ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລູກສອນໄຟ 2 ລູກ ຖືກຍິງ ອອກຈາກ ເຢເມນ ມຸ່ງໜ້າໄປທິດທາງ ເຮືອພິຄາດ ຂອງສະຫະລັດ


ເຮືອພິຄາດ USS Mason ເດີນທາງໄປຮອດ ທ່າເຮືອ Canaveral ໃນລັດຟໍລີດາ.
ເຮືອພິຄາດ USS Mason ເດີນທາງໄປຮອດ ທ່າເຮືອ Canaveral ໃນລັດຟໍລີດາ.

ກອງທັບ ສະຫະລັດ ກ່າວວ່າ ໄດ້ມີການຍິງລູກສອນໄຟຂຶ້ນສອງລູກ ຈາກເຂດແດນ ທີ່ຖືກຄວບຄຸມໂດຍພວກກະບົດ Houthi ໃນປະເທດ ເຢເມນ ທີ່ມຸ່ງໜ້າໄປທິດທາງ ເຮືອພິຄາດຂອງ ສະຫະລັດ ຢູ່ໃນອ່າວເປີເຊຍ.

ບັນດາເຈົ້າໜ້າທີ່ກອງທັບ ສະຫະລັດ ກ່າວວ່າ ລູກສອນໄຟໄດ້ຕົກລົງໃນນ້ຳ ໃນວັນ ອາທິດວານນີ້, ແຕ່ບໍ່ໄດ້ເຂົ້າໃກ້ເຮືອພິຄາດ USS Mason ຂອງ ສະຫະລັດ.

ມັນຍັງບໍ່ມີຄວາມກະຈ່າງແຈ້ງເທື່ອວ່າ ເຮືອພິຄາດ ສະຫະລັດ ແມ່ນເປົ້າໝາຍໂດຍ ເຈຕະນາ ຂອງລູກສອນໄຟດັ່ງກ່າວຫຼືບໍ່.

ໂຄສົກຂອງກອງທັບຄົນໜຶ່ງໄດ້ກ່າວຕໍ່ອົງການຂ່າວ Reuters ວ່າ ເຮືອພິຄາດ USS Mason ໄດ້ກວດພົບເຫັນລູກສອນໄຟສອງລູກບິນເຂົ້າຫາ ດ້ວຍໄລຍະເວລາຫ່າງໄກ ອອກໄປ 60 ນາທີໃນທະເລແດງ, ນອກຊາຍຝັ່ງຂອງ ເຢເມນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG