ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນ້ຳ​ຖ້ວມ​ຢູ່ໃນ​ລັດມິ​​ສ​ຊິ​ສ​ສິບ​ປີ ປາ​ກົດ​ວ່າເຖິງ ຂີດ​ສູງ​ສຸດ​ແລ້ວ ແລະ​ຫວັງ​ວ່າ​ ນ້ຳ​ຈະ​ຫລຸດ​ລົງ ໃນ​ຕໍ່​ໜ້າ


ນ້ຳ​ທີ່​ໄຫລ​ມາ​ຈາກແມ່​ນ້ຳ​ ​ເພີ​ຣ ໄດ້​ຖ້ວ​ມ​ຂົວ ​ບາຍ​ແຣມ ສະ​ວິງ​ງິງ ທີ່​ຕໍ່​ຈາກເຂດ​ເມືອງ​ຮິນ​ສ໌ ໄປ​ຫາ ​ແຣນ​ກິນ ໃນ​ນະ​ຄອນ ​ບາຍ​ແຣມ ຂອງ​ລັດມິ​​ສ​ຊິ​ສ​ສິບ​ປີ ຢູ່​ທາງ​ພາກ​ໃຕ້​ຂອງ​ສະ​ຫະ​ລັດ, ວັນ​ທີ 17 ກຸມ​ພາ, 2020
ນ້ຳ​ທີ່​ໄຫລ​ມາ​ຈາກແມ່​ນ້ຳ​ ​ເພີ​ຣ ໄດ້​ຖ້ວ​ມ​ຂົວ ​ບາຍ​ແຣມ ສະ​ວິງ​ງິງ ທີ່​ຕໍ່​ຈາກເຂດ​ເມືອງ​ຮິນ​ສ໌ ໄປ​ຫາ ​ແຣນ​ກິນ ໃນ​ນະ​ຄອນ ​ບາຍ​ແຣມ ຂອງ​ລັດມິ​​ສ​ຊິ​ສ​ສິບ​ປີ ຢູ່​ທາງ​ພາກ​ໃຕ້​ຂອງ​ສະ​ຫະ​ລັດ, ວັນ​ທີ 17 ກຸມ​ພາ, 2020

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ລັດມິສ​ຊິ​ສ​ສິບ​ປີ ຢູ່​ທາງ​ພາກ​ໃຕ້​ຂອງ​ສະ​ຫະ​ລັດນັ້ນ ເວົ້າ​ວ່າ​ນ້ຳ​ຖ້ວມປາ​ກົດ​ວ່າ​ໄດ້​ຂຶ້ນ​ສູ່ຂີດ​ສູງ​ສຸດ​ຂອງ​ມັນແລ້ວ ໃນວັນຈັນ​ວານນີ້ ຢູ່​ໃນ​ເມືອງ​ແຈັກ​ສັນ (Jackson) ໂດຍ​ໃຫ້​ຄວາມ​ຫວັງ​ວ່າ ນ້ຳ​ທີ່​ຢູ່​ໃນ​ລະ​ດັບ​ສູງ​ຈະ​ເລີ້ມ​ບົກ​ລົງ ແລະ​ອະ​ນຸ​ຍາດ​ໃຫ້​ຄົນ​ທີ່​ຖືກ​ຍົກ​ຍ້າຍ​ອອກ​ໄປ​ນັ້ນ ກັບ​ຄືນ​ໄປ​ຫາ​ບ້ານ​ເຮືອນ​ຂອ​ງ​ຕົນ​ໄດ້.

ຜູ້ປົກ​ຄອງລັດມິສ​ຊິ​ສ​ສິບ​ປີ ເທດ ຣີບ​ສ໌ (Tate Reeves) ໄດ້​ເຕືອນ​ປະ​ຊາ​ຊົນ​ອາ​ໄສ​ຢູ່​ທີ່ນັ້ນ​ວ່າ ບໍ່​ໃຫ້​ຟ້າວ​ກັບ​ຄືນ​ໄປ​ບ້ານ​ເຮືອນ​ຂອງ​ຕົນ​ຈົນ​ກວ່າ​ວ່າ ພວກ​ເຈົ້າ ໜ້າ​ທີ່​ຈະ​ຮັບ​ປະ​ກັນ​ວ່າ​ມັນ​ມີ​ຄວາມ​ປອດ​ໄພ​ແລ້ວ.

ທ່ານ​ກ່າວ​ຢູ່​ໃນ​ກອງປະຊຸມ​ຖະ​ແຫລງ​ຂ່າວວ່າ "ຢ່າ​ໄດ້​ກັບ​ຄືນ​ໄປ​ຍັງ​ເຂດ​ຄຸ້ມ​ທີ່​ທ່ານ​ຢູ່ ຫລື​ໄປ​ຫາ​ເຮືອນ​ຊານ​ຂອງ​ທ່ານ ຈົນ​ກວ່າ​ວ່າ ພວກ​ເຈົ້າ​ໜ້າ​ທີ່ ແລະ​ພະ​ນັກ​ງານບອກ​ທ່ານ​ວ່າໃຫ້​ກັບ​ຄືນ​ໄປ​ໄດ້.”

ແມ່​ນ້ຳ​ Pearl ຊຶ່ງ​ແປ​ວ່າໄຂ່​ມຸກ ໄດ້​ຍື່ງ​ຂຶ້ນ​ສູ່​ລະ​ດັບ​ສູງ​ສຸດ​ຢູ່​ໃນ​ເມືອງແຈັກ​ສັນ (Jackson) ໃນ​ຮອບ 37 ປີ​ຜ່ານ​ມາ-- ສູງ​ເຖິງ 11.2 ແມັດ --ພາຍ​ຫລັງ​ທີ່ ມີ​ຝົນ​ຕົກ​ໜັກ​ໃນ​ອາ​ທິດ​ແລ້ວນີ້. ນ້ຳ​ຝົນ​ໄດ້​ບັງ​ຄັບ​ໃຫ້ພວກ​ເຈົ້າ​ໜ້າ​ທີ່​ຕ້ອງ​ໄດ້​ປ່ອຍ ນ້ຳ​ທີ່​ລົ້ນ​ຈາກ​ອ່າງ​ເກັບ​ນ້ຳ​ອອກ​ມາ ຊຶ່ງ​ເຮັ​ດ​ໃຫ້​ມີ​ນ້ຳ​ຖ້ວມ​ບ່ອນ​ທີ່​ຕ່ຳ​ເພີ້ມ​ຂຶ້ນ​ອີກ. ທ່ານ ຣີບ​ສ໌ (Reeves) ໄດ້​ປະ​ກາດ​ສະ​ພາ​ວະ​ສຸກ​ເສີນ​ໃນ​ລັດ ໃນ​ວັນ​ເສົ​າ​ຜ່ານ​ມາ ແລະ​ພວກ​ເຈົ້າ​ໜ້າ​ທີ່ ໄດ້​ສັ່ງ​ໃຫ້​ມີ​ການ​ຍົກ​ຍ້າຍ​ຄົນ​ອອກ​ແບບ​ບັງ​ຄັບ ສຳ​ລັບພວກ​ທີ່​ອາ​ໄສ​ຢູ່​ໃນ​ຢູ່​ໃນ​ເຂດ​ກາງ​ລັດມິສ​ຊິ​ສ​ສິບ​ປີ (Mississippi) ແລະ​ພ​າກ​ໃຕ້​ຂອງ​ລັດ ເທນ​ເນ​ສ​ຊີ (Tennessee).
ຍັງ​ບໍ່​ມີ​ລາຍ​ງານ​ວ່າ ມີ​ຄົນ​ເສຍ​ຊີ​ວິດ ຫລື​ບາດ​ເຈັບ​ແຕ່​ຢ່າງ​ໃດ​ເທື່ອ ຍ້ອນ​ໄພ​ນ້ຳ​ຖ້ວມນີ້. ມັນ​ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ມີ​ເຮືອນ​ຈັ​ກ​ຫລັງ ແລະ​ຖະ​ໜົນ​ຈັກ​ສາຍ ຖືກ​ເປ່​ເພ​ເສຍ​ຫາຍ​ຍ້ອນ​ນຳ​ຂຶ້ນ​ສູງນີ້.

ພວກ​ເຈົ້າ​ໜ້າ​ທີ່​ມີ​ຄວາມ​ລະ​ມັດ​ລະ​ວັງ​ວ່າ ເຂດ​ຢູ່​ລຸ່ມ​ແມ່​ນ້ຳ​ໃນ​ເມືອງ​ແຈັກ​ສັນ (Jackson) ອາດ​ຈະ​ຍັງ​ຖືກ​ນ້ຳ​ທີ່​ມາ​ຈາກແມ່​ນ້ຳ​ Pearl ຊຶ່ງ​ແປ​ວ່າ ໄຂ່​ມຸກ ຖ້ວມໄດ້​ງ່າຍ​ຢູ່. ພວກ​ເພິ່ນ​ຍັງ​ໄດ້​ສະ​ແດງ​ຄວາມ​ກັງ​ວົນ​ອອກ​ມາ​ອີກວ່າ ຖ້າ​ມີ​ພະ​ຍາ​ກອນ​ອາ​ກາດ​ວ່າ​ຈະ​ມີ​ຝົນ​ຕົກ​ທີ່​ຮ້າຍ​ແຮງກວ່າ​ທີ່​ໄດ້​ຄາດ​ຄະ​ເນ​ໄວ້​ຢູ່ໃນເວ​ລາ​ຕໍ່​ມາ​ໃນ​ອາ​ທິດນີ້ ມັນ​ອາດ​ຈະ​ພາ​ໃຫ້​ເກີດ​ນ້ຳ​ຖ້ວມ​ເພີ້ມ​ອີກ.

ຂີດ​ໝາຍ​ຂອງລະ​ດັບ​ນ້ຳ​ໃນ​ວັນ​ຈັນ​ວານນີ້ ຢູ່​ໃນ ແມ່​ນ້ຳ​ Pearl ແມ່ນສູງ​ຢູ່​ໃນອັນ​ດັບ​ສາມຢູ່​ໃນ​ສະ​ຖິ​ຕິ​ຂອງ​ລະ​ດັບ​ແມ່​ນ້ຳ​ດັ່ງ​ກ່າວ. ຈຸດ​ສູງ​ສຸດ​ທີ່​ຖືກ​ບັນ​ທຶກ ແມ່ນ​ມີ​ຂຶ້ນ​ຢູ່​ໃນ​ປີ 1979 ເມື່ອ​ນ້ຳ​ຖ້ວມ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ​ເຖິງ 13.2 ແມັດ.

​ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG