ເຂື່ອນຂອງບໍ່ແຮ່ແຫ່ງນຶ່ງໄດ້ພັງລົງຢູ່ໃນບຣາຊີລ ຊຶ່ງໄດ້ຊຸເອົາຂີ້ຕົມຢ່າງຫລວງຫລາຍໄປຖົມໃສ່ປະຊາຄົມທີ່ຢູ່ໃກ້ຄຽງນັ້ນ, ເຮັດໃຫ້ຢ່າງໜ້ອຍ 7 ຄົນເສຍຊີວິດ ແລະຄາດວ່າຫຼາຍກວ່າ 200 ຄົນ ຍັງຫາຍສາບສູນຢູ່.
ພວກເຈົ້າໜ້າທີ່ເວົ້າວ່າ ຜູ້ຄົນພາກັນຕົກຄ້າງຢູ່ໃນເຂດທີ່ຖືກຂີ້ຕົມທີ່ເປັນຄືສາຍນ້ຳ ປ່ອຍອອກມາຈາກເຂື່ອນ ທີ່ຢູ່ໃກ້ກັບເມືອງ ບຣູມາດິນໂຮ (Brumadinho) ຢູ່ ລັດ ມີນັສ ຈີເຣສ໌ (Minas Gerais) ຢູ່ທາງພາກຕາເວັນອອກສຽງໃຕ້ຂອງປະເທດນັ້ນ.
ພວກເຈົ້າໜ້າທີ່ດັບເພີງເວົ້າວ່າ ໃນຈຳນວນຄົນທີ່ຫາຍສາຍສູນນັ້ນ 200 ຄົນ ແມ່ນເປັນ ພະນັກງານ ທີ່ພາກັນກິນເຂົ້າທ່ຽງ ຢູ່ໃນເຂດບໍລິຫານ ຂອງເຂື່ອນດັ່ງກ່າວ ໃນຕອນທີ່ເຂື່ອນພັງລົງນັ້ນ. ເຂື່ອນນັ້ນ ແມ່ນຢູ່ໃນການຄຸ້ມຄອງຂອງບໍລິສັດເວລ (Vale) ຊຶ່ງເປັນບໍລິສັດຂຸດຄົ້ນບໍ່ແຮ່ຍັກໃຫຍ່ຂອງບຣາຊີລ ທີ່ໄດ້ໃຫ້ການຢືນຢັນ ກ່ຽວກັບເຂື່ອນພັງ ໃນວັນສຸກວານນີ້ ແລະເວົ້າວ່າ "ບູລິມະສິດກ່ອນອື່ນໝົດກໍຄືໃຫ້ການປົກປ້ອງຊີວິດຂອງພະນັກງານ ແລະຜູ້ຢູ່ອາໄສ."
ລາຍງານຂ່າວທາງໂທລະພາບສະແດງໃຫ້ເຫັນວ່າພວກພະນັກງານກູ້ໄພ ທີ່ຢູ່ເທິງເຮລີຄອບເຕີກຳລັງຊ່ວຍຊີວິດຂອງຜູ້ຄົນທີ່ຖືກຂີ້ຕົມໜາໆທັບໄວ້. ພາບດັ່ງກ່າວສະແດງໃຫ້ເຫັນເຖິງເຮືອນ, ພາຫະນະ ແລະເນື້ອທີ່ປູກຝັງທີ່ໄດ້ຮັບຄວາມເສຍຫາຍ.
ພວກເຈົ້າໜ້າທີ່ໄດ້ສັ່ງໃຫ້ບັນດາຄອບຄົວໃນນັ້ນໜີອອກຈາກເຮືອນຊານຂອງພວກເຂົາເຈົ້າທີ່ນອນຢູ່ໃນເຂດທີ່ຕ່ຳໆ ທັງຫລາຍ.
ອຸປະຕິເຫດຄັ້ງນີ້ໄດ້ເຮັດໃຫ້ຫວນຄືນໄປຫາໄພພິບັດທີ່ຄ້າຍໆກັນນີ້ ໃນປີ 2015 ເມື່ອເຂື່ອນຢູ່ບໍ່ແຮ່ອີກແຫ່ງນຶ່ງພັງຢູ່ໃນລັດ ມີນັສ ຈີເຣສ໌ (Minas Gerais) ຄືກັນນັ້ນ ຊຶ່ງເຮັດໃຫ້ຄົນເສຍຊີວິດ 19 ຄົນ. ເຂື່ອນນັ້ນ ກໍຖືກບໍລິຫານໂດຍບໍລິສັດເວລ (Vale) ເຊັ່ນກັນ ຮ່ວມກັບບໍລິສັດ BHP Billiton ຊຶ່ງເປັນບໍລິສັດຂຸດຄົ້ນບໍ່ແຮ່ ຂອງອອສເຕຣເລຍ. ອຸປະຕິເຫດທີ່ເກີດຂຶ້ນໃນປີ 2015 ໄດ້ປ່ອຍສິ່ງເສດເຫລືອຂອງເຫລັກທີ່ເປັນພິດອອກມາຫລາຍລ້ານໂຕນໃຫ້ໄຫລໄປເປັນສາຍຍາວຫລາຍຮ້ອຍກິໂລແມັດ ຊຶ່ງເຮັດໃຫ້ເກີດສິ່ງທີ່ຖືວ່າ ເປັນໄພພິບັດທາງດ້ານສະພາບແວດລ້ອມທີ່ຮ້າຍແຮງທີ່ສຸດຂອງບຣາຊີລ.