ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາງ Isler ຈາກ ເວເນຊູເອລາ ຖືກເລືອກ ເປັນນາງງາມ ຈັກກະວານ ປີ 2013 (ວີດີໂອ)


ນາງ Gabriela Isler ຈາກເວເນຊູເອລາ ຖືກເລືອກ ເປັນນາງງາມຈັກກະວານ ປີ 2013 ແລະທ່ານ Donald Trump ໃນພິທີປະກວດ ທີ່ຈັດຂຶ້ນຢູ່ກຸງມົສກູ (9 ພະຈິກ 2013)
ນາງ Gabriela Isler ຈາກເວເນຊູເອລາ ຖືກເລືອກ ເປັນນາງງາມຈັກກະວານ ປີ 2013 ແລະທ່ານ Donald Trump ໃນພິທີປະກວດ ທີ່ຈັດຂຶ້ນຢູ່ກຸງມົສກູ (9 ພະຈິກ 2013)
ຜູ້ປະກາດຂ່າວທາງໂທລະພາບ ອາຍຸ 25 ປີ ຈາກເວເນຊູເອລາ
ຖືກສວມມົງກຸດໃຫ້ເປັນນາງງາມຈັກກະວານ ໃນພິທີທີ່ໃຫຍ່ໂຕ
ໜ້າປະທັບໃຈ ຈັດຂຶ້ນຢູ່ກຸງມົສກູ.

ນາງ Gabriela Isler ໄດ້ຖືກເລືອກ ໃຫ້ເປັນຜູ້ຊະນະ ຈາກຈຳ ນວນຜູ້ເຂົ້າຮ່ວມປະກວດທັງໝົດ 86 ຄົນ ໃນມື້ວັນເສົາວານນີ້ ໃນລາຍການໂຊວ໌ທີ່ມີຜູ້ເບິ່ງຫຼາຍໆລ້ານຄົນຢູ່ໃນທົ່ວໂລກ.

ນາງ Isler ໄດ້ກຳຈັດຄູ່ແຂ່ງຈຸສຸດທ້າຍ ຈາກສະເປນ ບຣາຊີລ
ເອກວາດໍແລະຟີລິບປິນເພື່ອຄວ້າເອົາມົງກຸດໃນການປະກວດ
ນາງງາມຈັກກະວານຄັ້ງທີ 61 ມາຄອງ.

ປະທານາທິບໍດີເວເນຊູເອລາທ່ານ Nicolas Maduro ໄດ້ສະແດງຄວາມດີໃຈຕໍ່ນາງ Isler ຜ່ານທາງຕາໜ່າງ Tweeter ໂດຍເອີ້ນຕຳແໜ່ງ ຂອງນາງວ່າ ເປັນໄຊຊະນະ ຂອງປະເທດ ຊາດ.

ເວເນຊູເອລາ ແມ່ນໄດ້ຊະນະການປະກາດນາງງາມນາໆຊາດທີ່ສຳຄັນ ຫຼາຍກວ່າປະເທດ ອື່ນໃດ ຊຶ່ງຮວມທັງໃນເທື່ອນີ້ແມ່ນຄວ້າເອົາຕຳແໜ່ງນາງງາມຈັກກະວານ ມາຄອງແລ້ວ 7
ເທື່ອ.

Miss Universe
please wait
Embed

No media source currently available

0:00 0:00:19 0:00
XS
SM
MD
LG