ບັນດາເຈົ້າໜ້າທີ່ກະຊວງຮັບມືກັບເຫດການສຸກເສີນຣັດເຊຍ
ກ່າວວ່າ 16 ຄົນຫາຍສາບສູນ ຫຼັງຈາກເຮຣີຄອບເຕີ້ລຳນຶ່ງ
ປະສົບອຸບັດເຫດຕົກ.
ບັນດາເຈົ້າໜ້າທີ່ກ່າວວ່າ 2 ຄົນໄດ້ຖືກຊ່ອຍເຫຼືອອອກມາໄດ້
ຫຼັງຈາກ ເຮຣີຄອບເຕີ້ຮຸ້ນ Mi-8 ຕົກລົງໃສ່ທະເລສາບ ໃນເຂດ
Murmansk ທາງພາກຕາເວັນຕົກສຽງເໜືອ ຂອງຣັດເຊຍ
ເມື່ອວັນເສົາວານນີ້.
ບັນດາເຈົ້າໜ້າທີ່ກ່າວວ່າ ເຮືອບິນລຳດັ່ງກ່າວ ໄດ້ບັນຈຸຄະນະເຈົ້າໜ້າທີ່ລັດຖະບານທ້ອງຖິ່ນ ແລະ ບັນດານັກທຸລະກິດ.
ອົງການຂ່າວຝຣັ່ງລາຍງານວ່າ ເຮຣີຄອບເຕີ້ລຳດັ່ງກ່າວ ແມ່ນເປັນຂອງບໍລິສັດ Apatit ຊຶ່ງເປັນບໍລິສັດທີ່ຜະລິດອຸປະກອນເຄື່ອງເຮັດປຸຍຕ່າງໆ.
ອຸບັດເຫດເຮືອບິນຕົກຢູ່ໃນຣັດເຊຍແມ່ນມັກມີຢູ່ເລື້ອຍໆ ໂດຍສ່ວນໃຫຍ່ແລ້ວແມ່ນຖິ້ມໂທດໃສ່ເຮືອທີ່ເກົ່າແກ່ ແລະການສ້ອມແປງ ທີ່ບໍ່ໄດ້ມາດ ຕະຖານ.