ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການຂຽນ ຄຳວ່າ 'ລົງຄະແນນສຽງ ໃຫ້ທ່ານ ທຣຳ' ໃສ່ໂບດ ຊາວອາເມຣິກັນ ຜິວດຳ


ພົນລະເມືອງໃນພື້ນທີ່ ແລະສະມາຊິກຂອງໂບດ ຢືນເບິ່ງ ຂະນະທີ່ບັນດາເຈົ້າໜ້າທີ່ ສືບສວນ ສາເຫດໄຟໄໝ້ ຢູ່ທີ່ໂບດ Hopewell Baptist ໃນເມືອງ Greenville, ລັດ Mississippi, ວັນທີ 2 ພະຈິກ 2016.
ພົນລະເມືອງໃນພື້ນທີ່ ແລະສະມາຊິກຂອງໂບດ ຢືນເບິ່ງ ຂະນະທີ່ບັນດາເຈົ້າໜ້າທີ່ ສືບສວນ ສາເຫດໄຟໄໝ້ ຢູ່ທີ່ໂບດ Hopewell Baptist ໃນເມືອງ Greenville, ລັດ Mississippi, ວັນທີ 2 ພະຈິກ 2016.

ບັນດາເຈົ້າໜ້າທີ່ພິທັກກົດໝາຍ ສະຫະລັດ ໄດ້ເປີດການສືບສວນສອບສວນ ກ່ຽວກັບ ສິດທິພົນລະເມື​ອງ ຫຼັງຈາກໂບດຂອງຊາວຜິວດຳແຫ່ງໜຶ່ງ ຢູ່ໃນລັດ Mississippi ໄດ້ຖືກເຜົາ ແລະ ສີດສະເປໃສ່ ດ້ວຍຄຳ​ເວົ້າວ່າ “ລົງຄະແນນສຽງໃຫ້ທ່ານທຣຳ”.

ໂບດ Hopewell Missionary Baptist ທີ່ມີອາຍຸ 111 ປີ ຕັ້ງຢູ່ໃນເມືອງ Greenville ຂອງລັດ Mississippi ໄດ້ຮັບຜົນເສຍຫາຍຢ່າງໜັກ ຈາກນ້ຳ ແລະ ຄວັນໄຟ ເມື່ອຕອນ ເດິກວັນອັງຄານຜ່ານມານີ້.

ຜູ້ປົກຄອງເມືອງ Greenville ທ່ານ Errick Simmons ໄດ້ກ່າວເມື່ອວັນພຸດວານນີ້ ວ່າ “ພວກເຮົາພິຈາລະນາວ່າ ມັນເປັນການ​ກໍ່ອາຊະຍາກຳທາງດ້ານຜິວ​ພັນ.... ຍ້ອນ ຂໍ້ຄວາມດ້ານການເມືອງ ຊຶ່ງພວກເຮົາເຊື່ອວ່າ ມີຈຸດປະສົງ ຢາກແຊກແຊງ ຕໍ່​ການ​
ນັບຖື​ສາສະໜາ​ ແລະ ຂົ່ມຂູ່ຕໍ່​ຜູ້​ມີ​ສິດ​ປ່ອນ​ບັດ. ການກະທຳອັນນີ້ ແມ່ນເປັນການ
ໂຈມຕີໂດຍກົງ ຕໍ່ສິດທິໃນການນັບຖື​ສາສະໜາ ຢ່າງເສລີຂອງປະຊາຊົນ.”

ຜູ້ປົກຄອງເມືອງ ໄດ້ກ່າວອີກວ່າ ອົງການສັນຕິບານກາງ ຫຼື FBI ແລະ ກົມສືບສວນ ສອບສວນຂອງລັດ Mississippi ແມ່ນກຳລັງໃຫ້ການຊ່ອຍເຫຼືອ ໃນການສອບສວນ.

ເມືອງ Greenville ມີປະຊາກອນປະມານ 33,000 ຕັ້ງຢູ່ໃກ້ກັບຊາຍແດນ ລັດ Arkansas ຊຶ່ງມີຊາວອາເມຣິກັນ ເຊື້ອສາຍອາຟຣິກາ 78 ເປີເຊັນ ອິງຕາມການ ສຳຫລວດພົນລະເມືອງ ເມື່ອບໍ່ດົນມານີ້. ສ່ວນຢູ່ອ້ອມຮອບເມືອງ Washington ແມ່ນມີປະຊາກອນທີ່ເປັນຄົນຜິວດຳ 71 ເປີເຊັນ.

ສະມາຊິກສະພາ ສະຫະລັດ ທ່ານ Bennie Thompson ສັງກັດພັກເດໂມແຄຣັດ ເປັນຜູ້ຕາງໜ້າ ທີ່ຮວມທັງ​ເຂດເມືອງ Greenville ໄດ້ກ່າວວ່າ ການເຜົາ ແລະ ການຂີດຂຽນ​ໃສ່ ດ້ວຍຂໍ້ຄວາມບໍ່ຈົບງາມນັ້ນ “ເຮັດໃຫ້ຫວນຄືນໄປຍັງມື້ ທີ່ມືດມົນ
ໃນ Mississippi.”


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

US Church Burning
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG