ​ລົງ​ໂທດ ​ໃນ​ຂໍ້​ຫາ​ຍິງ
ໜຸ່ມນ້ອຍ​ຜີວ​ດຳຕາຍຫລື​ບໍ່.

ຜູ້​ປົກຄອງ​ລັດ Jay Nixon ກ່າວ​ວ່າ ຄຳ​ສັ່ງ​ນີ້ແມ່ນຈະ​ສົ່ງກຳລັງ
ພິທັກຊາດ ຫລື National Guard ​ໄປ​ຊ່ວຍ​ເຫລືອ​ຕຳຫຼວດລັດ
​ແລະຕຳຫລວດ​ທ້ອງ​ຖິ່ນ ​ໃນ​ກໍ ລະນີທີ່​ເກີດ​ຄວາມ​ຮຸນ​ແຮງຂຶ້ນ
ຢູ່​ໃນ​ເມືອງ Fugerson ​ເວລາ ຄະນະ​ຕຸລາການ​ປະກາດ ການ
​ຕັດສິນ​ຂອງ​ເຂົາ​ເຈົ້າ.

ບັນດາ​ເຈົ້າ​ໜ້າ​ທີ່​ລັດ Missouri ຍັງ​ບໍ່​ທັນ​ໄດ້​ແຈ້ງໃຫ້ຊາບເຖິງ​ວັນເວລາທີ່​ການ​ຕັດສິນ​
ຈະ​ມີຂຶ້ນ ​ແຕ່​ກໍ​ກ່າວ​ວ່າ ມັນ​ອາດ​ຈະ​ຢູ່​ໃນ​ເດືອນ​ນີ້.

ຄວາມ​ຮຸນ​ແຮງ​ໄດ້​ລະເບີດ​ຂື້ນໃນ​ທັນທີ ຫລັງ​ຈາກ​ໄດ້ມີການຍິງ​ທ້າວ Micheal Brown
​ໃນ​ເດືອນ​ສິງຫາ ທີ່​ເປັນໜຸ່ມນ້ອຍອາຍຸ 18 ປີ​ ​ບໍ່​ຕິດ​ອາວຸດ ​ໂດຍ​ເຈົ້າ​ໜ້າ​ທີ່​ຕຳຫລວດ
ທ່ານ Darren Wilson ໃນເມືອງ Fugerson.

ພວກ​ປະທ້ວງ​ ໄດ້​ເຕົ້າໂຮມ​ກັນ​ ໃນ​ວັນ​ຈັນ​ວານ​ນີ້ ຢູ່່​ທີ່​ເມືອງ Clayton ລັດ Missouri ທີ່
ຄາດໝາຍວ່າຈະໄດ້​ຟັງລາຍ​ງານ​ຂອງຄະນະ​ຕຸລາ​ການນັ້ນ.

After Ferguson Shooting, Demands Surface for Policy Changes
please wait

No media source currently available

0:00 0:02:37 0:00

XS
SM
MD
LG