ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນ້ອງສາວ ນັກເຄື່ອນໄຫວໄທ ຢາກຮູ້ຄຳຕອບ ກ່ຽວກັບ ການຫາຍສາບສູນ ຂອງອ້າຍນາງ ຢູ່ກໍາປູເຈຍ


ພວກນັກເຄື່ອນໄຫວໄທ ພາກັນຖືຮູບຂອງ ທ້າວວັນສະເຫຼີມ
ຊັດສັກສິດ ຜູ້ທີ່ບໍ່ເຫັນພ້ອມກັບລັດຖະບານ ເຕົ້າໂຮມກັນເດີນຂະບວນ ຢູ່ຕໍ່ໜ້າສະຖານທູດກຳປູເຈຍ ໃນບາງກອກ.
ພວກນັກເຄື່ອນໄຫວໄທ ພາກັນຖືຮູບຂອງ ທ້າວວັນສະເຫຼີມ ຊັດສັກສິດ ຜູ້ທີ່ບໍ່ເຫັນພ້ອມກັບລັດຖະບານ ເຕົ້າໂຮມກັນເດີນຂະບວນ ຢູ່ຕໍ່ໜ້າສະຖານທູດກຳປູເຈຍ ໃນບາງກອກ.

ໃນຕົ້ນປີນີ້ ນັກເຄື່ອນໄຫວສະໜັບສະໜູນປະຊາທິປະໄຕໄທ ທ້າວວັນສະເຫຼີມ ຊັດສັກ
ສິດ ບອກນ້ອງສາວຂອງລາວວ່າ ລາວຮູ້ສຶກວ່າ ຄືມີຄົນກຳລັງຕິດຕາມ ໂດຍຜູ້ຊາຍສາມ
ຄົນ ທີ່ເບິ່ງຄືວ່າ ເປັນພວກເຈົ້າໜ້າທີ່ຕຳຫຼວດໄທ.

ທ້າວວັນຈະເຫຼີມ ໄດ້ເດີນທາງໄປເຖິງປະເທດກຳປູເຈຍໃນປີ 2014 ຫລົບໜີ ໝາຍຈັບ
ຍ້ອນບໍ່ໄປລາຍງານໂຕຕໍ່ຄ້າຍທະຫານ ຫຼັງຈາກມີການເຮັດລັດຖະປະຫານ. ເວລານີ້ ຜູ້
ກ່ຽວໄດ້ຫາຍສາບສູນໄປ.

ນ້ອງສາວຂອງລາວ ນາງສີຕານັນ ຊັດສັກສິດ ກ່າວຕໍ່ວີໂອເອ ພະແນກພາສາ ຂະແມວ່າ
“ເຂົາເຈົ້າຢູ່ໃນວົງວຽນ ບ່ອນທີ່ການຂົ່ມຂູ່ເຫຼົ່ານີ້ເກີດຂຶ້ນ.” ນາງກ່າວ ເພີ້ມວ່າ ອ້າຍຂອງ
ນາງບໍ່ປາກົດວ່າ ມີຄວາມເປັນຫ່ວງຫຍັງຫຼາຍ ໃນເວລານັ້ນ ຊຶ່ງນາງຈຳໄດ້ວ່າ ເກີດຂຶ້ນ
“ກ່ອນໂຄວິດ.”

ໃນວັນທີ 13 ພຶດສະພາຜ່ານມາ ຕຳຫຼວດໄທໄດ້ໄປເຮືອນແມ່ຂອງເຂົາເຈົ້າ ຢູ່ ທີ່ອຸບົນຣາດ
ຊະທານີ ເມືອງນຶ່ງຢູ່ໃນພາກຕາເວັນອອກສຽງເໜືອຂອງໄທ. ເຂົາ ເຈົ້າໄດ້ຖາມວ່າ ທ້າວວັນ
ສະເຫຼີມ ຢູ່ໃສ. ນັກເຄື່ອນໄຫວໄທຄົນນີ້ໄດ້ກ່າວເຍາະເຍີ້ຍພວກເຈົ້າໜ້າທີ່ຕຳຫຼວດ “ຢູ່ໜ້າ
ເຟສບຸກຂອງລາວ ໃນການເຮັດວຽກຂອງເຂົາເຈົ້າ.”

ນາງຊິຕານັນ ກ່າວໃນລະຫວ່າງການໂທລະສັບຫາກັນທາງວີດີໂອ ໃນວັນທີ 16 ພະຈິກ
ກັບວີໂອເອວ່າ “ນີ້ອາດໄດ້ເປັນຄວາມພະຍາຍາມເທື່ອສຸດທ້າຍ” ນາງ

ໄດ້ກ່າວເພີ້ມວ່າ ນາງເຊື່ອວ່າ ການລົງຂ່າວດັ່ງກ່າວເຍາະເຍີ້ຍດັ່ງກ່າວ ເຮັດໃຫ້ ພວກເຈົ້າ
ໜ້າທີ່ໄທລົງມື.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG