ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

​ຫຼ້າ​ສຸດ: ການ​ຍິງ​ລູກ​ສອນ​ໄຟ​ໂຈມ​ຕີ ໃນ​ທົ່ວ​ປະ​ເທດ​ຢູ​ເຄ​ຣນ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 5 ຄົນ


​ເຈົ້າ​ໜ້າ​ທີ່​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ ຍົກ​ຍ້າຍ​ຊາກ​ຫັກ​ພັງ​ອອກ​ຈາກ​ຕຶກ​ອາ​ຄານ​ບ້ານ​ພັກ ທີ່​ເມືອງ​ອູ​ມານ ໃນ​ເຂດ​ພາກ​ກາງ​ຢູ​ເຄ​ຣນ ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ໃນ​ວັນ​ສຸກ​ທີ 28 ເມ​ສາ 2023.
​ເຈົ້າ​ໜ້າ​ທີ່​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ ຍົກ​ຍ້າຍ​ຊາກ​ຫັກ​ພັງ​ອອກ​ຈາກ​ຕຶກ​ອາ​ຄານ​ບ້ານ​ພັກ ທີ່​ເມືອງ​ອູ​ມານ ໃນ​ເຂດ​ພາກ​ກາງ​ຢູ​ເຄ​ຣນ ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ໃນ​ວັນ​ສຸກ​ທີ 28 ເມ​ສາ 2023.

ຣັດ​ເຊຍ​ຍິງ​ຈະ​ຫຼວດ​ໂຈມ​ຕີ ທົ່ວ​ປະ​ເທດ​ຢູ​ເຄ​ຣນ ໃນ​ຕອນ​ເຊົ້າ​ວັນ​ສຸກມື້ນີ້ ຮວມ​ທັງ​ນະ​ຄອນ​ຫຼວງ​ກີ​ຢິບ.

ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 5 ຄົນ​ໃນ​ການ​ໂຈມ​ຕີ​ດັ່ງ​ກ່າວ ຮວມ​ທັງແມ່​ແລະ​ລູກ​ອາ​ຍຸ 3 ປີ​ທີ່​ເມືອງ​ດະ​ນິບ​ໂປ​ຣ ​ບວກ​ໃສ່​ກັບ 3 ຄົນ ​ທີ່​ເມືອງ​ອູ​ມານ ໃນ​ເຂດ​ພາກ​ກາງຂອງ​ປະ​ເທດ ບ່ອນ​ທີ່​ຍັງ​ມີ​ອີກ 8 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຄວາມ​ເສຍ​ຫາຍ​ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ​ແມ່ນ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ ​ໃນ​ເວ​ລານີ້ເທື່ອ.

ໃນ​ວັນ​ພະ​ຫັດ​ວານນີ້ ສະ​ພາ​ຂອງ​ຢູ​ໂຣບ​ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ສະ​ບັບ​ນຶ່ງ​ທີ່​ຮັບ​ຮູ້​ວ່າ ການ​ເນ​ລະ​ເທດ​ພວກ​ເດັກ​ນ້ອຍ​ຢູ​ເຄ​ຣນ ​ໄປ​ຣັດ​ເຊຍນັ້ນ ມີ​ຫຼັກ​ຖານ​ຂອງ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ.

“ການ​ຕັດ​ສິນ​ໃຈ​ນີ້” ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ​ກ່າວ​ຢູ່​ຄຳ​ປາ​ໄສ​ປະ​ຈຳ​ວັນ​ຂອງ​ທ່ານ​ “ມີ​ຄວາມ​ສຳ​ຄັນ​ ເພື່ອ​ຊ່ວຍ​ການ​ດຳ​ເນີນ​ຄວາມ​ພະ​ຍາມ​ຂອງ​ພວກ​ເຮົາ​ໃນ​ທົ່ວ​ໂລກ ເພື່ອ​ນຳ​ເອົາ​ຣັດ​ເຊຍ ​ແລະ​ເຈົ້າ​ໜ້າ​ທີ່ ຮວມ​ທັງ​ຜູ້​ນຳ​ປະ​ເທດ​ກໍ່​ການ​ຮ້າຍ ມາ​ຮັບ​ຜິດ​ຊອບ ​ໃນ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ ແລະ​ນະ​ໂຍ​ບາຍ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ​ຊາວ​ຢູ​ເຄ​ຣນ.”

ນອກນັ້ນ ໃນ​ວັນ​ພະ​ຫັດ​ວານນີ້ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢູ​ເຄ​ຣນ ທ່ານ​ເດນ​ນິ​ສ ຊ​ມີ​ຮອ​ລ ກ່າວ​ວ່າ ທ່ານ​ໄດ້​ຮ້ອງ​ຕໍ່​ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ ໃນ​ລະ​ຫວ່າງ​ການ​ເຂົ້າ​ເຝົ້າ ​ເປັນ​ການ​ສ່ວນ​ຕົວ ເພື່ອໃຫ້​ຊ່ວຍ​ ໃນ​ການ​ນຳ​ເອົາ​ພວກ​ເດັກ​ນ້ອຍ​ຊ​າວ​ຢູ​ເຄ​ຣນ ກັບ​ຄືນ​ປະ​ເທດ ຊຶ່ງຖືກ​ “ຄຸມ​ຂັງ ຈັບ​ກຸມ ແລະ​ເນ​ລະ​ເທດ​ໄປ​ຍັງ​ຣັດ​ເຊຍ.”

ສານ​ອາ​ຍາ​ສາ​ກົນ​ໄດ້​ອອກ​ໝາຍ​ຈັບ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ແລະ​ກຳ​ມາ​ທິ​ການ​ຄຸ້ມ​ຄອງ​ສິດ​ທິ​ເດັກ​ນ້ອຍ​ຣັດ​ເຊຍ ນາງ​ມາ​ຣີ​ອາ ລ​ໂວ​ວາ-ບີ​ໂລ​ວາ ຍ້ອນ​ມີ​ການ​ກ່າວ​ຫາ​ວ່າ​ພົວ​ພັນ​ກັບ​ການ​ເນ​ລະ​ເທດ​ ພວກ​ເດັກ​ນ້ອຍ​ໄປຣັດ​ເຊຍ ​ຈາກ​ເຂດ​ຢຶ​ດຄອງ​ໃນ​ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG