ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມີການຊອກ​​ຫາ​ ພວກເດັກນ້ອຍ ແລະຄູເຝິກ ຢູ່ໃນຖໍ້າ ທີ່ຖືກນໍ້າຖ້ວມ ໃນໄທ ຄືນອີກ


ທີມໜ່ວຍກູ້ໄພ ພາກັນເຕົ້າໂຮມກັນ ຢູ່ທາງເຂົ້າຖໍ້າ ບ່ອນທີ່ກຸ່ມພວກເດັກນ້ອຍ ພາກັນຫາຍສາບສູນ ທີ່ຊຽງຣາຍ ພາກເໜືອຂອງປະເທດໄທ ທີ 25 ມິຖຸນາ 2018.
ທີມໜ່ວຍກູ້ໄພ ພາກັນເຕົ້າໂຮມກັນ ຢູ່ທາງເຂົ້າຖໍ້າ ບ່ອນທີ່ກຸ່ມພວກເດັກນ້ອຍ ພາກັນຫາຍສາບສູນ ທີ່ຊຽງຣາຍ ພາກເໜືອຂອງປະເທດໄທ ທີ 25 ມິຖຸນາ 2018.

ການ​ຊອກ​ຄົ້ນ​ຫາ​ພວກ​ນັກ​ກິລາ​ເຕະບານໜຸ່ມນ້ອຍ 12 ຄົນ ​ແລະ​ຄູ​ເຝິກທີ່​ເຊື່ອ​ວ່າຕົກ
ຄ້າງ​ຢູ່​ໃນ​ຖໍ້າ​ ບ່ອນ​ທີ່ໄດ້ເກີດນໍ້າ​ຖ້ວມ​ຢູ່ໃນ​ປະ​ເທດ​ໄທ ເລີ້​ມຄືນອີກເປັ​ນ ມື້​ທີສີ່ ​ໃນ​ວັນ
​ອັງຄານ​ມື້​ນີ້.

​ໃນ​ຂະນະ​ທີ່ນັກ​ດຳ​ນໍ້າ​ຊັ້ນ​ຍອດຂອງ​ກອງ​ທັບ​ເຮືອ ​ໄດ້​ພາກັນກັບຄືນ​ເຂົ້າ​ໄປ​ໃນ​ຖໍ້າ​ຫຼວງ
ອີກ ຊຶ່ງຕັ້ງຢູ່່ໃນຈັງ​ວັດ​ຊຽງຣາຍ ​ທາງ​ພາກ​ເໜືອ ຂອງປະເທດໄທນັ້ນ​ ພໍ່​ແມ່​ຂອງ​ພວກ​
ເດັກນ້ອຍ​ຜູ້​ຊາຍ​ກໍພາກັນໄປ​ເຕົ້າ​ໂຮ​ມ​ກັນ​ດ້ວຍ​ຄວາມ​ເປັນ​ຫ່ວງຢູ່​ນອກ​ທາງ​ເຂົ້າ ແລະ
ໄດ້ພາກັນສູດ​ມົນ ​ເພື່ອໃຫ້​ພວກ​ເດັກ​ນ້ອຍເຫລົ່າ​ນັ້ນ ​ກັບ​ຄືນ​ມາ​ດ້ວຍ​ຄວາມ​ປອດ​ໄພ.

ພວກ​ເດັກນ້ອຍ​ຜູ້ຊາຍ​ ​ແລະ​ຄູ​ເຝິກຂອງ​ເຂົາ​ເຈົ້າ​ ມີ​ລາຍ​ງານ​ວ່າ​ໄດ້ຫາຍ​ສາບ​ສູນໄປ​ໃນ
ວັນ​ເສົາ​ທີ່ຜ່ານ​ມາ ​ເວລາ​ເຂົາ​ເຈົ້າບໍ່​ໄດ້​ກັບ​ຄືນ​ຈາກ​ການ​ເຝິກຊ້ອມ. ການ​ຊອກ​ຫາໄດ້​ເລີ້ມ
ຂຶ້ນ ​ຫຼັງ​ຈາກ​ລົດ​ຖີບ​ເຂົາ​ເຈົ້າ ​ແລະ​ເກີບເຕະບານ​ເຂົາ​ເຈົ້າ​ໄດ້ຖືກພົບ​ເປັນ​ຢູ່​ນອກ​ປາກ
ທາງ​ເຂົ້າ​ຖໍ້າ. ພວກ​ເຈົ້າ​ໜ້າ​ທີ່​ຊອກ​ຫາ​ເຊື່ອ​ວ່າ ທີ​ມ​ເຕະບານ ຈຸນີ້ໄດ້ພາກັນ​ຫລົບ​ຢູ່ໃນ​ຖໍ້າ
ທີ່​ມີ​ຫ້​ອງ​ໃຫຍ່​ເລິກ​ເຂົ້າ​ໄປ​ຂ້າງໃນ.

​ນອກຈາກພວກ​ນັກ​ດໍານໍ້າ​ຂອງກອງທັບ​ເຮືອແລ້ວ ກໍຍັງມີການນຳໃຊ້ເຄື່ອງກວດໃຕ້​ນໍ້າ
ໃນ​ການ​ຊອກ​ຫາ.

ຖໍ້າ​ດັ່ງ​ກ່າວ​ ມັກ​ຈະ​ເກີດ​ນໍ້າຖ້ວມ​ຮ້າຍ​ແຮງຢູ່ສະເໝີ ລະຫວ່າງ​ລະດູ​ຝົນ​ຢູ່ປະ​ເທດ​ໄທ ແຕ່
ເດືອນ​ມິຖຸນາ ຫາ​ເດືອນຕຸລາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Thailand Cave Rescue
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG